HOT! HOT! HOT! ເມສາຫນ້າຮ້ອນນີ້ບໍ່ມີຫຍັງ HOT ກວ່າ vivo V15 ອີກແລ້ວ!!! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

HOT! HOT! HOT! ເມສາຫນ້າຮ້ອນນີ້ບໍ່ມີຫຍັງ HOT ກວ່າ vivo V15 ອີກແລ້ວ!!!


     ຕົ້ນເດືອນເມສາທີ່ຜ່ານມານີ້ນອກຈາກອາກາດທີ່ວ່າຮ້ອນແລ້ວແຕ່ສິ່ງທີ່ຮິດຮ໋ອດບໍ່ນ້ອຍຫນ້າອາກາດຢູ່ປະເທດລາວເຮົານັ້ນກໍ່ຄື vivo V15 ທີ່ຂາຍດີຈົນເຮັດໃຫ້ສິນຄ້າຂາດຕະຫລາດເຮັດໃຫ້ຫລາຍຄົນພາດໂອກາດການເປັນເຈົ້າຂອງ ແລະ ທາງວີໂວ່ເອງກໍ່ໄດ້ເຮັ່ງຮີບສັ່ງສິນຄ້າລ໋ອດໃຫມ່ເຂົ້າມາເພື່ອໃຫ້ທ່ວງທັນໃຫ້ທຸກຄົນໄດ້ຈັບຈອງເປັນເຈົ້າຂອງ ຫລື ສົ່ງໃຫ້ຄົນທີ່ທ່ານຮັກໃນຊ່ວງປີ່ໃຫມ່ລາວນີ້.


ດ້ວຍສະເປັກທີ່ຄຸ້ມຄ່າຄຸ້ມລາຄາເຮັດໃຫ້ vivo V15 ເປັນຫນຶ່ງໃນມືຖືທີ່ຂາຍດີທີ່ສຸດໃນເວລານີ້, ບວກກັບການອອກແບບທີ່ຫລູຫລາທັນສະໄຫມ, ສີສັນໂດດເດັນເຫມາະກັບຄົນທຸກເພດທຸກໄວຈຶ່ງບໍ່ແປກໃຈວ່າເປັນຫຍັງຈຶ່ງເປັນມືຖືສຸດຮິ໋ດໃນຫມູ່ຄົນລາວ. ດ້ວຍກ້ອງຫນ້າປ໋ອບອັບຫນຶ່ງດຽວໃນໂລກທີ່ມີຄວາມລະອຽດ 32 ລ້ານພິກເຊ້ວຮັບຮອງວ່າສາຍເຊວຟີ້ຕ້ອງຖືໃຈແນ່ນອນ ແລະ ແນ່ນນອນທີ່ຂາດບໍ່ໄດ້ນັ້ນກໍ່ຄືກ້ອງຫລັງທີ່ມາເຖິງ 3 ກ້ອງ 3 ຮູບຮັບແສງ ຫລືເອີ້ນງ່າຍໆນັ້ນກໍ່ຄື “AI Triple Camera” ທີ່ມີຄວາມລະອຽດສູງສຸດເຖິງ 24 ລ້ານພິກເຊ້ວ, ພ້ອມທັງມີກ້ອງເລນວາຍທີ່ສາມາດເກັບພາບມຸມກວ້າງໄດ້ເຖິງ 120° ທີ່ມີຄວາມລະອຽດ 8 ລ້ານພິກເຊ້ວ ແລະ ກ້ອງໂຕທີ 3 ທີ່ມີຄວາມສາມາດລະລາຍສາກຫລັງໄດ້ມີຄວາມລະອຽດ 5 ລ້ານພິກເຊ້ວ ເອົາໃຈສາຍຖ່າຍຮູບສຸດໆ.




ນອກຈາກເອົາໃຈສາຍເຊວຟີ້ແລ້ວທາງ vivo V15 ຍັງເອົາໃຈສາຍເກມດ້ວຍຫນ້າຈໍທີ່ໄຮ້ຂອບ ປາສະຈາກຕິ່ງຕ່າງໆທີ່ມາບົດບັງເວລາໃຊ້ງານແລ້ວ V15 ເອງຍັງໄດ້ເລືອກໃຊ້ຫນ່ວຍປະມວນຜົນຈາກ MTK HELIO P70 ທີ່ເຮັດໃຫ້ການຫລິ້ນເກມຕ່າງໆນັ້ນລື່ນໄຫລບໍ່ມີສະດຸດ ພ້ອມທັງມີ Game Mode 5.0 ທີ່ຊ່ອຍຈັດການເຟມເຫລດບໍ່ໃຫ້ຕົກໄດ້ດີຂຶ້ນເຖິງ 300%.




ແລະອີກສິ່ງຫນຶ່ງທີ່ມືຖືຄວນຈະມີຍິ່ງຫລາຍເທົ່າໃດຍິ່ງດີນັ້ນກໍ່ຄືຄວາມຈໍານັ້ນເອງທີ່ທາງ vivo V15 ໄດ້ໃຫ້ ROM ມາເຖິງ 128GB (ສາມາດເພີ່ມຄວາມຈໍາພາຍນອກໄດ້ເຖິງ 256GB ແບບ Triple Slot) ແລະໃຫ້ RAM ມາເຖິງ 6GB ຊ່ອຍໃຫ້ການເປີດຫລາຍແອັບໃນເວລາດຽວກັນບໍ່ເປັນອຸປະສັກຕໍ່ V15 ແນ່ນອນ.




ດ້ວຍສະເປັກຂັ້ນເທບແບບນີ້ກໍ່ບໍ່ແປກໃຈເລີຍທີ່ເຮັດໃຫ້ vivo V15 ກາຍເປັນມືຖືທີ່ HOT ແຂ່ງກັບອາກາດຂອງປະເທດລາວໃນເດືອນເມສານີ້ຈັ່ງແມ່ນກິນກັນບໍ່ລົງອີ່ຫລີ.



ແຕ່ດຽວກ່ອນ!!! ເພື່ອຕ້ອນຮັບປີໃຫມ່ສົງການນີ້ທາງວີໂວ່ໄດ້ຈັດກິດຈະກຳດີໆເພື່ອຊາວລາວທົ່ວປະເທດໂດຍການຈັດໂປຼໂມຊັ້ນສຸດພິເສດຂຶ້ນເມື່ອຊື້ vivo Y81i ຈາກລາຄາປົກກະຕິ 1,099,000 ກີບ ຮັບສ່ວນຫລຸດພິເສດທັນທີເຫລືອພຽງ 999,000 ກີບເທົ່ານັ້ນ.
ໂອກາດດີໆແບບນີ້ຊ້າບໍ່ໄດ້ແລ້ວສາມາດຈັບຈອງເປັນເຈົ້າຂອງ vivo Y81i ໄດ້ຕາມຮ້ານໂຕແທນຈຳຫນ່າຍທຸກສາຂາທົ່ວປະເທດລາວ.


________________________________________

ປະກາດຮ່ວມສ້າງຄວາມສຸກສູ່ສັງຄົມລາວ





Post Bottom Ad