ຕີນເໜັ່ນຄວນເຮັດແນວໃດ? ເປັນບັນຫາກວນໃຈທີ່ຫຼາຍໆຄົນຕ້ອງເຈີ! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຕີນເໜັ່ນຄວນເຮັດແນວໃດ? ເປັນບັນຫາກວນໃຈທີ່ຫຼາຍໆຄົນຕ້ອງເຈີ!




ບັນຫາກິ່ນຕີນ ເປັນບັນຫາທີ່ກວນໃຈສາວໆ, ໜຸ່ມໆ ແລະ ຄົນຮອບຕົວບໍ່ໜ້ອຍ ແມ່ນໃຜທີ່ຢູ່ໃກ້ເປັນຕ້ອງກັ້ນຫາຍໃຈຮອ້ງອີ້ໄປຕາມໆກັນ ຫາກບໍ່ຢາກໃຫ້ບຸກຂະລິຂອງທ່ານຕ້ອງສູນເສີຍອີກຕໍ່ໄປພຽງເພາະບັນຫາກິ່ນຕີນ ເຮົາມາດັບກິ່ນບໍພຶງປະສົ່ງດ້ວຍຄໍາເນາະນໍາກັນດີກວ່າ




ການຄັດຕີນ

ຊ່ວງເວລາທີ່ເຮົາອາບນໍ້າຈະຕ້ອງໃສ່ໃຈຟອກສະບູ່ເພື່ອທໍາຄວາມສະອາດຕີນເປັນຢ່າງດີ ແຕ່ຫາກໃນກໍລະນີທີ່ມີຟອງສະບູ່ແລ້ວແຕ່ຍັງມີກິ່ນຢູ່ ທ່ານລອງປ່ຽນມາຄັດຕີນເບິ່ງດີກ່ວາ ໂດຍໃຊ້ແປງຖູຕີນ ຫຼື ຜ້າຈຸບນໍ້າມາຖູຕີນ ແລະ ນີ້ວຕີນ ເພື່ອພັດເຊວຜິວເກົ່າທີ່ຕາຍແລ້ວໃຫ້ຫຼຸດອອກ ຫຼື ທ່ານອາດຈະໃຊ້ເກືອຄັດຜິວສໍາລັບມາຄັດຕີນເພື່ອຊ່ວຍລົດກິ່ນຕີນເໜັ່ນລົງໄດ້ຢ່າງແນ່ນອນ


ແຊຕີນດ້ວຍນໍ້າເກືອ

ຕຽມນໍ້າອຸ່ນໃສ່ຊາມສໍາລັບແຊຕີນ ເຕີມເກືອລົງໄປປະສົມ ຈາກນັ້ນລ້າງຕີນໃຫ້ສະອາດແລ້ວແຊ່ໃນນໍ້າເກືອປະມານ 20-30 ນາທີ່, ທ່ານຄວນແຊ່ຕີນ ໃນນໍ້າເກືອທຸກມື້ ເພື່ອເຮັດໃຫ້ບັນຫາກິ່ນເໜັ້ນບັນເທົາລົງ ຫຼື ຊ່ວຍດັບກິ່ນໄດ້ດີຂື້ນແນ່ນອນ





ຕັດເລັບຕີນໃຫ້ສັ້ນ

ການຕັດເລັບຕີນໃຫ້ສັ້ນຂື້ນ ທ່ານຄວນຕັດເປັນແນວຊື່ ບໍ່ຕັດໂຄ້ງເລີກລົງ ເພາະຊ່ວຍປ້ອງກັນບັນຫາເລັບຕີນກັດ ແລະ ເມື່ອຕັດເລັບແລ້ວທ່ານຄວນລ້າງຕີນ ພ້ອມເຊັດໃຫ້ແຫ້ງທຸກຄັ້ງ ຖ້າຫາກເຮົາບໍ່ຕັດເລັບໃຫ້ສັ້ນ ຍັງປ່ອຍເລັບຍາວ ສິ່ງສົກກະປົກກໍ່ຈະຕິດເຂົ້າໄປຢູ່ໃນເລັບງ່າຍ ຍິ່ງເຮັດໃຫ້ເກີດກິ່ນຕີນເໜັ້ນຮຸ່ນແຮງໄດ້ນັ້ນເອງ


ດັບກິ່ນຕີນດ້ວຍແປ້ງ

ໃນປະຈຸບັນມີຜະລິດຕະພັນທີ່ຜະລິດອອກມາສໍາລັບຄົນມີປັນຫາເຫື່ອຫຼາຍຊຶ່ງມັດຈະເຮັດໃຫ້ເກີດກິ່ນຕົວ ບໍ່ວ່າຈະເປັນແປງຊະນິດຕ່າງໆ ໂດຍຜະລິດຕະພັນເຫຼົ່ານີ້ມີຂໍ້ດີຄື ຈະຊ່ວຍດູດຊັບຄວາມຊື້ນອອກຈາກເຫື່ອໄດ້ ຫາກໂຮ່ຍແປ້ງລົງ ເທິງຕີນ ທີ່ຫາທໍາຄວາມສະອາດແຫ້ງໃໝ່ໆ ແປ້ງຈະຊ່ວຍລົດເຫື່ອໃຫ້ນ້ອຍລົງກ່ວາເດີມ ຕົ້ນເຫດຂອງກິ່ນກວນໃຈກໍ່ຈະບໍ່ມາລົບກວນໃຈຢ່າງທີ່ເຄີຍເປັນອີກຕໍ່ໄປ




ທໍາຄວາມສະອາດເກີບ ແລະ ຕູ້ເກີບ

ເກີບ ແລະ ຕູ້ເກີບ ເປັນບ່ອນສະສົມແບັກທີ່ເຣຍອັນດີ ເພາະສະນັ້ນ ທ່ານຄວນໜັ່ນເບິ່ງແຍງດູແລທໍາຄວາມສະອາດ ເກີບຂອງທ່ານ ແລະ ຕູ້ໃສ່ເກີບໂດຍສະເພະເກີດຜ້າ ຫຼື ເກີບຄັດຊູ, ເກີບຄັດມັນ ແນະນໍາໃຫ້ນໍາອອກມາທໍາຄວາມສະອາດ ແລະ ຕາກແດດ ເເພື່ອຂ້າເຊື້ອໂລດ ແລະ ກໍາຈັດກິ່ນບໍ່ພືງປະສົ່ງ ນອກຈາກນັ້ນ ເກີບຄູ່ໃດທີ່ບໍແຫ້ງດີ ກໍ່ບໍ່ຄວນຟ້າວນໍາມາໃຊ້ ຫຼື ໃສ່ຕູ້ໄວ້ເດັດຂາດ


ພຽງແຕ່ທ່ານເຮັດຕາມຄໍາແນະນໍາຂອງເຮົາເທົ່ານີ້ ກໍ່ຈະຊ່ວຍດັບກິ່ນຕີນໄດ້ຢ່າງແນ່ນອນ ທ່ານໃດທີ່ມີປັນຫາກິ່ນຕີນກໍ່ຢ່າລືມຕິດຕາກັນເດີ


ຂອບຈາຂໍ້ມູນຈາກ: sanook.com

________

ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ



































Post Bottom Ad