ພິທີລົງນາມບົດບັັນທຶກຄວາມເຂົ້າໃຈໂຄງການສ້າງວຽກເຮັດງານທຳໃຫ້ຄົນພິການຢູ່ ແຂວງຫົວພັນ ໄລຍະທີ 2 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ພິທີລົງນາມບົດບັັນທຶກຄວາມເຂົ້າໃຈໂຄງການສ້າງວຽກເຮັດງານທຳໃຫ້ຄົນພິການຢູ່ ແຂວງຫົວພັນ ໄລຍະທີ 2






ຫົວພັນ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການຄົນພິການອາຊີ ເພື່ອພັດທະນາ ( ADDP ) ຈັດພິທີລົງນາມບົດບັັນທຶກຄວາມເຂົ້າໃຈໂຄງການສັ້າງວຽກເຮັດງານທຳໃຫ້ຄົນພິການຢູ່ ແຂວງຫົວພັນ ໄລຍະທີ 2 ແລະ ກິດຈະກຳສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຄົມຄົນຫູໜວກ ແລະ ສົ່ງເສີມພາສາມື ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຄົນພິການ


ພິທີດັ່ງກ່າວຈັດຂຶ້ນໃນວັນທີ 24 ພຶດສະພາ ທີ່ໂຮງແຮມ ນິວໂຮສ ໂດຍການຮ່ວມລົງນາມລະຫວ່າງ ທ່ານ ຄຳປິງ ແສງຕານນະລາດ ຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ ແລະ ທ່ານ ນາງ ໂຕມິໂກະ ມາເອຈິມະ ປະທານອົງການ ADDP ພ້ວມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໂດຍ: ໜູທອງ

_______ 
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້
ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ




Post Bottom Ad