ເຈົ້າແຂວງສາລະວັນ ພົບປະພໍ່ແມ່ປະຊາຊົນ 12 ບ້ານ ເມືອງລະຄອນເພັງ ທັງເນັ້ນໃຫ້ເປັນເຈົ້າການປົກປັກຮັກສາຊັບພະຍາກອນຂອງຊາດ. - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເຈົ້າແຂວງສາລະວັນ ພົບປະພໍ່ແມ່ປະຊາຊົນ 12 ບ້ານ ເມືອງລະຄອນເພັງ ທັງເນັ້ນໃຫ້ເປັນເຈົ້າການປົກປັກຮັກສາຊັບພະຍາກອນຂອງຊາດ.



ສາລະວັນ: ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສາລະວັນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມພໍ່ແມ່ປະຊາຊົນ 12 ບ້ານ, ເມືອງລະຄອນເພັງ. ທັງໄດ້ຢື້ຢາມຖາມຂ່າວເຖີງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໃນດ້ານຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ປະກົດການຫຍໍ້ທໍ້ຕ່າງໆ ແລະອື່ນໆ. 


ຊື່ງທ່ານໄດ້ເນັ້ນໜັກຕໍ່ກັບອຳນາດການປົກຄອງເມືອງ ເວົ້າສະເພາະແມ່ນການປົກຄອງຂັ້ນບ້ານ ແລະ ພໍ່ແມ່ປະຊາຊົນ ເອົາໃຈໃສ່ໃນການປະຕິບັດລະບຽບກົດໝາຍບ້ານເມືອງ, ສຶກສາອົບຮົມການເມືອງແນວຄິດ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າໃຫ້ເປັນປຶກແຜ່ນແໜ້ນໜາ ແລະ ມີສ່ວນຮ່ວມຕໍ່ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງ, ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ເຊັ່ນ: 





ບັນຫາຢາເສບຕິດ ແລະ ອື່ນໆ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ແນໃສ່ຄອບຄົວເປັນເຈົ້າການສຶກສາອົບຮົມລູກຫຼານໃຫ້ເລີກເຊີ່ງທົ່ວເຖີງ ຄຽງຄູ່ກັນນັ້ນຕ້ອງຜູ້ປົກປັກຮັກສາອະທິປະໄຕ ຜືນແຜ່ນດີນອັນຄົບຖ້ວນຂອງຊາດລາວ ເຊັ່ນ: ຕ້ອງເປັນເຈົ້າການປົກປັກຮັກສາຊັບພະຍາກອນຂອງຊາດ ໃຫ້ຍຶນຍົງ, ມີສ່ວນຮ່ວມໃນການສອດແນມເບີ່ງກຸ່ມຄົນທີ່ບໍ່ຫວັງດີ ແລະ ຈິງໃຈໃນການຢຸດຕິການຖ່າງປ່າຊະຊາຍ ຫຼື ລັກລອບຕັດໄມ້ທຳລາຍປ່າ ໃຫ້ໝົດໄປ ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ-ປອດໄພ.










_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້
ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ



Post Bottom Ad