ບັນຫາສຸຂະພາບຂອງໝຸ່ມສາວທີຢູ່ໃນໄວເຮັດວຽກຈະຕ້ອງລະວັງ! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ບັນຫາສຸຂະພາບຂອງໝຸ່ມສາວທີຢູ່ໃນໄວເຮັດວຽກຈະຕ້ອງລະວັງ!


 


 ການເຮັກວຽກຈໍາເຈຢູ່ກບຫ້ອງສີ່ຫຼຽມທຸກມື້ຂອງຄົນເຮັດວຍກໂດຍສະເພາະໃນເມືອງໃຫຍ່ ຄວາມວຸ້ນວາຍໃນເນື້ອຫາຕ່າງໆຂອງວຽກການຕິດຕໍ່ຄົນ, ປະຊຸມ, ຈັດການວຍກເອກະສານ ແລະ ອື່ນໆ ເຮັດໃຫ້ບໍ່ມີເວລາເບິງແຍງຕົວເອງ ພໍ່ຮອດຊ່ວງພັກຜ່ອນຕອນສວຍໝຸ່ມສາວໄວເຮັດວຽກກໍ່ຈະມັກມີພຶດຕິກໍາການກິນອາຫານຄືກັນ ຄື:

 ການກິນອາຫານໃນຮ້ານອາຫານງ່າຍໆ ທີ່ສະດວກໃນການສັ່ງ ແລະ ສາມາດກິນໄດ້ໄວ ເພື່ອໃຫ້ທັນກັບການເຂົ້າເຮັດວຽກໃນຕ່ອນບ່າຍ ບໍ່ມີເວລາມາພິຖີພິຖັນ ຫຼື ຄ່ອຍໆ ກິນ ເພື່ອໃຫ້ອາຫານຍ່ອຍໄດ້ດີ ພໍຕົກແລງມາກ່ວາຈະເລີກວຽກກໍ່ຕ້ອງປະເຊີນກັບການຈໍລະຈອນທີ່ເຕັມໄປດ້ວຍລົດຕິດ ກັບມາຮອດບ້ານກໍ່ໝົດແຮງ ສິ່ງທີ່ກ່າວມາທັງໝົດນີ້ການມາເປັນວົງຈອນຊີວິດອັນໜຶ່ງ ທີ່ເຮັດໃຫ້ສະພາບຮ່າງກາຍເຊື່ອມໂຊມ ແລະ ນໍາມາຍັງໂລກໄພໄຂ້ເຈັບໃນພາຍຫຼັງ ມີໂລກຫຍັງແດ່ທີ່ເອີ້ນໄດ້ວ່າລະບາດໃນກຸ່ມ ໝຸ່ມສາວ ທີ່ເຮັດວຽກໃນຫ້ອງການ ແລະ ເຮົາຈະສາມາດແກ້ໄຂປ້ອງກັນບໍ່ໃຫ້ເກີໂລກເລົ່ານີ້ໄດ້ແນວໃດແດ່.

1.      ໂລກບາດແຜ່ໃນກະເພາະອາຫານ
ຈາກສະຖິຕິແລ້ວຄົນເຮັດວຍໃນຫ້ອງການ ໃນໄວໝຸ່ມສາວເກືອບທຸກຄົນຕ້ອງເຄຍມີຊ່ວງເວລາທີ່ສ່ຽງຕໍ່ການເປັນໂລກກະເພາະມາແລ້ວ ໂລກກະເພາະເກີດຈາກການກິນອາຫານບໍ່ຖືກເວລາ ແລະ ຍັງເກີດຈາກອາການຄຽດ ໃນການເຮັດວຽກໜັກ ແລະ ວຽກຫຍຸ້ງ ຈະເຮັດໃຫ້ກະເພາະຫຼັ່ງກົດອອກມາ ເມື່ອກົດອອກມາຖືກພະໜັງກະເພາະອາຫານກໍ່ເຮັກໃຫ້ເກີດເປັນບາດແຜໄດ້
ວິທີທີ່ຈະຊ່ວຍໃຫ້ໝຸ່ມສາວຫ້ອງການບໍ່ເປັນໂລກກະເພາະ ກໍຄື ພະຍາຍາມກິນເຂົ້າໃຫ້ຖືກເວລາ ຫາກຫຼີກລ້ຽງບໍ່ໄດ້ຫາກບໍ່ມີເວລາແທ້ໆກໍ່ລອງນໍາເອົາອາຫານກ່ອງມາໄວ້ກິນຢ່າງນ້ອຍຈະຊ່ວຍໃຫ້ເຮົາ ກິນເຂົ້າຖືກເວລາ ແລະ ລົດກົດໃນກະເພາະອາຫານໄດ້ດີອີກດ້ວຍ

2.      ໂລກໄມເກນ ຫຼື ໂລກເຈັບຫົວຂ້າງດຽວ
ສາເຫດຂອງໂລກນີ້ຫຼັກໆ ເກີດຈາການນອນເດີກ ແລະ ບໍ່ກິນອາການໃນຕອນເຊົ້າ ໝຸ່ມສາວໃນຫ້ອງການສ່ວນໃຫຍ່ມັກຈະຟ້າວອອກບ້ານໃນຕອນເຊົ້າ ເຮັດໃຫ້ລະເລີຍທີ່ຈະກິນອາຫານເຊົ້າ ຊຶ່ງໃນ ຄວາມເປັນຈິງອາຫານເຊົ້າເປັນຄາບທີ່ສໍາຄັນທີ່ສຸດ  ເພາະຫຼັງຈາກທີ່ທ້ອງຫວ່າງມາເປັນເວລາຫຼາຍຊົ່ວໂມງໃນຕອນກາງຄືນ ຮ່າງກາຍກໍ່ເລີມຕ້ອງການສານອາຫານຫຼາຍຂື້ນ ໂດຍສະເພາະສ່ວນຂອງສະໝອງທີ່ຄວບຄຸມທຸກຢ່າງ ໃນຮ່າງກາຍ ແລະ ສະໝອງກໍ່ສໍາຄັນຫຼາຍກັບຄົນທີ່ເຮັດວຽກ ພຶດຕິກໍາແບບນີ້ບໍ່ດີເລີຍ ໂດຍສະເພາະ ການກິນກາເຟພຽງແກ້ວດຽວ ຫຼື ອາຫານພຽງໜ້ອຍໆ ຫາກບໍ່ຢກເປັນໂລກເຈັບຫົວຂ້າງດຽວ ໃຫ້ລອງຫາກິນອາຫານເຊົ້າງ່າຍໆມາກິນ ພະຍາຍາມເຂົານອນກ່ອນຕອນທ່ຽງຄືນເພື່ອນອນໃຫ້ພຽງພໍກໍ່ຈະເຮັດໃຫ້ມີຄວາມສ່ຽງເປັນໂລກເຈັບຫົວຂ້າງດຽວໜ້ອຍລົງ ອີກຢ່າງໜຶ່ງຄື ການກິນນໍ້າຫຼາຍໆ ແລະ ກິນອາຫານທີ່ມີສ່ວນປະກອບຂອງໂອເມກ້າ 3 ເພາະອາການເຈັບຫົວ ຄື ອາການຫຼອດເລືອດບໍ່ຍືນຍຸ່ນ ແລະ ນໍ້າຈະຊ່ວຍບັນເທົ່າໄດ້ດີ


3.      ໂລກກົດໄຫຼຍ້ອນ
ກົດໄຫຼຍ້ອນເກີດຈາກກົດທີ່ຢູ່ໃນກະເພາະອາຫານໄຫຼຂື້ນມາຫຼອດອາຫານ ແລະ ຄໍ ເຮັດໃຫ້ມີອາການອັກເສບຮ້ອນ ຖ້າເປັນຫຼາຍກໍ່ຈະແຮງທໍລະມານ, ໂລກກົດໄຫຼຍ້ອນນັ້ນມາຈາກຫຼາຍສາເຫດ ແຕ່ສາເຫດທີ່ສໍາຄັນຂອງໂລກນີ້ທີ່ເກີດກັບໝຸ່ມສາວໃນໄວເຮັດວຽກກໍ່່ຄື ການກິນອາຫານບໍ່ຖືເວລາ, ອາຫານມັນ ແລະ ມີລົດເຂັ້ມຂົ້ນ. ໂລດກົດໄຫຼຍ້ອນຂອງຄົນເຮັດວຽກ ເປັນໂລກທີ່ສາມາປ້ອງກັນບໍ່ໃຫ້ເກີດຂື້ນໄດ້ດ້ວຍການທີ່ເຮົາເອົາໃຈໃສ່ຕົວເອງທພະຍາຍາມເລືອກກິນອາຫານທີ່ມີລົດຈືດ, ກິນໃຫ້ເປັນເວລາ. ການສັ່ງສັນທີ່ມີການດືມເຫຼົ້າເປັນເວລາຕິດຕໍ່ກັນຫຼາຍມື້ກໍ່ອາດເຮັດໃຫ້ເກີດເປັນໂລດກົດໄຫຼຍ້ອນໄດ້ເຊັນກັນ ທ່ານລອງຫັນມາໃສ່ໃຈເລື່ອງສຸຂະພາບ ແລະ ເລືອກກິນອາຫານທີ່ດີຕໍ່ສຸຂະພາບ  ກໍ່ຈະສາມາດຊ່ວຍທໍາຄວາມສະອາດ ແລະ ຈະດີທ໊ອກຮ່າງກາຍທ່ານ.
4.      ໂລດອ້ອຟຟິດຊິນໂຄຣມ
ເປັນໂລກທີ່ເກີດຈາກຄົນທີ່ເຮັດວຽກອັນເກົ່າຊໍ້າໆ ຢູ່ຕະຫຼອດເວລາເຮັດໃຫ້ກ້າມເນື້ອສ່ວນຕ່າງໆ ຂອງຮ່າງກາຍເລີ່ມມີການອັກເສບຜິດປົກກະຕິ ແລະ ໃນໄລຍະເວລາຍາວອາດຈະລຸກລາມໃຫຍ່ໄດ້ ສະນັ້ນ ການທີ່ ທ່ານນັ່ງໃນທ່ານເກົ່າເປັນເວລາດົນ ການໃຊ້ແຂນ ແລະ ນີ້ວມືພິມໃນແປ້ນຄີບອດຫຼາຍໆ ຫຼື ກົມໜ້າ ແລະ ເຮັດຫຼັງກົງກໍ່ຕະຫຼອດເວລາ  ກໍ່ສາມາດເຮັດໃຫ້ເກີດໂລດດັ່ງກ່າວໄດ້ ບາງຄັ້ງອາດມີອາການອື່ນໆເກີດມານໍາ ນອກເໜືອຈາກອາການເຈັບຕາມກ້າມເນື້ອ ຫຼື ມີອາການມືນຊາກ້າມເນື້ອ ແລະ ຮ່າງກາຍ ເຊັ່ນ: ຕາຟາງ, ເຈັບຫົວ, ໜ້າມືດ  ອາການນີ້ ໝຸ່ມໆສາວໆ ໃນຫ້ອງການສາມາດແກ້ໄດ້ດ້ວຍການການວິຖີຊີວິດໃນການນັ່ງເຮັດວຽກບ່ອນເກົ່າເປັນເວລາດົນ, ທ່ານຄວນລຸກຂື້ນຍ່າງໄປມາ ບໍ່ຄວນນັ່ງແຊ ຫຼື ທ່ານລງຫາທ່າອອກກໍາລັງກ່າຍງ່າຍໆ ທີ່ເຮັດໄດ້ໃນໂຕະເຮັດວຽກທີ່ສາມາດເຮັດສະຫຼັບກັບການເຮັດວຽກ ກໍ່ສາມາດຊ່ວຍໄດ້


  ຂອບໃຈຂໍ້ມູນຈາກ:    sanook

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ








Post Bottom Ad