ການນໍາໃຊ້ລົດໄຟຟ້າ ມີຜົນດີຫຼາຍດ້ານ! ທີ່ຄົນລາວຕ້ອງຫັນມາຊົມໃຊ້ (Electric Vehicle) - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ການນໍາໃຊ້ລົດໄຟຟ້າ ມີຜົນດີຫຼາຍດ້ານ! ທີ່ຄົນລາວຕ້ອງຫັນມາຊົມໃຊ້ (Electric Vehicle)



ໃນຍຸກຂອງ ພະລັງງານສະອາດ, ການໃຊ້ລົດໄຟຟ້າ ຖືເປັນອີກທາງເລືອກສໍາຄັນ. ຍິ່ງປະເທດລາວ ສາມາດຜະລິດ ໄຟຟ້າໄດ້ຢ່າງມະຫາສານ, ການທີ່ຄົນລາວ ຈະຫັນມາໃຊ້ລົດ ໄຟຟ້າ ກໍ່ຍິງຈະເປັນການກະຕຸ້ນເສດຖະກິດພາຍໃນ ແລະ ທັງເປັນການຫຼຸດຜ່ອນການນໍາເຂົ້ານໍ້າມັນ ທີ່ມີລາຄາແພງ.

ມື້ນີ້ ທີມງານ ປະກາດ Pakaad ເອົາຄວາມຮູ້ ຈາກ EV Lao ມາໃຫ້ຮູ້ວ່າ ການນໍາໃຊ້ລົດ ໄຟຟ້າ ມີຂໍດີຫຍັງແດ່



ເຮົາມາ ຮູ້ຈັກ 3 ຂໍ້ດີຂອງລົດຍົນພະລັງງານ EV

ເມື່ອແນວໂນ້ມຄວາມປ່ຽນແປງຂອງສັງຄົມໂລກ ຕະຫຼອດຈົນພາກທຸລະກິດໃນປະເທດທີ່ຈັບຕາເບິ່ງກະແສນີ້ແລ້ວ ສຳລັບເຮົາໃນຖານະຜູ້ບໍລິໂພກອາດຈະເລີ່ມຕົ້ນຄິດເຖິງ ແລະ ສຶກສາຄວາມເປັນໄປໄດ້ຂອງການໃຊ້ລົດຍົນໄຟຟ້າ ຮູ້ກ່ອນ ມີຂໍ້ມູນກ່ອນ ໄດ້ຕັດສິນໃຈກ່ອນ ໂດຍຂໍ້ດີຂອງການໃຊ້ລົດພະລັງງານໄຟຟ້າ (EV Car) ເຊັ່ນ:




1. ຄ່າພະລັງງານໄຟຟ້າທີ່ບໍ່ແພງ: ເມື່ອທຽບກັບພະລັງງານເຊື້ອໄຟເພາະສຽບສາກໄຟເຮືອນໄດ້ປົກກະຕິແຖມຕອນນີ້ສູນການຄ້າຫຼືໂຄງການຄອນໂດມີນຽມທີ່ເລັ່ງເຫັນຄວາມສໍາຄັນຂອງພະລັງງານທາງເລືອກກໍ່ມີສະຖານນີສາກໄຟໃຫ້ບໍລິການຟຼີນໍາອີກ.

2. ຄ່າເບິ່ງແຍງຮັກສາທີ່ຖືກກວ່າ: ເນື່ອງຈາກລະບົບຂອງລົດຍົນໄຟຟ້າບໍ່ຕ້ອງມີການຈູດລະເບີດເຜົາໄໝ້ຄືເຄື່ອງຍົນເຊື້ອໄຟ ແລະຍັງບໍ່ຕ້ອງປ່ຽນຖ່າຍນ້ຳມັນເຄື່ອງເຮັດໃຫ້ຄ່າໃຊ້ຈ່າຍເບິ່ງແຍງຮັກສາໜ້ອຍລົງ.

3. ເພາະລົດຍົນພະລັງງານໄຟຟ້າ 100%: ຈະບໍ່ມີການໃຊ້ນ້ຳມັນເຊື້ອໄຟ ແລະ ບໍ່ມີການເຜົາໄໝ້





EV-Charger ເຄື່ອງທຳອິດໃນປະເທດລາວຈະຖືກຕິດຕັ້ງທີ່ ລັດວິສາຫະກິດໄຟຟ້າລາວ ໃນລະບົບ EVen ເຊິ່ງເປັນລະບົບການສາກລົດຍົນໄຟຟ້າອັດສະລິຍະ ສາມາດໃຊ້ໄດ້ກັບກ່ອງສາກ Smart Charger ທຸກຢີ້ຫໍ້ ດັ່ງນັ້ນຄຳເວົ້າທີ່ວ່າ ລາວກຽມໂຕກ້າວເຂົ້າສູ່ຖະໜົນປອດມົນລະພິດ ເປັນຄຳເວົ້າທີ່ຈະເກີດຂຶ້ນແທ້ໃນອານາຄົດ.

ເຊິງຫຼັງຈາກທີ່ຕິດຕັ້ງທີ່ ລັດວິສາຫະກິດໄຟຟ້າລາວ ເປັນບ່ອນທຳອິດແລ້ວກໍຈະເລີ່ມທະຍອຍຕິດຕັ້ງຕາມສະຖານທີ່ສຳຄັນຕ່າງໆທົ່ວນະຄອນຫຼວງວຽງຈັນເຊັ່ນ ຮ້ານອາຫານ ໂຮງແຮມ.



_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້


 


ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ



Post Bottom Ad