ເສົ້າໃຈແທ້, ຂີ່ລົດຈັກລົ້ມເອງ ເສຍຊີວິດຄາທີ 2 ຄົນທີ່ ວັງວຽງ 13/4/2019 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເສົ້າໃຈແທ້, ຂີ່ລົດຈັກລົ້ມເອງ ເສຍຊີວິດຄາທີ 2 ຄົນທີ່ ວັງວຽງ 13/4/2019




ວຽງຈັນ: ໃນວັນທີ 13 ເມສາ 2019 ເວລາ 06:23 ໂມງໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ສາຂາແຂວງວຽງຈັນ ເມືອງວັງວຽງ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 1623 ວ່າມີເຫດລົດຈັກລົ້ມເອງ ຈຸດເກີດເຫດ ບ້ານພູດິນແດງ ເມືອງວັງວຽງ ແຂວງວຽງຈັນ




ໜ່ວຍກູ້ໄພມູນນິທິ 1623 ໄປຮອດຈຸດເກີດເຫດພົບວ່າມີ ຜູ້ເສຍຊີວິດ 2 ຄົນ


  • ຜູ້ທີ່ 1 ເພດຊາຍ ບໍ່ມີເອກະສານລະບຸຕົວຕົນ ອາການເບື້ອງຕົ້ນແມ່ນ ກະທົບຫົວ (ບໍ່ມີສະຕິ)
  • ຜູ້ທີ່ 2 ເພດຍິງ ອາຍຸ 27 ປີ ບ້ານ ສີວິໄລ ເມືອງລອງ ແຂວງຫຼວງນໍ້າທາ ອາການເບື້ອງຕົ້ນແມ່ນ ກະທົບຫົວ (ບໍ່ມີສະຕິ)


ດັ່ງນັ້ນໜ່ວຍກູ້ໄພມູນນິທິຈຶ່ງໄດ້ມ້ຽນສົບຜູ້ເສຍຊີວິດແລ້ວນຳໄປຝາກໂຮງເຢັນ ໂຮງຫມໍເມືອງວັງວຽງ.

ເຕືອນໄພທຸກຄົນຈົ່ງມີສະຕິລະວັງຕົວ ໃນການສັນຈອນ. ເພາະໄລຍະປີໃໝ່ລາວ ຈະມີອຸບັດຕິເຫດຫຼາຍ. ເມົາບໍ່ຂັບລົດ. ແລະ ມີສະຕິທຸກຄັ້ງໃນການເດີນທາງ.





________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ








Post Bottom Ad