ທ່ານເຄີຍເຫັນປາເມິກຟັກໄຂ່ບໍ່? ແລະ ທ່ານຮູ້ບໍ່ວ່າ ປາເມິກວາງໄຂ່ ຄັ້ງໜື່ງຈັກໝື່ຟອງ? - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ທ່ານເຄີຍເຫັນປາເມິກຟັກໄຂ່ບໍ່? ແລະ ທ່ານຮູ້ບໍ່ວ່າ ປາເມິກວາງໄຂ່ ຄັ້ງໜື່ງຈັກໝື່ຟອງ?



ເລື່ອງລາວທີ່ທີມງານ ປະກາດ Pakaad ຈະນໍາມາໃຫ້ຊົມມື້ນີ້ ອາດຈະຢູ່ໄກຈາກປະເທດລາວຂອງພວກເຮົາແດ່ ເພາະມັນເປັນສັດທະເລ, ບ້ານເຮົາບໍ່ມີຊາຍແດນຕິດກັບທະເລ ຈິ່ງຍາກທີ່ຈະມີໂອກາດໄດ້ພົບເຫັນ. ຫຼາຍທ່ານຄົງເຄີຍໄດ້ກິນປາເມິກ, ແຕ່ທ່ານເຄີຍຮູ້ບໍ່ວ່າ ປາເມິກ ນັ້ນມັນແຜ່ພັນແບບໃດ?


ຄລິບສັ້ນໆ ຂ້າງລຸ່ມນີ້ຈະເຮັດໃຫ້ທ່ານໄດ້ເຂົ້າໃຈ ແລະ ປະຫຼາດໃຈກັບຄວາມສາມາດ ໃນການແຜ່ພັນທີ່ພິເສດ ຂອງແມ່ປາເມິກ. ເພາະວ່າ ປາເມິກຕົວແມ່ ສາມາດວາງໄຂ່ຫຼາຍກວ່າ 50,000 ຟອງ ເຊິ່ງມັນຕ້ອງໃຊ້ເວລາເຖິງ 50 ເດືອນ ໃນການຟັກໄຂ່. ເຊິ່ງຕະຫຼອດໄລຍະຂອງການຟັກໄຂ່ນັ້ນ ປາເມິກແມ່ ຈະບໍ່ອອກໄປໃສ ແລະ ບໍ່ໄດ້ກິນຫຍັງເລີຍ. ດ້ວຍເຫດນີ້, ເມື່ອໄຂ່ຂອງມັນຟັກອອກລູກໝົດແລ້ວ, ແມ່ປາເມິກຈະຕາຍ.


ເຊີນຊົມຄລິບ ວ່າລູກປາເມິກ ມັນຟັກອອກໄຂ່ມາຄັ້ງແລກ ຈະເປັນແບບໃດ?



ເປັນຈັ່ງໃດ ເບິ່ງຄລິບແລ້ວ ຄັກບໍ່? ລູກປາເມີກ ທີ່ອອກມາຈໍານວນຫຼາຍ ກໍ່ຕ້ອງໄດ້ ສູ້ຊີວິດ ເພາະອາດຕົກເປັນເຫຍື່ອຂອງສັດນໍ້າຊະນິດອື່ນໆ ໃນທ້ອງທະເລ.

ຖ້າທ່ານມີຄລິບ ແລະ ເລື່ອງລາວດີໆ ຢາກແບ່ງປັນ ກໍ່ສາມາດສົ່ງມາໃຫ້ ທີມງານ ປະກາດ Pakaad ໄດ້ເດີ.

_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້
ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad