ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຈັດພິທີປ່ອຍກໍາລັງຕໍາຫຼວດຈະລາຈອນເພື່ອປ້ອງກັນ ແລະ ສະກັດກັ້ນອຸບັດຕິເຫດໃນປີໃໝ່ລາວ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຈັດພິທີປ່ອຍກໍາລັງຕໍາຫຼວດຈະລາຈອນເພື່ອປ້ອງກັນ ແລະ ສະກັດກັ້ນອຸບັດຕິເຫດໃນປີໃໝ່ລາວ



ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຈັດພິທີປ່ອຍກໍາລັງຕໍາຫຼວດຈະລາຈອນເພື່ອປ້ອງກັນ ແລະ ສະກັດກັ້ນອຸບັດຕິເຫດໃນປີໃໝ່ລາວ, ໃນວັນທີ 6 ເມສາ 2019 ໂດຍເປັນປະທານຂອງ ພັທ ກົງສີ ສຸວັນນະຕູ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ, ເຂົ້າຮ່ວມມີ ພົຈວ ປອ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ພ້ອມດ້ວຍກໍາລັງຕໍາຫຼວດຈະລາຈອນ.



ພັທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ໃຫ້ຮູ້ວ່າ:ຈຸດປະສົງກໍເພື່ອເຮັດໃຫ້ສະພາບການສັນຈອນໃນຂອບເຂດທົ່ວປະເທດໄລຍະປີໃໝ່ລາວທີ່ຈະມີເຖິງນີ້ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ ທັງເປັນການຊຸກຍູ້ແນະນໍາໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ຍົກສູງສະຕິເຄົາລົບຕໍ່ກົດລະບຽບຈະລາຈອນຢ່າງເຂັ້ມງວດ, ມີສ່ວນຮ່ວມເປັນເຈົ້າການໃນການສະກັດກັ້ນ, ເພື່ອປ້ອງກັນສະກັດກັ້ນຄວາມຮຸນແຮງ ຈາກການເກີດອຸບັດຕິເຫດໃຫ້ຫຼຸດລົງເທື່ອລະກ້າວ ທັງເປັນການຊອກໃຫ້ຮູ້ສາເຫດ, ເງື່ອນໄຂ ຕໍ່ການລະເມີດສາເຫດທີ່ພາໃຫ້ເກີດອຸບັດຕິເຫດ ເພື່ອມາວາງແຜນສະກັດກັ້ນ.



ເຊິ່ງວຽກງານທີ່ຈັດຕັ້ງປະຕິບັດແມ່ນເພີ່ມທະວີວຽກງານໂຄສະນາຢ່າງກວ້າງຂວາງພ້ອມທັງເຄື່ອນໄຫວຊຸກຍູ້ທ້ອງຖິ່ນປຸກລະດົມຮ່ວມກັນປ້ອງກັນສະກັດກັ້ນການລະເມີດຢ່າງຕັ້ງໜ້າ, ຈັດຕັ້ງພະນັກງານລົງເຜີຍແຜ່ລະບຽບກົດໝາຍ, ແຈ້ງການ, ຄໍາແນະນໍາຕ່າງໆໃຫ້ຜູ້ຂັບຂີ່ມີຄວາມເຂົ້າໃຈລະບຽບການສັນຈອນຢ່າງເຂັ້ມງວດ,ເຮັດໜ້າທີ່ອໍານວຍຄວາມສະດວກຈຸດທີ່ມີຄວາມສ່ຽງ, ຄວາມແອອັດ, ວາງກໍາລັງປະຈໍາເສັ້ນທາງ 3 ແຍກ, 4 ແຍກ, ປະຈໍາການປ້ອມທີ່ຈະມີການລະເມີດກົດລະບຽບການສັນຈອນທີ່ຈະພາໃຫ້ເກີດອຸບັດຕິເຫດ. ນອກນັ້ນເຮັດໜ້າທີ່ກວດກາພາຫະນະ, ຜູ້ຂັບຂີ່, ການບັນທຸກສິນຄ້າ, ຜູ້ໂດຍສານເກີນ, ຄວາມໄວເກີນ, ກວດທາດເຫຼົ້າ, ບໍ່ຮັດສາຍນິລະໄພ, ໜວກກັນກະທົບ ແລະອື່ນໆ.



ພົຈວ ປອ ທອງສະຫວັນ ວົງສະຫວັດ ໄດ້ກວດກາພາຫະນະ ແລະ ເຄື່ອງມືທີ່ກຽມພ້ອມປະຕິບັດໜ້າທີ່ທັງເນັ້ນໃຫ້ກໍາລັງຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະຢ່າງຕັ້ງໜ້າໃຫ້ຄວາມຊ່ວຍເຫຼືອບໍລິການປະຊາຊົນ, ອໍານວຍຄວາມສະດວກ-ປອດໄພໃນການສັນຈອນ, ສຶກສາອົບເຂົາເຈົ້າມີຄວາມເຂົ້າໃຈກ່ຽວກັບການປ້ອງກັນ, ສະກັດກັ້ນອຸບັດຕິເຫດໃຫ້ຫຼຸດລົງ ແລະ ໃຫ້ຖືເອົາການປັບໃໝເປັນມາດຕະການສຸດທ້າຍ.



________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ








Post Bottom Ad