ສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປີ 2019 ທີ່ ແຂວງໄຊຍະບູລີ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປີ 2019 ທີ່ ແຂວງໄຊຍະບູລີ



ໄຊຍະບູລີ: ເພື່ອເປັນການສະເຫຼີມສະຫຼອງວັນເດັກສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2019 ແລະ ວັນສົນທິສັນຍາເດັກ ຄົບຮອບ 30 ປີ( 20 ພະຈິກ 1989 – 20 ພະຈິກ 2019 ) ເມືອງໄຊຍະບູລີ, #ແຂວງໄຊຍະບູລີ ໄດ້ຈັດຫຼາຍກິດຈະກໍາເພື່ອສະເຫຼີມສະຫຼອງວັນດັ່ງກ່າວ ໂດຍໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 31 ພຶດສະພາ 2019, ໃນນີ້ມີຂະບວນການຍ່າງມາລາທອນເຊິ່ງເລີ່ມຕົ້ນຍ່າງຈາກເດີ່ນກິລາໃນຮົ່ມໄປຫາເດີ່ນສະໜາມຫຼວງຂອງແຂວງ,


ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ມີບັນດາທ່ານຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ, ຮອງເຈົ້າເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ຫົວໜ້າ, ຮອງຫົວໜ້າຫ້ອງການອອ້ມຂ້າງເມືອງ, ອຳນວຍການໂຮງຮຽນ, ນາຍບ້ານເທດສະບານ, ນັກທຸລະກິດ,ພະນັກງານ-ວີຊາການຕະຫຼອດຮອດນ້ອງນັກຮຽນ, ນັກສຶກ
ສາເຂົ້າຮ່ວມ.



ຈາກນັ້ນໄດ້ເຂົ້າຮ່ວມພິທີປູກຕົ້ນໄມ້ຢ່າງເປັນທາງການຢູ່ທີ່ສະໜາມຫຼວງ, ໃນພິທີທ່ານ ບຸນຄົງ ພົງສະຫວັນ ຮອງເລຂາພັກເມືອງ ຮອງເຈົ້າເມືອງໄຊຍະບູລີ, ໄດ້ກ່າວເປີດຢ່າງເປັນທາງການເຊິ່ງທ່ານໄດ້ກ່າວວ່າ: ເພື່ອປະຕິບັດຕາມແຜນຍຸດທະສາດແຫ່ງຊາດຕໍ່ການປົກປັກຮັກສາສິ່ງແວດລ້ວມ ແລະ ຍຸດທະສາດວຽກງານປ່າໄມ້ປີ 2020 ຕາມ 4 ເປົ້າໝາຍ, 8 ແຜນງານ, 14 ມາດຕະການທີ່ກະຊວງກະສິກໍາ ແລະ ປ່າໄມ້ໄດ້ວາງອອກ, ເວົ້າລວມ, ເວົ້າສະເພາະແມ່ນແຜນຍຸດທະສາດຂອງແຂວງກໍ່ຄືເມືອງ ໄຊຍະບູລີວາງໄວ້, ແນໃສ່ເຮັດໃຫ້ຊັບພະຍາກອນທໍາມະຊາດ, ປ່າໄມ້, ຊີວະນາໆພັນ, ສັດນໍ້າ-ສັດປ່າ ມີຄວາມອຸດົມສົມບູນ, ມີການຄຸ້ມຄອງຢ່າງເປັນລະບົບ, ທັງເປັນການປູກຈິດສໍານຶກໃຫ້ທົ່ວປວງຊົນມີນໍ້າໃຈຮັກຊາດ, ຮັກຫອມຊັບພະຍາກອນ ອັນເປັນມໍລະດົກຂອງຊາດໃຫ້ນັບມື້ນັບອຸດົມສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ,



ພ້ອມທັງຍົກໃຫ້ເຫັນແຜນການທີ່ຈະປູກໄມ້ໃນວັນດັ່ງກ່າວນີ້ວ່າ: ແຜກການກ້າເບ້ຍ, ປູກໄມ້ ແລະ ຟຶ້ນຟູປ່າໄມ້, ໃນນັ້ນກ້າເບ້ຍໄມ້ 880.938 ເບ້ຍ, ປູກໄມ້ 676.58 ເຮັກຕາ, ຟຶ້ນຟູປ່າ 15.672.92 ເຮັກຕາ, ສະເພາະເມືອງໄຊຍະບູລີແຜນກ້າເບ້ຍ 25,000 ເບ້ຍ, ປູກໄມ້ 60 ເຮັກຕາ ແລະ ຟຶ້ນຟູປ່າ 100 ເຮັກຕາ. ຈາກນັ້ນການນໍາຂອງແຂວງ, ຂອງເມືອງກໍ່ໄດ້ຮ່ວມກັນຕັດແຖບຜ້າ, ປ່ອຍປາລົງສູ່ແມ່ນ້ຳຮຸ່ງ ແລະ ເຂົ້າຮ່ວມຂະບວນການປູກຕົ້ນໄມ້ຕາມຂອບເຂດທີ່ກຳນົດໄວ້, ຈາກນັ້ນກໍ່ໄດ້ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນໂດຍໄດ້ຮັບຊົມ ລາຍການສະແດງຂອງນ້ອງນ້ອຍເຍົາວະຊົນ, ທີ່ໄດ້ຈັດຂຶ້ນຢູ່ທີ່ເດີນກິລາໃນຮົ່ມ.



ຈາກນັ້ນທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ພ້ອມດ້ວຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະ ແຂກທີ່ເຂົ້າຮ່ວມກໍ່ໄດ້ພ້ອມກັນຢອຢາໃຫເດັກນ້ອຍເຍົາວະຊົນພ້ອມທັງແຈກຢາຍເຂົ້າໜົມໃຫ້ຫຼານນ້ອຍທີ່ເຂົ້າຮ່ວມ.

ຂ່າວ: ທອງຈັນ
_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ




Post Bottom Ad