ບໍລິສັດ ພີທີທີ ລາວ ຈຳກັດ ຮັບກັບກູ້ໄພ 1623 ຮ່ວມບໍລິຈາກເລືອດເພືອປະຊາຊົນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ບໍລິສັດ ພີທີທີ ລາວ ຈຳກັດ ຮັບກັບກູ້ໄພ 1623 ຮ່ວມບໍລິຈາກເລືອດເພືອປະຊາຊົນ


ໃນວັນທີ 9 ເມສາ 2019 ນີ້ ສູນເລືອດແຫ່ງຊາດ ອົງການກາແດງລາວ ຮ່ວມກັບ ບໍລິສັດ ພີທີທີ ລາວຈຳກັດ, ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປລາວ ແລະ ໜ່ວຍກູ້ໄພ 1623 ໄດ້ສ້າງຂະບວນການບໍລິຈາກເລືອດຂຶ້ນທີ່ ປ້ຳນ້ຳມັນ ບໍລິສັດ ພີທີທີ ຈຳກັດ ສາຂາໂພນຕ້ອງ



ໂດຍການເຂົ້າຮ່ວມຂອງທ່ານ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງລາວ,ທ່ານ ສຸທົນ ຊູທຽນ ຜູ້ອຳນວຍການ ບໍລິສັດ ພີທີທີ ລາວຈຳກັດ  ພ້ອມດ້ວຍຜູ້ຕາງໜ້າຈາກມູນິທິ,ໜ່ວຍກູ້ໄພ ຈຸດປະສົງກໍເພື່ອເປັນການສ້າງຂະບວນການໃນການປະກອບສ່ວນຊ່ວຍເຫຼືອປະຊາຊົນແລະເນື່ອງໃນໂອກາດປີໃໝ່ລາວນີ້ໃຫ້ໄດ້ເລືອດໄວ້ຮອງຮັບໃຫ້ກັບຄົນເຈັບທີ່ນອນຢູ່ຕາມໂຮງໝໍແຫ່ງຕ່າງໆ ໂດຍສະເພາະຄົນເຈັບທີ່ເປັນພະຍາດຂາດເລືອດ, ຜ່າຕັດໃຫຍ່ ແລະ ລວມໄປເຖິງການເກີດອຸບັດຕິເຫດຕ່າງໆ ທີ່ມີຄວາມຕ້ອງການໃຊ້ເລືອດ



ສະນັ້ນ ບໍລິສັດ ພີທີທີ ຈຶ່ງເຫັນໄດ້ຄວາມສຳຄັນ ໃນການບໍລິຈາກເລືອດເຊີ່ງມີພະນັກງານຈາກ ບໍລິສັດ ພີທີທີແລະມູນນິທິຊ້ວຍເຫຼືອຄົນທຸຍາກແຫ່ງ ສປປ ລາວ, ໜ່ວຍກູ້ໄພ 1623 ແລະພ້ອມດ້ວຍຫຼວງຫຼາຍ ແລະ ສາມາດໄດ້ເລືອດທັງໝົດ 60 ຖົງ


________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ








Post Bottom Ad