ຕິດໂທລະສັບຫຼາຍ? ລະວັງ ອາດເປັນໂລກລະເມີພິມຂໍ້ຄວາມ ໂດຍບໍ່ຮູ້ຕົວ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຕິດໂທລະສັບຫຼາຍ? ລະວັງ ອາດເປັນໂລກລະເມີພິມຂໍ້ຄວາມ ໂດຍບໍ່ຮູ້ຕົວ



ຮູ້ບໍ່ວ່າທ່ານຕິດໂທລະສັບ ກໍ່ອາດກໍ່ໃຫ້ເກີດການເຈັບປ່ວຍໄດ້ຢ່າງຫຼາກຫຼາຍ ໂດຍສະເພາະ ໂລກ ລະເມີພິມຂໍ້ຄວາມອາດຈະຟັງເບິ່ງແລ້ວແປກ ແຕ່ກໍ່ເປັນໂລກທ່ເກີດຂື້ນແທ້ ແຖມຍັງສົ່ງຜົນເສຍຕໍ່ສຸຂະພາບຢ່າງຫຼວງຫຼາຍ ເພາະສະນັ້ນ ວັນນີ້ເຮົາມາທໍາຄວາມເຂົ້າໃຈກັບໂລດລະເມີພິມຂໍ້ຄວາມອາດ ນໍາກັນດີກວ່າ ວ່າໂລກນີ້ມີອາການແນວໃດ ແລະ ສົ່ງຜົນເສີຍຕໍ່ຮ່າງກາຍໄດ້ໜ້ອຍຫຼາຍເທົ່າໃດ?




ໂລກລະເມີພິມຂໍ້ຄວາມອາດ ເປັນໂລກແນວໃດ?


ໂລກລະເມີພິມຂໍ້ຄວາມອາດເປັນໂລກທີ່ເກີດຈາກການຕິດໂທລະສັບຫຼາຍຈົນເກີນໄປຈົນເຮັດໃຫ້ເກີດພຶດຕິກໍາທີ່ຕອບສະໜອງຕໍ່ການພິມຂໍ້ຄວາມໄດ້ໄວ ໂດຍບໍ່ຮູ້ຕົວ ເຮັດໃຫ້ໃນຂະນະເວລາຫຼັບ ພຽງໄດ້ຍິນສຽງຂໍ້ຄວາມດັ່ງເຂົ້າມາ ກໍ່ເກີດລະເມີຂື້ນມາຕອບທັນທີ ໂດຍທີ່ເມື່ອຈຕື່ນຂື້ນມາໃນຕອນເຊົ້າກັບຈື່ຫຍັງບໍ່ໄດ້ເລີຍ ນີ້ກໍ່ຖືວ່າເປັນອາການທີ່ໜ້າເປັນຫ່ວງຫຼາຍ.


ຜົນເສຍຂອງການລະເມີພິມຂໍ້ຄວາມອາດ

ສໍາລັບຜົນເສຍທີ່ເກີດຈາກອາການລະເມີພິມຂໍ້ຄວາມອາດກໍ່ມີຫຼາຍຢ່າງທີ່ເຮົາອາດບໍ່ຄາດຄິດ ຊຶ່ງສະຫຼຸບໄດ້ວ່າ:


1. ອາດເກີດບັນຫານການເຂົ້າໃຈຜິດກັນລະຫວ່າງຕົວທ່ານເອງ ກັບ ຜູ້ທີ່ສົ່ງຂໍ້ຄວາມມາ ເພາະໃນຂະນະທີ່ລະເມີກົດຂໍ້ຄວາມໄປນັ້ນ ທ່ານອາດບໍ່ຮູ້ວ່າໄດ້ພິມຂໍ້ຄວາມຫຍັງລົງໄປ ແລະ ພິມຕອບໃຜ? ກ່ວາຈະຮູ້ອີກເທືອໜຶ່ງກໍ່ແມ່ນຕອນເຊົ້າທີ່ທ່ານຕື່ນມາ ຊຶ່ງກໍ່ໄດ້ເຮັດໃຫ້ອີຫຝ່າຍເຂົ້າໃຈຜິດ ແລະ ການເປັນບັນຫານໄປແລ້ວ





2. ສຸຂະພາບບໍ່ດີລົງເລື່ອຍໆ ເນື່ອງຈາກການພັກຜ່ອນທີ່ບໍ່ເຕັມທີ່ ນັ້ນກໍ່ເພາະວ່າໃນຂະນະທີ່ລະເມີພິມຂໍ້ຄວາມອາດຮ່າງກາຍຈະມີການເຮັດວຽກ ຄືກັບເວລາຕືນຢູ່ ເປັນຜູ້ໃຫ້ທ່ານຢູ່ໃນພາວະພັກຜ່ອນໜ້ອຍຈຶ່ງເຮັດໃຫ້ສຸຂະພາບຊຸດລົງ ໂດຍການທີ່ສາມາດເຫັນໄດ້ຊັດເຈນກໍ່ຄື ຮູ້ສຶກຢາກນອນຕະຫຼອອດເວລາໃນຕອນກາງເວັນ, ເກີດຄວາມຄຽດ ແລະ ສຸດທ້າຍກໍ່ອາດເກີດເປັນໂລກຕ່າງໆ ຕາມມາໄດ້ ບໍ່ວ່າຈະເປັນໂລດຕຸ້ຍ, ໂລກຫົວໃຈ, ໂລກເຈັບຫົວ ເປັນຕົ້ນ


ການແກ້ໄຂໂລກລະເມີພິມຂໍ້ຄວາມອາດໄດ້ແນວໃດ?

ການແກ້ໄຂບັນຫາໂລກລະເມີ ພິມຂໍ້ຄວາມ ທ່ານຈະຕ້ອງຮີບຟ້າາວແກ້ໄຂຈາກຕົ້ນເຫດ ນັ້ນກໍ່ຄື ລົດການຫຼີ້ນໂທລະສັບໃຫ້ໜ້ອຍລົງ ໂດຍສະເພາະຊ່ວງເວລາກ່ອນນອນ ແນະນໍາໃຫ້ອອກຫ່າງຈາກໂທລະສັບຢ່າງນ້ອຍ 30 ນາທີ ກ່ອນນອນ ພະຍາຍາມເອົາໂທລະສັບໄວ້ໄກໃຫ້ຫ່າງຈາກຕົວ ແລະ ຫາກທ່ານສາມາດປິດສຽງໂທລະສັບໄວ້ນໍາແຮງເປັນການດີ ເພື່ອຈະໄດ້ບໍ່ມີສຽງຂໍ້ຄວາມເຂົ້າມາໃນຂະນະທີ່ກໍາລັງນອນຫຼັບສະບາຍ ແນວໃດກໍ່ຕາມຄວນຫຼີ້ນໂທລະສັບໃຫ້ໜ້ອຍທີ່ສຸດ


ເຖິ່ງວ່າໂລກລະເມີສົ່ງຂໍ້ຄວາມຈະບໍ່ອັນຕະລາຍຫຼາຍເທົ່າກັບໂລກອື່ນໆ ແຕ່ກໍ່ສາມາດສົ່ງຜົນເສຍຕໍ່ຮ່າງກາຍໄດ້ຫຼາຍ ເພາະສະນັ້ນ, ເຮົາມາປັບພຶດຕິກໍາ ໂດຍການລົດການຫຼີ້ນໂທລະສັບໃຫ້ໜ້ອຍລົງຈະດີກ່ວາ ແລ້ວທ່ານຈະຫ່າງໄກຈາກໂລກລະເມີພິມຂໍ້ຄວາມ


ຂອບໃຈທີ່ມາຈາກ: sanook.com
________

ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ






































Post Bottom Ad