ຄະນະກໍາມະການຄຸ້ມຄອງໄພພິບັດ ເມືອງແກ່ນທ້າວ ມອບເງິນຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບຈາກລົມພາຍຸພັດ ແລະໄຟໄໝ້ເຮືອນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຄະນະກໍາມະການຄຸ້ມຄອງໄພພິບັດ ເມືອງແກ່ນທ້າວ ມອບເງິນຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບຈາກລົມພາຍຸພັດ ແລະໄຟໄໝ້ເຮືອນ



ຄະນະກໍາມະການຄຸ້ມຄອງໄພພິບັດ ເມືອງແກ່ນທ້າວ ມອບເງິນກອງທຶນໄພພີິບັດຂັ້ນເມືອງ ໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຈາກລົມພາຍຸພັດ ແລະໄຟໄໝ້ເຮືອນ

ຕາມການລາຍງານຂອງຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງແກ່ນທ້າວ ແຂວງໄຊຍະບູລີໃຫ້ຮູ້ວ່າ: ໃນຕອນແລງວັນທີ 6 ພຶດສະພາ 2019 ໄດ້ເກີດລົມພາຍຸພັດສວນຢາງພາລາຂອງປະຊາຊົນບ້ານຫ້ວຍລ້າ ເສຍຫາຍ 8 ຄອບຄົວ ລວມມູນຄ່າເສຍຫາຍທັງໝົດ 431.500.000 ກີບ ແລະ ວັນທີ 18 ພຶດສະພາ 2019 ໄດ້ເກີດໄຟໄໝ້ເຮືອນນາງ ໄຊ ໄຊຊົມ ປະຊາຊົນບ້ານຫ້ວຍບູຮາ ຈໍານວນ 1 ຫຼັງ ປະເມີນມູນຄ່າເສຍຫາຍທັງໝົດ 122.000.000 ກີບ.



 ໃນວັນທີ 29 ພຶດສະພາ 2019 ນີ້, ທ່ານ ອໍາຄາ ລັດສະໝີ ຮອງເຈົ້າເມືອງແກ່ນທ້າວ, ທັງເປັນປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ມອບເງິນກອງທຶນໄພພິບັດຂັ້ນເມືອງໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຈາກລົມພາຍຸພັດສວນຢາງພາລາດັ່ງກ່າວ. ຈໍານວນ 4.500.000 ກີບ ແລະ ຄອບຄົວນາງ ໄຊ ໄຊສົມ ທີ່ໄດ້ຮັບຜົນກະທົບຈາກໄຟໄໝ້ 1.000.000 ກີບ ເພື່ອບັນເທົາທຸກເບື້ອງຕົ້ນ, ພ້ອນກັນນັ້ນ, ຍັງໄດ້ມອບເຂົ້້າກິນໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບໃນປີ 2018 ຄື: ຟ້າຜ່າງົວຂອງປະຊົນຢູ່ບ້ານນາຫີນ 1 ຄອບຄົວ ຈໍານວນ 200 ກິໂລ ແລະ ໄຟໄໝ້ເຮືອນຂອງປະຊົນຢູ່ບ້ານຫ້ວຍເລິກ 2 ຄອບຄົວ ຈໍານວນ 400 ກິໂລ.



ພິທີມອບແມ່ນຈັດຢູ່ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ. ໂດຍມີຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ແລະ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງເຂົ້າຮ່ວມເປັນສັກຂີພິຍານ



ຂ່າວໃຫ້ຮູ້ຕື່ມວ່າ: ໃນຕົ້ນເດືອນພຶດສະພາ ຜ່ານມານີ້, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ແລະ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ຍັງໄດ້ນໍາເງິນກອງທຶນໄພພິບັດຂັ້ນເມືອງໄປມອບໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຈາກລົມພາຍຸພັດໃນວັນທີ 26 ແລະ ວັນທີ 28 ເມສາ 2019 ຢູ່ບ້ານນາຄູນ, ບ້ານຫ້ວຍຫຼອດ, ບ້ານຈອມແກ້ວ ແລະ ບ້ານນໍ້າເຕົ່າ ຈໍານວນ 7.000.000 ກວ່າກີບຕື່ມອີກ.



ນີ້ ເປັນພຽງແຕ່ການຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນເທົ່ານັ້ນ ແລະ ໄດ້ນໍາໃຊ້ເງິນກອງທຶນໄພພິບັດຂັ້ນເມືອງຊ່ວຍແບ່ງເບົາໃຫ້ຄອບຄົວທີ່ຖືກຜົນກະທົບຜ່ານມາ.

ລາຍງານໂດຍ: ຫ້ອງການ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງແກ່ນທ້າວ

_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

 

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad