ຫົວເຫວີຍເປີດໂຕ Huawei P30 Series-Super Camera Smartphone ຢ່າງເປັນທາງການໃນລາວ
![]() |
ຫົວເຫວີຍເປີດໂຕ Huawei P30 Series-Super Camera Smartphone ຢ່າງເປັນທາງການໃນລາວ |
ທີ່ວຽງຈັນເຊັນເຕີ, ວັນທີ 6
ເມສາທີ່ຜ່ານມາຫົວເຫວີຍລາວໄດ້ຈັດງານເປີດໂຕ Huawei P30 Series ສຸດຍອດສະມາດໂຟນທີ່ຈະມາປ່ຽນແປງທຸກກົດເກນ ແລະ
ສ້າງກົດໃໝ່ໃນການຖ່າຍພາບທີ່ເຕັມໄປດ້ວຍປະສິດທິພາບອັນມະຫັດສະຈັນ ແລະ
ນະວັດຕະກໍາອັນລ້ໍາສະໄໝຂອງການອອກແບບ ພ້ອມສີສັນທີ່ມາໃໝ່ສະກົດທຸກສາຍຕາ
ເຊິ່ງໃນປະເທດລາວໄດ້ມີການເປີດໂຕ Huawei P30 Series ລວມທັງໝົດ 3 ລຸ້ນໄດ້ແກ່ລຸ້ນທ໋ອບ Huawei P30
Pro, Huawei P30 ແລະ ລຸ້ນນ້ອງທີ່ມີສະເປັກຄຸ້ມຄ່າໃນລາຄາທີ່ໜ້າຮັກ Huawei P30
Lite.
![]() |
ການສະແດງ ຂອງ ອາລຸນາ |
ພາຍໃນງານແມ່ນມີຄົນດັງຈາກຫຼາກຫຼາຍວົງການເຂົ້າຮ່ວມບໍ່ວ່າຈະເປັນ “Aluna”
ສິນລະປິນສາວທີ່ເຕັມໄປດ້ວຍຄວາມສາມາດ ໃຫ້ກຽດໂຊເພງເປີດງານຢ່າງຍິ່ງໃຫຍ່ ແລະ ປະທັບໃຈ.
![]() |
“ຕິນ່າ ຜ້າໄໝ” Designer |
“ຕິນ່າ ຜ້າໄໝ” Designer ລະດັບແຖວໜ້າຂອງລາວທີ່ໄດ້ອອກແບບຊຸດສຳລັບແຟຊັ້ນໂຊພາຍໃນງານ ໂດຍຊຸດຟິນາເລ່
ແມ່ນໄດ້ຮັບແຮງບັນດານໃຈມາຈາກສີ Breathing Crystal ເຊິ່ງເປັນສີທີ່ມາໃໝ່ຂອງ Huawei P30 Series ສໍາລັບແຟຊັ້ນໂຊພາຍໃນງານໄດ້ຮັບກຽດຈາກນາງແບບຊື່ດັງໃນວົງການ Tot Lina ມາເດີນແບບໃນຊຸດສຸດທ້າຍຟິນາເລ່
ເຊິ່ງເປັນແຟຊັ້ນໂຊທີ່ມີຄວາມຍິ່ງໃຫຍ່ອະລັງການ
ເຮັດໃຫ້ຜູ້ຊົມຮືຮາຕື່ນເຕັ້ນກັນຢ່າງຫຼວງຫຼາຍ.
![]() |
ສຳພາດພິເສດຈາກຄົນດັງທັງ 5 ຄົນ Aluna, Tyna, Tot Lina, Ped |
ນອກຈາກນັ້ນແລ້ວ ຍັງມີການສຳພາດພິເສດຈາກຄົນດັງທັງ 5 ຄົນ Aluna, Tyna, Tot Lina, Ped ນັກທຸລະກິດໜຸ່ມໄຟແຮງໃນຕອນນີ້ ເຈົ້າຂອງຄ່າຍເພງຊື່ດັງ Indee record ແລະ
ບໍລິສັດສາມາດອໍກາໄນສເຊີອັນດັບ 1
ໃນລາວເຊິ່ງມີຄວາມສາມາດພິເສດອີກດ້ານຄືໃນເລື່ອງຂອງໄອທີ ແລະ ຄົນສຸດທ້າຍ Bay The moment
ຊ່າງພາບຊື່ດັງຄິວທອງທີ່ສຸດໃນວົງການຖ່າຍພາບທັງ 5 ທ່ານ ໄດ້ມາຮ່ວມແລກປ່ຽນ ແຊຣປະສົບການນໍາໃຊ້ຈິງຂອງ Huawei P30 Pro
ວ່າໄດ້ມາສ້າງກົດໃໝ່ໃນການໃຊ້ສະມາດໂຟນຂອງໂຕເອງແນວໃດແດ່
ເຊິ່ງຖືວ່າເປັນຂໍ້ມູນທີ່ມີປະໂຫຍດຕໍ່ຜູ້ທີ່ມາຮ່ວມງານຢ່າງຫຼວງຫຼາຍ ແລະ
ນອກຈາກນັ້ນຍັງມີ Business Partner, ສື່ມວນຊົນ ແລະ ບຸກຄົນໃນວົງການບັນເທິງທີ່ມີຊື່ສຽງໂດ່ງດັງຫຼາຍທ່ານມາຮ່ວມງານເປີດໂຕໃນຄັ້ງນີ້.
![]() |
ຊົມ Huawei P30 Series-Super Camera Smartphone |
ເຊິ່ງໃນງານທາງຫົວເຫວີຍໄດ້ຈັດໃຫ້ລູກຄ້າສຳພັດກັບປະສົບການຈິງຂອງຟັງຊັ້ນສຸດລ້ຳໃນດ້ານການຖ່າຍພາບຂອງ Huawei P30 Series Super Camera Smartphone ດ້ວຍ Experience zone ທີ່ໃຫ້ລູກຄ້າໄດ້ສຳພັດການຟັງຊັ້ນໃໝ່ໆດັ່ງນີ້ Super
Zoom , Super
Portrait bokeh, Dual-View VDO zone, Macro Photography, 3D Modelling, AR Measure, Super Night mode
ໂດຍໃນແຕ່ລະຟັງຊັ້ນໄດ້ສ້າງຄວາມຕື່ນເຕັ້ນໃຫ້ກັບຜູ້ເຂົ້າຮ່ວມງານຢ່າງຫຼວງຫຼາຍກັບນະວັດຕະກໍາໃໝ່ໆ.
![]() |
ທ່ານ ນາງ ຊັດຊະນີ ສຳອາງເນດ ຮອງຜູ້ອຳນວຍການ ແລະ ຫົວຫນ້າການຕະຫລາດ Huawei Laos Consumer Business Group |
ທ່ານ ນາງ ຊັດຊະນີ ສຳອາງເນດ ຮອງຜູ້ອຳນວຍການ ແລະ ຫົວຫນ້າການຕະຫລາດ Huawei Laos
Consumer Business Group ໄດ້ກ່າວວ່າ “ຕ້ອງຂໍຂອບໃຈລູກຄ້າໃນລາວທຸກທ່ານທີ່ໃຫ້ການຕອບຮັບສິນຄ້າຈາກຫົວເຫວີຍດ້ວຍດີຕະຫຼອດມາ
ສຳລັບ Huawei P30 Series
ເຮົາໄດ້ເລີ່ມເປີດໃຫ້ລູກຄ້າສັ່ງຈອງໃນວັນທີ 27 ມີນາທີ່ຜ່ານມາ ແລະ
ໄດ້ສ້າງປະກົດການໃໝ່ຂອງການສັ່ງຈອງ ເພາະພຽງ 5ມື້ເທົ່ານັ້ນ Huawei P30 Pro ໄດ້ມີຍອດການສັ່ງຈອງເຕັມແລ້ວ
ຈົນເຮັດໃຫ້ຕ້ອງມີການເປີດສັ່ງຈອງໃນຮອບທີສອງ ສິ່ງທີ່ເຮັດໃຫ້ Huawei P30 Series ໄດ້ຮັບຜົນຕອບຮັບທີ່ດີ
ກໍຍ້ອນວ່າສະມາດໂຟນໃນປັດຈຸບັນມີຄວາມສໍາຄັນຢ່າງຍິ່ງຕໍ່ການໃຊ້ງານໃນຊີວິດປະຈໍາວັນ
ໂດຍສະເພາະການຖ່າຍຮູບທີ່ໃນຍຸກນີ້ ໃຜໆກໍມັກຖ່າຍຮູບ ແລະ ແຊຣລົງໂລກໂຊຊຽວ ໂດຍ P30 Series ຕໍ່ຍອດຈາກ P20
Series ທີ່ໄດ້ຮັບຜົນຕອບຮັບທີ່ດີຢ່າງລົ້ນເຫຼືອ ໃນຕອນນີ້ Huawei P30 Series ພ້ອມທີ່ຈະປ່ຽນແປງກົດເກນ ແລະ ສ້າງບັນທັດຖານໃໝ່ຂອງການຖ່າຍພາບບົນສະມາດໂຟນໃນທຸກຮູບແບບ,
ຫົວເຫວີຍເຂົ້າໃຈຄວາມຕ້ອງການຂອງຜູ້ບໍລິໂພກຈຶ່ງມຸ່ງເນັ້ນວິໄຈ ແລະ
ພັດທະນານະວັດຕະກໍາຕໍ່ເນື່ອງຢ່າງບໍ່ຢຸດຢັ້ງ ໂດຍມີການຄິດຄົ້ນ ແລະ ພັດທະນາຮ່ວມກັບ
ໄລກ້າ ຈົນອອກມາເປັນ Leica Quad Camera System ອອກແບບເຊັນເຊີໃໝ່ HUAWEI Super Spectrum, ເລນSuper Zoom ແລະກ້ອງໃໝ່
HUAWEI
TOF ທີ່ເຮັດໃຫ້ກ້ອງເຮັດວຽກຮ່ວມກັບ AI ສ້າງພາບໜ້າຊັດຫຼັງເບີໄດ້ດີຫຼາຍຂຶ້ນກວ່າເກົ່າ
ໂດຍເຊັນເຊີໃໝ່ນີ້ສາມາດຮັບແສງໄດ້ດີຂຶ້ນຮ່ວມກັບລະບົບກັນສັ່ນ OIS ແລະ AIS ຈົນສາມາດຖ່າຍພາບໃນບ່ອນທີ່ມີແສງນ້ອຍໄດ້ຢ່າງມະຫັດສະຈັນ”
![]() |
Huawei P30 Series-Super Camera Smartphone |
HUAWEI P30 Series ປະກອບດ້ວຍ HUAWEI
P30 และ HUAWEI
P30 Pro ພ້ອມທີ່ຈະປ່ຽນແປງກົດເກນເໜືອຄວາມຄາດໝາຍ
ຮັບປະກັນຜົນຄະແນນຈາກ DxOMark ສູງທີ່ສຸດໃນຂະນະນີ້ເຖິງ 112 ຄະແນນໂດຍ P30 Pro ມາພ້ອມ Leica
Quad Camera System
ປະກອບໄປດ້ວຍ
- ກ້ອງຖ່າຍພາບຫຼັກຄວາມລະອຽດສູງສຸດເຖິງ 40 ລ້ານພິກເຊວທີ່ໃຊ້ເຊັນເຊີຮັບແສງຮູບແບບໃໝ່ເຊິ່ງມີຂະໜາດພິກເຊວຮັບແສງທີ່ໃຫຍ່ຂຶ້ນ HUAWEI Super Spectrum,
- ກ້ອງ Ultra-Wide Angle Lens 20 ລ້ານພິກເຊວ, ກ້ອງຖ່າຍພາບໄລຍະໄກ Telephoto Lens 8 ລ້ານພິກເຊວ ແລະ ກ້ອງສໍາລັບວັດໄລຍະວັດຖຸດ້ວຍແສງ (TOF Camera) ລວມໄປເຖິງກ້ອງໜ້າທີ່ພັດທະນາຂຶ້ນມາອີກຂັ້ນໃຫ້ຄວາມລະອຽດສູງສຸດເຖິງ 32 ລ້ານພິກເຊວ
- ພ້ອມດ້ວຍນະວັດຕະກໍາສຸດລ້ໍາຈາກການເຮັດວຽກຮ່ວມກັນຂອງ HUAWEI AIS, OIS ແລະ ຮູຮັບບແສງກວ້າງ f/1.6 ແລະ Super Zoom ລະບົບຊູມທີ່ຮອງຮັບອອບຕິຄອລຊູມສູງສຸດ 5 ເທົ່າ, ໄຮບຣິດຊູມສູງສຸດ 10 ເທົ່າ ແລະ ດິຈີຕອລຊູມ 50 ເທົ່າ,
ນອກນັ້ນຍັງພັດທະນາການຖ່າຍວິດີໂອ ໃຫ້ລ້ຳສະໄໝໄປອີກຂັ້ນ ໃຫ້ການຖ່າຍວິດີໂອໃນບ່ອນມືດ
ຫຼື ແສງນ້ອຍ ຍັງຄົງງາມ ຄົມຊັດ ແລະ ເພີ່ມຟີເຈີໃໝ່ຄື Dual-view Video ທີ່ກ້ອງສາມາດຖ່າຍວິດີໂອໄດ້ຫຼາຍໄລຍະໃນເວລາດຽວກັນ
ແຖມຍັງອັດແໜ້ນເຕັມປະສິດທິພາບດ້ວຍ ຊິບເຊັດ Kirin
980 ລະບົບສະແກນລາຍນິ້ວມືໃຕ້ໜ້າຈໍ
(In-Screen Fingerprint) HUAWEI Super Charge ທີ່ໃຫ້ກຳລັງໄຟຟ້າໄດ້ເຖິງ 40 ວັດ
ສຳລັບຄັ້ງນີ້ແມ່ນພິເສດຍິ່ງກວ່າ ເພາະໄດ້ມີການເປີດໂຕລຸ້ນນ້ອງ HUAWEI P30 Lite ສະມາດໂຟນລາຄາທີ່ສຸດຄຸ້ມ ກ້ອງຫຼັງ 3 ໂຕ
ເພື່ອຄົນຮັກເຊວຟີປະກອບດ້ວຍ ກ້ອງຫຼັກຫຼັງ 24 ລ້ານພິກເຊວ, ກ້ອງ Ultra-Wide 8 ລ້ານພິກເຊວ ແລະ
ເລນສຸດທ້າຍຖ່າຍພາບໂບເກ້ 2 ລ້ານພິກເຊວ, ສ່ວນກ້ອງໜ້າຈັດເຕັມມາໃຫ້ເຖິງ 32 ລ້ານພິກເຊວ
ເອົາໃຈສາວໆກຸ່ມຄົນທີ່ຮັກໃນການເຊວຟີ້ຢ່າງແທ້ຈິງ ເຮັດໃຫ້ຖ່າຍງາມຄົມທຸກອົງສາ
ບົນຊິບເຊັດ Kirin 710.
ສຳລັບໃນລາວ Huawei
P30 Pro ( 8GB+256GB) ລາຄາ: 7,690,000 ກີບຈະເປີດໃຫ້ລູກຄ້າໄດ້ສັ່ງຈອງຮອບສອງໃນວັນທີ
8 ເມສາ 2019 ຮັບເຄື່ອງໃນວັນທີ 3 ພຶດສະພາ ໂດຍລູກຄ້າຈະໄດ້ຮັບຂອງງແຖມມູນຄ່າ 900,000 ກີບ ສຳລັບລຸ້ນ Huawei
P30 (8GB+128GB) ລາຄາ 5,790,000 ກີບ
ແລະ ລຸ້ນ Huawei P30Lite (6GB+128GB) ລາຄາ
2,890,000 ກີບ
ໄດ້ເປີດຈໍາໜ່າຍແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປທົ່ວປະເທດ
ສຳລັບຂໍ້ມູນເພີ່ມເຕີມສາມາດຕິດຕາມໄດ້ທີ່ເພຈຂອງຫົວເຫວີຍເຮົາທີ່ https://www.facebook.com/HuaweimobileLA/.
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ