ເສຍຫາຍໜັກ ໄຟໄໝ້ ຕະຫຼາດຈີນ ເມືອງຫ້ວຍຊາຍ (ມີຄລິບລາຍງານສົດ) 13/4/2019 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເສຍຫາຍໜັກ ໄຟໄໝ້ ຕະຫຼາດຈີນ ເມືອງຫ້ວຍຊາຍ (ມີຄລິບລາຍງານສົດ) 13/4/2019


ບໍ່ແກ້ວ: ລາຍງານຈາກປະຊາຊົນໃຫ້ຮູ້ ໃນເວລາປະມານ 15:00 ວັນທີ 13 ເມສາ 2019 ເກີດເຫດ ອັກຄີໄພໄຟໄໝ້ ຮຸນແຮງ ທີ່ກາງຕະຫຼາດຈີນ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໄດ້ສ້າງຄວາມເສຍຫາຍມະຫາສານ.


ໄຟແມ່ນໄດ້ລຸກໄໝ້ ຕຶກກາງຂອງຕະຫຼາດ, ຍ້ອນສະພາບອາກາດຮ້ອນ ແລະ ມີລົມແດ່ ຈິ່ງເຮັດໃຫ້ໄຟລາມໄປຢ່າງໄວວາ. ເຈົ້າໜ້າທີ່ດັບເພີງໄດ້ໃຊ້ລົດເຂົ້າມາ ຊ່ວຍສະກັດໄຟ ແຕ່ກໍ່ບໍ່ສາມາດມອດໄດ້ຢ່າງວ່ອງໄວ ເນື່ອງຈາກ ຈໍານວນລົດທີ່ມີຢູ່ຈໍາກັດ.


ເຊິ່ງສາເຫດ ແລະ ຜົນເສຍຫາຍທັງໝົດ ແມ່ນຍັງຢູ່ໃນການກວດກາ ຂອງເຈົ້າໜ້າທີ່ກ່ຽວຂ້ອງ.


ໄລສົດຕອນໄຟໄໝ້


________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ









Post Bottom Ad