ມານແມ່ເອີຍ! ຢ່າຄຽດໄປເລີຍ ເພາະທຸກຄັ້ງທີ່່ແມ່ຄຽດລູກກໍ່ຈະເປັນແບບນີ້ໄປນໍາ? - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ມານແມ່ເອີຍ! ຢ່າຄຽດໄປເລີຍ ເພາະທຸກຄັ້ງທີ່່ແມ່ຄຽດລູກກໍ່ຈະເປັນແບບນີ້ໄປນໍາ?


ແມ່ມານທຸກຄົນຍອມຮູ້ວ່າອັນໃດ ກິນແລ້ວດີ ແລະ ແມ່ນຫຍັງທີ່ກິນແລ້ວສົ່ງຜົນເສຍຕໍ່ເດັກນ້ອຍໃນທ້ອງ ແຕ່ເປັນຫຍັງບາງຄັ້ງເຮົາຈຶ່ງເບິ່ງຂ້າມເລື່ອງອາລົມຂອງຕົວເອງໄປ ຈົນບາງເທື່ອຄຽດໂດຍບໍ່ຮູ້ໂຕ

ສະມາຄົມວິທະຍາສາດທາງຈິດຕະວິທະຍາ ໄດ້ເຮັດການຄົ້ນຄວ້າ ການທີ່ແມ່ມານນັ້ນສົ່ງຜົນຮ້າຍແຮງກັບເດັກໃນທ້ອງ ແນ່ນອນວ່າການສົ່ງຜົນໄລຍະຍາວ ໂດຍສະເພາະໃນເລື່ອງທັດສະນະຄະຕິໃນການໃຊ້ຊີວິດຂອງເດັກໃນທ້ອງ ແມ່ນຢູ່ວ່າອາລົມຈະສາມາດສົ່ງຜ່ານທ້ອງຂອງແມ່ມາານໄດ້ ແຕ່ທຸກໆເທື່ອທີ່ແມ່ມານຄຽດ ກໍ່ຈະເກີດຮໍໂມນຄວາມຄຽດຊະນິດໜຶ່ງຂື້ນມາ ແລ້ວຮໍໂມນໂຕນີ້ແລະ ທີ່ສາມາດສົ່ງຜົນໄປຍັງເດັກໃນທ້ອງໄດ້
ການເພິ່ມຂື້ນຂອງຮໍໂມນຄວາມຄຽດ ກໍ່ຈະສົ່ງຜົນໃຫ້ຮ່າງກາຍຂອງແມ່ມານເຊັ່ນ: ມົດລູກເກີດການຕິດເຊື່ອຂະນະຕັ້ງຄັນ ຫຼື ກະຕຸ່ນໃຫ້ຕ່ອມເກີດກ່ອນກໍານົດ ເຮັດໃຫ້ເດັກນ້ອຍທີ່ເກີດມາມີນໍ້າໜັກຕໍ່າກ່ວາມາດຕະຖານ ມີບັນຫາເລື່ອງປອດ, ມີພັດທະນາການທີ່ຊ້າ, ມີປັນຫາດ້ານການຮຽນຮູ້ເວລາໃຫຍ່ຂື້ນມາ, ຈາກການສຶກສາເຖິ່ງຜົນໄລຍະຍາວ ພົບວ່າເດັກມີແນວໂນມທີ່ຈະເປັນໂລກຫົວໃຈ, ເບົາຫວານ ແລະ ຄວາມດັນໃນເລືອອດສູງອີກດ້ວຍ ໂດຍສະເພາະຊ່ວງ 3 ເດືອນທໍາອິດຂອງການຕັ້ງຄັນນັ້ນ ຄວາມຄຽດຂອງແມ່ມີຜົນຕໍ່ອາລົມ ແລະ ພຶດຕິກໍາຂອງລູກໃນຄັນ ເດັກນ້ອຍກຸ່ມນີ້ຈະມີສະພາວະເປັນໂລກຊືມເສົ້າ ຖືກກະຕຸ້ນດ້ວຍສິ່ງຕ່າງໄດ້ງ່າຍ, ຕົກໃຈ, ຂີ້ໂວຍວາຍ ແລະປັບຕົວເຂົ້າກັບສະພາບແວດລ້ອມໄດ້ຍາກ ກາຍເປັນເດັກລ້ຽງຍາກ

ທີ່ສໍາຄັນ ການຄຽດຫຼາຍຈົນເກີນໄປ ຈະສົ່ງຜົນກະທົບໂດຍກົງຕໍ່ສະມອງຂອງເດັກ ໂດຍສະເພາະໃນສ່ວນອາລົມແລະການຮຽນຮູ້ ເຮັກໃຫ້ເດັກນ້ອຍທີ່ເກີດມາມີໂອກາດສ່ຽງຕໍ່ການເກີດພາວະ ອໍທິດຕິກໄດ້ ດັ່ງນັ້ນແມ່ມານທຸກຄົນຢ່າຄຽດໄປເລີຍ ເພາະຄວາມຄຽດນັ້ນ ນອກຈາກຈະສົ່ງຜົນເສຍຕໍ່ແມ່ເອງແລ້ວ ຍັງສົ່ງຜົນເສຍຕໍ່ເດັກໃນທ້ອງບໍ່ຕ່າງກັນເລີຍ

     ທ່ານຮູ້ແລ້ວວ່າ ຄວາມຄຽດສາມມາດສົ່ງຜົນຮ້າຍແຮງຕໍ່ລູກໄດ້ ດັ່ງນັ້ນທ່ານຄວນເຮັດໃ້ຫອາລົມແຈມໃຈຢູ່ຕະຫຼອດເວລາຈະເປັນການດີ ຕໍ່ເດັກໃນທ້ອງ ແລະ ຕົວທ່ານເອງ



ຂອບໃຈຂໍ້ມູນຈາກ:   th.theasianparent.com




________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ








Post Bottom Ad