ຈໍາເປັນບໍ່ ທີ່ຕ້ອງກິນຜັກປອດສານພິດ ? - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຈໍາເປັນບໍ່ ທີ່ຕ້ອງກິນຜັກປອດສານພິດ ?


ຈໍາເປັນບໍ່ ທີ່ຕ້ອງກິນຜັກປອດສານພິດ ?
ໂດຍ: ເດຊາ ກັນລະຍາ

            ທ່ານຮູ້ບໍ່ວ່າຜັກເປັນໜື່ງໃນບັນດາອາຫານ 5 ໝູ່ ທີ່ຄົນເຮົາບໍລິໂພກຢູ່ເປັນປະຈໍານັ້ນ, ເກືອບ  99% ຂອງການບໍລິໂພກແມ່ນປະເພດຜັກຕ່າງໆ, ສະນັ້ນມື້ນີ້ເຮົາຈະມານຳສະເໜີຜັກມີຜົນດີຕໍ່ຮ່າງກາຍຂອງຄົນເຮົາແນວໃດ?

“ອາຫານປະເພດນີ້ຈະມີສ່ວນສັບພະຄຸນຫຼາຍໃນການເພີ່ມວິຕາມິນ ແລະ ທາດເກືອໃຫ້ແກ່ຮ່າງກາຍ ທັງຊ່ວຍໃຫ້ຮ່າງກາຍແຂງແຮງຂຶ້ນ ແລະ ຊ່ວຍໃຫ້ຮ່າງກາຍມີພູມຕ້ານທານຕໍ່ພະຍາດຕ່າງໆ ແຖມຍັງເຮັດໃຫ້ອະໄວຍະວະຕ່າງໆໃນຮ່າງກາຍເຮັດວຽກເປັນປົກກະຕິອີກດ້ວຍ.”



           ນອກຈາກຄຸນປະໂຫຍດທີ່ກ່າວມາຂ້າງເທິງນັ້ນ ຜັກຍັງປະກອບມີຄຸນປະໂຫຍດຫຼັກ 3 ຢ່າງເຊັ່ນ:


  1. ຜັກມີທາດອາຫານຊ່ວຍບໍາລຸງສາຍຕາ ໂດຍສະເພາະຊ່ວຍໃນການເບິ່ງເຫັນຢູ່ໃນສະຖານທີ່ທີ່ມີແສງສະຫວ່າງໜ້ອຍ ແລະ ບັນເທົາໂລກຕາເຊື່ອມໄດ້;
  2. ຜັກຊ່ວຍເຜົາຜານໂປຣຕີນທີ່ມີໃນຮ່າງກາຍເພື່ອໃຫ້ເກີດພະລັງງານ;
  3. ຜັກມີສ່ວນສໍາຄັນສູງຕໍ່ການເຮັດວຽກຂອງເຊວໃນຮ່າງກາຍເຊັ່ນ: ລະບົບປະສາດ, ໄຂກະດູກ ຫຼື ລະບົບທາງເດີນອາຫານ;



        ຖ້າຫາກທ່ານໃດຫາກຂາດທາດໂປຣຕີນເກີດຈາກຜັກຈະມີອາການດັ່ງຕໍ່ໄປນີ້:

  • ກ້າມຊີ້ນອ່ອນແຮງ, ມີອາການປວດມຶນ ແລະ ປວດກ້າມເນື້ອຢູ່ເປັນປະຈໍາ;
  • ຮູ້ສຶກອ່ອນເພຍ, ເຈັບປ່ວຍງ່າຍ, ສໍາລັບຜູ້ຍິງອາດຈະກໍ່ໃຫ້ເກີດບັນຫາປະຈໍາເດືອນມາບໍ່ປົກກະຕິ;
  • ຜິວແຫ້ງ ເສັ້ນຜົມບໍ່ນຸ່ມ ແລະ ເລັບມືແຕກຫັກໄດ້ງ່າຍ;
  • ກໍ່ໃຫ້ເກີດບັນຫາທາງລະບົບປະສາດ ຄວາມຈໍາເຊື່ອມ, ເຮັດໃຫ້ຄິດຊ້າ ພ້ອມທັງມີອາການມັກຄິດນ້ອຍໃຈ ແລະ ກັງວົນໃຈຢູ່ເປັນປະຈໍາ;
  • ໃນໄລຍະໄວເດັກຫາກຂາດທາດໂປຣຕີນໃນຜັກ ຈະສົ່ງຜົນເຮັດໃຫ້ເດັກນ້ອຍມີຮ່າງກາຍເຕ້ຍ ຈະເລີນເຕີບໂຕຊ້າກວ່າເດັກທີ່ໄດ້ຮັບໂປຣຕີນຈາກຜັກສົມບູນ;

ຄືດັ່ງທີ່ທ່ານຮູ້ຜັກເປັນອາຫານທີ່ຫາໄດ້ງ່າຍ ເຊິ່ງທ່ານສາມາດປູກເອງ ຫຼື ຫາຊື້ໄດ້ໃນຕະຫຼາດທົ່ວໄປ.

 “ແຕ່ຜັກທີ່ດີ, ມີຄຸນນະພາບ ແລະ ມີຄຸນປະໂຫຍດສູງໃຫ້ແກ່ຮ່າງກາຍຂອງທ່ານນັ້ນຄວນເປັນຜັກແບບໃດ ?”

1. ຜັກປູກໂດຍການນໍາໃຊ້ປຸຍ ແລະ ຢາຂ້າແມງໄມ້ແບບມີສານເຄມີ
ເປັນຜັກທີ່ປູກໂດຍການນໍາໃຊ້ປຸຍເຄມີເປັນຕົວຊ່ວຍເລັ່ງໃນການຈະເລີບເຕີບໂຕ ແລະ ໃຊ້ຢາຂ້າແມງໄມ້ເປັນຕົວຊ່ວຍໃນການກຳຈັດສັດຕູພືດຕ່າງໆ ເຊີ່ງເປັນວິທີການປູກແບບງ່າຍໆ, ທີ່ຄົນສ່ວນໃຫຍ່ນິຍົມໃຊ້ໃນປັດຈຸບັນ, ຜັກປະເພດນີ້ຈະເລີນເຕີບໂຕໄວ ແລະ ມີໃບຂຽວດົກງາມດີເພາະບໍ່ມີການທຳລາຍຈາກສັດຕູພືດ ແຕ່ມີສານເຄມີເຈືອປົນ ຫຼື ສານຕົກຄ້າງທີ່ເປັນອັນຕະລາຍຕໍ່ສຸຂະພາບ ເຊິ່ງບໍ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ.

2. ຜັກທີ່ປູກໂດຍການນໍາໃຊ້ຝຸ່ນຊີວະພາບ (ຂີ້ເປັດ - ໄກ່, ຂີ້ງົວ - ຄວາຍ ແລະ ຝຸ່ນຂີ້ກະເດືອນ)
ເປັນວິທີການປູກຜັກແບບພື້ນບ້ານເຊິ່ງມີການປູກແບບນີ້ ຈາກລຸ່ນສູ່ລຸ່ນມາເປັນເວລາດົນນານແລ້ວ ວິທີການປູກແມ່ນຈະນໍາໃຊ້ຝຸ່ນຊີວະພາບທີ່ສາມາດຫາໄດ້ເອງຈາກການລ້ຽງສັດ ເພາະວິຖີຊີວິດຂອງຄົນລາວເຮົານັ້ນແມ່ນ ການປູກຝັງ - ລ້ຽງສັດ ເຊິ່ງສືບທອດກັນມາແຕ່ດົນແລ້ວ, ແຕ່ຜັກທີປູກແບບນີ້ຈະພົບຄວາມຫຍຸ້ງຍາກຫຼາຍຢ່າງ, ການຈະເລີນເຕີບໂຕນັ້ນຈະຊ້າກວ່າການປູກຜັກແບບໃສ່ປຸຍເຄມີ ແຕ່ຜົນດີຄືໄດ້ຜັກທີ່ເປັນທຳມະຊາດ ແລະ ປອດສານພິດ, ຜັກປະເພດນີ້ຈຶ່ງເປັນທີ່ຫອມຫວນທີສຸດສໍາລັບສັດຕູພືດທັງຫຼາຍ, ສະນັ້ນ, ການຄິດຄົ້ນສູດຢາໄລ່ແມງໄມ້ຈຶ່ງເກີດຂຶ້ນ ໂດຍການນໍາໃຊ້ສະໝູນໄພຕ່າງໆມາບົ່ມລວມກັນຄືດັ່ງຫຼາຍໆທ່ານຮູ້ ຫຼື ວັດຖຸອື່ນໆທີ່ປາສະຈາກສານເຄມີ.

          ລະຫວ່າງການປູກຜັກ 2 ປະເພດນີ້ທ່ານຢາກບໍລິໂພກຜັກຈາກການປູກແບບໃດ ?

         ປະຊາຊົນລາວເຮົາກວມເອົາຈໍານວນຫຼາຍເປີເຊັນທີ່ຍັງເປັນຄົນທຸກຍາກ. ສະນັ້ນ, ການໄດ້ຊື້ຜັກລາຄາຖືກ ແລະ ໄດ້ຈໍານວນຫຼາຍນັ້ນຈຶ່ງເປັນທີ່ພໍໃຈສໍາລັບຜູ້ຊື້ ແຕ່ທ່ານຮູ້ບໍ່ວ່າຜັກເຫຼົ່ານັ້ນປູກໂດຍການນໍາໃຊ້ປຸຍເຄມີເລັ່ງເອົາເປັນສ່ວນໃຫຍ່ ເມື່ອທ່ານບໍລິໂພກເຂົ້າໄປຫຼາຍປີກໍອາດກໍ່ໃຫ້ເກີດພະຍາດຕ່າງໆຕາມມາເຊັ່ນ: ພະຍາດມະເຮັງ, ປະດົງຂໍ່, ເບົາຫວານ ແລະ ພະຍາດອື່ນໆ... ໂດຍພື້ນຖານນັ້ນຄົນລາວເຮົາລາຍຮັບບໍ່ຄ່ອຍສູງປານໃດ ແຕ່ເມື່ອເກີດພະຍາດດັ່ງກ່າວກໍ່ຕ້ອງໄດ້ໄປໂຮງໝໍເພື່ອຮັບການປິ່ນປົວ ແຕ່ເງີນທີ່ປະຢັດ ແລະ ສະສົມມາທັ້ງຊີວິດນັ້ນບາງທີກໍ່ນໍາໄປໃຊ້ຈ່າຍໃນການເຂົ້າໂຮງໝໍເພື່ອປິ່ນປົວພະຍາດຕ່າງໆທີ່ກ່າວມາຂ້າງເທິງນັ້ນຈົນເກືອບໝົດ,  ເພື່ອເອົາຊີວິດລອດຈາກພະຍາດດັ່ງກ່າວ ແລະ ບາງຄັ້ງການມັກງ່າຍກໍ່ເປັນການທຳລາຍຊີວິດຕົວເອງ ແລະ ຄົນໃນຄອບຄົວແບບບໍ່ຮູ້ຕົວໂດຍການຊື້ຜັກເຄມີທີ່ບໍ່ຮູ້ທີ່ມາຂອງຜັກນັ້ນ ວ່າເຂົາເຈົ້າມີຂັ້ນຕອນໃນການປູກແບບໃດ, ລັກສະນະແບບນີ້ຄ້າຍໆກັບເຮົາກິນຢາທີ່ບໍ່ມີການຮັບຮອງຈາກອົງການທີ່ກ່ຽວຂ້ອງເຊັ່ນ: ກົມ ອາຫານ ແລະ ຢາ ຫຼື (ກອຢ).


ດ້ວຍຄວາມຫ່ວງໄຍຈາກຜູ້ຂຽນ ແລະ ເພື່ອໃຫ້ຄົນລາວທຸກຄົນມີສຸຂະພາບແຂງແຮງ ໃຊ້ຊີວິດຫ່າງໄກຈາກພະຍາດຕ່າງໆ ໂດຍບໍ່ຕ້ອງໄປເສຍເງີນກັບການປິ່ນປົວຕົວເອງຈາກພະຍາກດັ່ງກ່າວ ສະນັນ, ເຮົາຄວນບໍລິໂພກອາຫານທີ່ດີ ແລະ ຜັກທີ່ປອດສານພິດ. ຫວັງຢ່າງຫຍິ່ງວ່າບົດຄວາມສັ້ນຂອງຂ້າພະເຈົ້າຈະເປັນສ່ວນໜຶ່ງໃນການຫຼຸດຄ່າໃຊ້ຈ່າຍໃນຊີວິດປະຈຳວັນຂອງທ່ານອອກໄປໄດ້ບໍ່ຫຼາຍກໍໜ້ອຍ.

   (ຂໍຂອບໃຈທີ່ທ່ານອ່ານດ້ວຍຄວາມຕັ້ງໃຈ)

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ








Post Bottom Ad