ກົງສູນໃຫ່ຍຣາຊາອານາຈັກໄທປະຈໍາແຂວງສະຫວັນນະເຂດ ມອບການຊ່ວຍເຫຼືອ 5 ໝື່ນບາດ ແກ່ໜ່ວຍກູ້ໄພ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ກົງສູນໃຫ່ຍຣາຊາອານາຈັກໄທປະຈໍາແຂວງສະຫວັນນະເຂດ ມອບການຊ່ວຍເຫຼືອ 5 ໝື່ນບາດ ແກ່ໜ່ວຍກູ້ໄພ



ສະຫວັນນະເຂດ: ໃນວັນທີ 5 ພຶດສະພາ 2019 ທີ່ ກົງສູນໃຫ່ຍຣາຊາອານາຈັກໄທປະຈຳແຂວງ ສະຫວັນນະເຂດ ໄດ້ມອບທືນຊ່ວຍເຫຼືອໃຫ້ກັບກູ້ໄພສະຫວັນນະເຂດເພື່ອເຂົ້າໃຊ້ໃນວຽກງານຊ່ວຍເຫຼືອສັງຄົມ ຈຳນວນ 50,000 ບາດ ໃຫ້ກຽວດມອບໂດຍ ທ່ານ ຫົວໜ້າ ກົງສູນໃຫ່ຍ ຮາຊາອານາຈັກໄທ ປະຈຳແຂວງ ສະຫວັນນະເຂດ ແລະ ກ່າວຮັບໂດຍ ທ່ານ ຄະນະບໍລິຫານງານ ຫົວໜ້າ ກຸ້ໄພ ສະຫວັນນະເຂດ

ໃນນີ້ທ່ານ ໃດ້ເຫັນຄວາມສຳຄັນໃນວຽກງານຊ່ວຍເຫຼືອສັງ ໄດ້ກ່າວຊົມເຊີຍ ແລະ ຍ້ອງຍໍຜົນງານທີ່ປະຈັກຕໍ່ຫນ້າສັງຄົມ ໃນການຊ່ວຍເຫຼືອວຽກງານສາທາລະນະໄພ ເຊັ່ນ : ຊ່ວຍກອບກູ້ຊີວິດຄົນ ດ້ານການເກີດອຸບັດຕິເຫດ, ໄພທຳມະຊາດ, ແລະ ງານຕ່າງໆ ທີ່ສຳຄັນ

ພວກຂ້າພະເຈົ້າໃນນາມ ອົງການຈັດຕັ້ງທາງສັງຄົມ ຂໍຂອບໃຈ ແລະ ສະແດງຄວາມຮູ້ບຸນຄຸນຍ່າງສູງ ທີ່ທ່ານເຫັນຄວາມສຳຄັນໃນຄັ້ງນີ້ ແລະ ໄດ້ຊຸກຍູ້ຊ່ວຍເຫຼືອ ອົງກອນໜ່ວຍກູ້ໄພ ສະຫວັນນະເຂດຕະຫຼອດເວລາ ຂໍອວຍໄຊໃຫ້ພອນທ່ານ ຈົ່ງມີແຕ່ຄາມສຸກ ຄວາມຈະເລິນ ຂໍຂອບໃຈຢ່າງສູງ

ພາບແລະຂ່າວ: ກູ້ໄພແຂວງສະຫວັນນະເຂດ
_______
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ



Post Bottom Ad