5 ສ່ວນປະກອບໃນອາຫານທີ່ຕ້ອງການທໍາລາຍສະໝອງໂດຍທີ່ທ່ານບໍຮູ້ຕົວ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

5 ສ່ວນປະກອບໃນອາຫານທີ່ຕ້ອງການທໍາລາຍສະໝອງໂດຍທີ່ທ່ານບໍຮູ້ຕົວ



         
ສ່ວນປະກອບບາງຢ່າງໃນອາຫານອາດຈະເປັນປະໂຫຍດໃຫ້ແກ່ຮ່າງກາຍຂອງຄົນເຮົາໃນດ້ານອື່ນໆ ແຕ່ບາງຢ່າງກໍ່ແອບແຝງສານຜິດຕໍ່ສະໝອງເອົາໄວ້

ໃນໂລກຂອງເຮົາມີອາຫານຫຼາກຫຼາຍຢ່າງທີ່ໃຫ້ເຮົາໄດ້ເລືອກກິນ ມີທັງຊະນິດ ຄາວ, ຫວານ, ຜັກ, ໝາກໄມ້ ຫຼືອາຫານຂີ້ເຫຍື້ອ ກໍ່ຈະເຫັນວາງຂາຍຢູ່ທຸກບ່ອນ ດັງນັ້ນ, ການເລືອກຈຶງຕົກມາເປັນຂອງເຮົາທີຈະເລືອກກິນອາຫານ ຫາກເຮົາບໍ່ຮູ້ເລືອກກິນອາຫານທີມີປະໂຫຍດຕໍ່ຮ່າງກາຍ ກໍ່ສົ່ງຜົນກະທົບຕໍ່ສຸຂະພາບໄດ້ ແລະ ຫາກເຮົາບໍ່ຫຼີກອາຫານທີ່ມີສານອັນຕະລາຍດັ່ງຕໍ່ໄປນີ້ກໍ່ມີສິດທີ່ສະມອງຂອງທ່ານຈະຖືກທໍາລາຍໂດຍບໍ່ຮູ້ຕົວ ເພາະຈາກຂໍ້ມູນຂອງ EPOCH TIMES   ລະບຸຊັດເຈນເລີຍວ່າ 5 ສ່ວນ ປະກອບຂໍອງສານອາຫານດັ່ງຕໍ່ໄປນີ້ເປັນຜິດແກ່ສະໝອງ


1.    ກູ່ເຕນ

່ກູເຕນ ເປັນໂປຕິນສະນິດໜຶ່ງທີ່ພົບໃນອາຫານຈໍາພວກ ເຂົ້າ, ສາລີ ໂດຍກູເຕນ ຈັດເປັນໂປຕິນໜຽວ ທີ່ສົ່ງຜົນຕໍ່ລະບົບການດູດຊຶມມຂອງລໍາໄສ້ ແລະ ເປັນສາເຫດຂອງຄວາມແປປ່ວນ ໃນລະບົບຂອງພູມຄຸ້ມກັນ ລວມທັງລະບົບຍ່ອຍອາຫານອີກດ້ວຍ ດັ່ງນັ້ນຄົນເຈັບທ່ອງສ່ວນໃຫຍ່ຈຶ່ງມັກຖືກກວດພົບວ່າເປັນພູມແພ້ ກູເຕນ  ຖ້າວ່າອາການແພ້ກູເຕນບາງຄົນກໍ່ບໍ່ໄດ້ສະແດງອອກມາທາງການເຈັບຫ້ອງ ແຕ່ສະແດດອາການແພ້ ໂດຍການອັກເສບຂອງລະບົບປະສາດ ແລະ ເຊວສະໝອງ  

ຜົນການສຶກສາພົບວ່າ  ອາການແພ້ກູເຕນ ສາມາດສົ່ງຜົນໃຫ້ຄົນເຈັບ ເກີດຄວາມຜິດປົກກະຕິກ່ຽວວັບໄຂສັນຫຼັງ ແລະ ລະບົບປະສາດນອກສ່ວນກາງ, ຄວາມຈໍາບໍ່ມີປະສິດຕິພາບ, ສະໝອງເສືອມ ແລະ ຄວາມຜິດປົກກະຕິກ່ຽວກັບລະບົບປະສາດດ້ານອື່ນໆ ອີກດ້ວຍ.


2.    ສານທີໃຫ້ຄວາມຫວານແທນນໍ້າຕານ

ສານທີ່ໃຫ້ຄວາມຫວານແທນນໍ້າຕານ ທີ່ມັກໃຊ້ໃນຜະລິດຕະພັນ ໂລຊູກ້າ ຫຼື ຜະລິດຕະພັນທີ່ອ້າງວ່າປາສະຈາກນໍ້າຕານທຸກຊະນິດ ແທ້ຈິງແລ້ວອາຫາດັ່ງກ່າວມີສານໃຫ້ຄວາມຫວານແທ່ນນໍ້າຕານ ຊຶງມີສ່ວນປະກອບຂອງເຄມີ ເຊັ່ນ ກົດແອສພາຕິກ ສານທີ່ກະຕຸ້ນເຊວສະໝອງ, ເມທານອດ ແລະ ພີນນິລລານິນ ຊຶ່ງທັງໝົດນີ້ລວນເປັນສານເຄມີ ໂຕການຂອງອາການເນື້ອງອກໃນສະໝອງ

ນອກຈາກນີ້ ກົດແອສພາຕິກ ຍັງເປັນສາເຫດຂອງອາການຢ້ານກົວ, ເວົ້າບໍຊັດເຈນ, ມີຄວາມຄຽດ ແລະ ໄມເກຣນ ອີກດ້ວຍ ສະນັ້ນທາງທີດີຄວນຫຼີກລ້ຽງສານອາຫານທີມີສ່ວນຜະສົມຂອງສານທີໃຫ້ຄວາມຫວານແທນນໍ້າຕານດີກວ່າ ໂດຍສ່ວນຫຼາຍຈະພົບຢູ່ໃນນໍ້າອັດລົມ, ໂຍເກີດທີ່ບໍມີນໍ້າຕານ, ໝາກຝຣັ່ງ, ນໍ້າຫວານປຸງແຕ່ງກິ່ນ ສີ ແລະ ຜະລິດຕະພັນທີ່ປາສະຈາກນໍ້າຕານທຸກຊະນິດ


3.    ແປ້ງນົວ

ແປ້ງນົວເປັນສານປະກອບທີ່ມີລັກສະນະຄືເກືອ ໃຊ້ເພື່ອເພິ່ມລົດຊາດໃຫ້ແກ່ອາຫານ ໂດຍສານເຄມີທີ່ມີໃນແປ້ງນົວຈະເຂົ້າໄປລ໊ອກສະໝອງໃຫ້ຮູ້ສຶກວ່າອາຫານຈານນັ້ນໆ ມີລົດຊາດທີ່ແຊບ ຈົນໃນທີ່ສຸດສະໝອງກໍຫຼັ່ງ ໂດພາມີນ ອອກມາເກີນຄວາມຈໍາເປັນ
       
ດັ່ງນັ້ນ, ເມືອເຮົາຮັບປະທານ ອາຫານທີ່ມີແປ້ງນົວເປັນປະຈໍາ ສານອາຫານເຫຼົ່ານີ້ກໍ່ຈະເຂົ້າໄປລົບກວນການເຮັດວຽກຂອງສະມອງ ແລະ ລະບົບປະສາດ ເປັນສາເຫດກໍ່ໃຫ້ເກີດໂລກຕ່າງໆ ກ່ຽວກັບສະໝອງ ແລະ ອາການຜິດປົກກະຕິທາງລະບົບປະສາດ. ນອກຈາກແປ້ງນົວໃນອາຫານທີປຸ່ງໃໝ່ແລ້ວ ຍັງຕ້ອງລະວັງ ແປ້ງນົວໃນອາຫານສໍາເລັດຮູບທັງຫຼາຍ ບໍວ່າຈະເປັນຂະໝົມ, ນໍ້າປຸງສະລັດ, ນໍ້າຊ໊ອດ ແລະ ອາຫານກະປ່ອງຊະນິດຕ່າງໆ ອີກດ້ວຍ



4. ນໍ້າຕານທີ່ຜ່ານການຟອກໃຫ້ຂາວ
        
ນໍ້າຕານທີ່ຜ່ານການຟອກໃຫ້ຂາວ ຫຼື ນໍ້າຕານຊາຍຂາວ ທີ່ເຮົາກິນຢູ່ທຸກມື້ ແຕ່ຫຼາຍຄົນອາດໍ່ຄິດວ່າ ນໍ້າຕານຊາຍຂາວທີ່ຜ່ານຂະບວນການຟອກສີມາຈົນບໍລິສຸດ ນັ້ນແຝງໄປດ້ວຍອະຕະລາຍຕໍ່ສຸຂະພາບ ແລະ ສະໝອງຂອງເຮົາເທົ່າໃດ

ໂດຍເຄມີຈາກນໍ້າຕານຊາຍຂາວ ຈະເຂົ້າໄປຢຸດການຜະລິດເຊວອາຫານຂອງລະບົບປະສາດຂອງສະໝອງ ຂັດຂວາງໃຫ້ເຊວປະສາດສະມອງບໍ່ສາມາດເຊື່ອມໂຍງກັນໄດ້ຢ່າງມີປະສິດທິພາບ ມີຜົນກະທົບຕໍ່ຄວາມສາມາດຂອງສະໝອງດ້ານຄວາມຊົງຈໍາ
        
ນອກນັ້ນ, ນໍ້າຕານຊາຍຂາວ ຍັງເປັນສາເຫດຂອງການອັກເສບ ຊຶ່ງກະທົບກັບລະບົບພູມຄຸ້ມກັນ ແລະ ລະບົບຍ່ອຍອາຫານ ຫາກການອັກເສບທີ່ວ່ານັ້ນ ເປັນອາການອັກເສບຕໍ່ເນື່ອງ ອາດສົ່ງຜົນໃຫ້ເຮົາເປັນໂລກຈິດ ແລະ ໂລກຊືມເສົ້າໄດ້

ສະນັ້ນ,  ແພດຜູ້ຊ່ຽວຊານ ດ້ານຈິດຕະວິທະຍາ ຈຶງແນະນໍາໃຫ້ຜູ້ປ່ວຍໂລກຊຶມເສົ້າ ບໍ່ໃຫ້ກິນອາຫານທີ່ມີນໍ້າຕານເດັດຂາດ ແລະ ພົບວ່າຜູ້ປ່ວຍໂລກຊຶມເສົ້າທີ່ງົດການກິນນໍ້າຕານຊາຍຂາວ ມີແນວໂນມອາລົມແຈມໃສ ແລະ ອາການຊຶງເສົ້າໄດ້ບັນເທົາລົງແບບເຫັນໄດ້ຊັດເຈນ


5. ຟູຣອໍໄລດ໌

ໄດ້ສະແດງໃຫ້ເຫັນວ່າ ການບໍລິໂພກ ຟູຣອໍໄລດ໌ ສາມາສົ່ງຜົນໃຫ້ລະດັບ ໄອຄິວ ຂອງຜູ່ບໍລິໂພກຫຼຸດລົງ ແລະ ຜົນການທົດລອງຂອງ  UNICEF ກໍ່ພົບວ່າ ລະດັບໄອຄິວ ຂອງຄົນເຮົາຫຼຸດລົງເມື່ອ ເຮົາບໍລິໂພກ ຟູຣອໍໄລດ໌ ໃນປະລິມານພຽງແຕ່ 0.88 ມິນລີກໍາ
        
ທັງນີ້ບໍ່ພຽງແຕ່ບໍລິໂພ ຟູຣອໍໄລດ໌ ຈະລົດລະດັບສະຕິປັນຍາຂອງເຮົາເທົ່ານັ້ນ ແຕ່ງານວິໄຈກ່ຽວຂ້ອງອື່ນໆ ຍັງຊີ້ໃຫ້ເຫັນວ່າ ມີການລົດປະສິດທິພາບຂອງການຮຽນຮູ້ ແລະ ຄວາມຊົງຈໍາ ສົ່ງຜົນເສຍຕໍ່ການຈະເລີນເຕີບໂຕຂອງເຊວສະໝອງໃຫ້ແກ່ ເດັກນ້ອຍຢູ່ໃນຄັນ ອີກທັງລົບກວນການເຮັດວຽກຂອງລະບົບປະສາດ ແລະ ສະມອງດ້ານອື່ນໆນໍາອີກ ສະນັ້ນ, ເມື່ອຈະກິອາຫານ ເຮົາຄວນແນ່ໃຈວ່າບໍມີສ່ວນຜະສົມຂອງ ຟູຣອໍໄລດ໌
         

ສ່ວນປະກອບໃນອາຫານທັງ 5 ຊະນິດນີ້ຫາກບໍ່ນັບວ່າເປັນອັນຕະລາຍຕໍ່ສຸຂະພາບສະໝອງ ແລ້ວກໍ່ຍັງມີທ່າຍອຽງໃນຄວາມຜິດປົກຕິຂອງສຸຂະພາບດ້ານອື່ນໆ ສະນັ້ນ, ຫາກເຮົາເລືອດອາຫານທີ່ມີສ່ວນປະກອບເຫຼົ່ານີ້ເຈືອປົນໄດ້ກໍ່ດີກັບເຮົາທັງຂື້ນທັງລົງ.

 


 ຂອບໃຈທີມາ:   ອາລະສານອັບເດດ


________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ








Post Bottom Ad