ປາກເໝັ່ນຄວນເຮັດແນວໃດດີ? ວິທີຮັບມືກັບບັນຫາກິ່ນປາກໃຫ້ໄດ້ຜົນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປາກເໝັ່ນຄວນເຮັດແນວໃດດີ? ວິທີຮັບມືກັບບັນຫາກິ່ນປາກໃຫ້ໄດ້ຜົນ



ບັນຫາກິ່ນປາກ ເກີດຂື້ນໄດ້ຈາກຫຼາກຫຼາຍສາເຫດ ມື້ນີ້ເຮົາຈະພາທ່ານໄປເບິ່ງວ່າສາເຫດຂອງການເກີດກິ່ນປາກເກີດມາຈາກຫຍັງ? ແລະ ຄວນຮັບມືເພື່ອປ້ອງກັນການເກີດກິ່ນປາກຢ່າງຖືກວິທີ



ບັນຫາກິ່ນປາກເກີດຈາກຫຼາກຫຼາຍສາເຫດ ເຊັ່ນ: ກິ່ນປາກທີ່ເກີດຂື້ນໂດຍທໍາມະຊາດ ເກີດຂື້ນຈາກເຊື້ອແບັກທີເລຍເຮັດວຽກເພິ່ມຫຼາຍຂື້ນຫຼັງຈາກຮ່າງກາຍຫຼັ່ງນໍ້າລາຍຫຼຸດໜ້ອຍລົງໃນເວລາຫິວ ຫຼືຊວງທີ່ເຮົານອນຫຼັບ. ນອກຈາກນີ້ຍັງກິ່ນປາກຍັງເກີດຈາກການເຈັບປ່ວຍພາຍໃນປາກ ເຊັ່ນ: ເຫືອອັກເສບຈາກແບັກທີເລຍ ຈົນເຮັດໃຫ້ເຫືອເກີດອາການອັກເສບເປັນເວລາດົນ ຍັງສາມາດເກີດຈາກການເປັນແຂ້ວແມງ ທີ່ເປັນຕົວການເຮັດໃຫ້ເກີດກິ່ນປາກອັນບໍ່ພຶງປະສົງຕາມມາ ບໍ່ພຽງເທົ່ານັ້ນກິ່ນປາກຍັງເກີດຈາກ ຄວາມຄຽດໄດ້ອີກດ້ວຍ ແນວໃດກໍ່ຕາມຖ້າທ່ານພົບວ່າມີກິ່ນປາກທີ່ຮຸ່ນແຮງ ທ່ານບໍ່ຄວນປ່ອຍປະລະເລີຍ ຮີບໄປພົບແພດຈະເປັນການດີທີ່ສຸດ


ອາຫານທີ່ສາມາດຊ່ວຍລົດກິ່ນປາກ

ຜັກສີສົ້ມ ທີ່ມີຄຸນນະສົມບັດຊ່ວຍໃນການກໍາຈັດເຊື້ອແບັກທີເລຍພາຍໃນປາກ ຊ່ວຍປັບລະບົບການແຮງວຽກຂອງລໍາໄສ້ໃຫ້ດີຂື້ນ ນອກຈາກນີ້ ອາຫານທີ່ມີໄຍອາຫານທີ່ຈະຊ່ວຍເຮັດໜ້າທີ່ໃນການກໍາຈັດຄາບອາຫານທີ່ຕົກຄ້າງຢູ່ໃນຊ່ອງປາກໄດ້

ໃບຊາ: ໃນໃບຊາອຸດົມໄປດ້ວຍສານແທນນິນ ທີ່ມີຄຸນນະສົມບັດຕ້ານເຊື້ອໂລກ ໂດຍຈະຊ່ວຍກໍາຈັດເຊື້ອແບັກທີເລຍ ຊຶ່ງເປັນສາເຫດຂອງການເກີດກິ່ນປາກໄດ້ດີ ນອກນັ້ນຍັງມີຊັບພະຄຸນຊ່ວຍກະຕຸ້ນລະບົບຍ່ອຍອາຫານຈຶ່ງຖືວ່າເປັນຜົນດີຕໍ່ຜູ້ມີບັນຫາກິ່ນປາກງ່າຍ ອັນເນື່ອງມາຈາກການເຮັດວຽກທີ່ບໍ່ເຕັມທີ່ຂອງລະບົບຍ່ອຍອາຫານ ແລະ ກະເພາະອາຫານ ຕະຫຼອດຈົນຮອດລໍາໄສ້ ດັ່ງນັ້ນ ທ່ານສາມາດນໍາໃບຊາມາຍໍ້າ ຫຼື ແຊ່ດືມເພື່ອກໍາຈັດກິ່ນປາກໄດ້ເຊັ່ນດຽວກັນ




ໝາກນາວ ເປັນໝາກໄມ້ທີ່ມີກົດຊິດລິກໂດຍຈະເຮັດໜ້າທີ່ຊ່ວຍແຍກຍ່ອຍໂປຕີນອັນເປັນຕົ້ນເຫດໃນການເກີດກິ່ນປາກ ແລະ ຍັງສາມາດຊ່ວຍປ້ອງກັນການບູດເນົ່າ ຫຼື ລົດການສະສົມຂອງເສດອາຫານພາຍໃນປາກໄດ້ອີກ ໃນຄວາມສົ້ມຂອງໝາກນາວຍັງຊ່ວຍກະຕຸ້ນການຫຼັ່ງນໍ້າລາຍໄດ້ຫຼາຍເພິ່ມຂື້ນຊ່ວຍກະຕຸ້ນລະບົບທໍາຄວາມສະອາດຂອງຮ່າງກາຍໃນແບບທໍາມະຊາດໄປພ້ອມໆກັນ


ວິທີຮັບມືກັບບັນຫາກິ່ນປາກ

ປັນຫາກິ່ນປາກ ເຮົາສາມາດຮັບມືປ້ອງກັນໄດ້ງ່າຍໆ ດ້ວຍການປັບປ່ຽນພຶດຕິກໍາການກິນອາຫານ ກໍ່ສາມາດຊ່ວຍລົດສາເຫດການເກີດກິ່ນປາກໄດ້ອີກທາງໜຶ່ງຄື:


1. ຄວນກິນອາຫານໃຫ້ຄົບ 3 ຄາບ, ໂດຍກິນໃຫ້ຖືກເວລາ ບໍ່ຄວນກິນວັນລະຫຼາຍໆເທືອ


2. ກິນອາຫານໃຫ້ອີມພຽງແຕ່ 8 ສ່ວນຂອງກະເພາະອາຫານ ເພາະການກິນອາຫານທີ່ຫຼາຍເກີນໄປອາດເຮັດໃຫ້ລະບົບການຍ່ອຍອາຫານເຮັດວຽກຊ້າ ຫຼື ເຮັດວຽກໄດ້ບໍ່ເຕັມທີ່ ກໍ່ໃຫ້ເກີດອາການອືດທ້ອງ ແລະ ເຈັບກະເພາະຕາມມາ









3. ຫຼັງຈາກ 5 ໂມງແລງບໍ່ຄວນກິນອາຫານຢ່າງເດັດຂາດ

4. ຄວນຍໍ້າອາຫານໃຫ້ອາຫານລະອຽດທຸກຄັ້ງກ່ອນກືນ ເພື່ອກະຕຸ້ນການເພິ່ມນໍ້າລາຍໃຫ້ຫຼັ່ງອອກມາຢ່າງເຕັມທີ່

ບັນຫາກິ່ນປາກເຮົາສາມາດຮັບມືໄດ້ງ່າຍໆ ດ້ວຍການປັບປ່ຽນພຶດຕິກໍາການກິນອາຫານໃໝ່ ກໍ່ຈະຊ່ວຍລົດອາການເກີດກິ່ນປາກໄດ້ ລວມໄປຮອດການກິນອາຫານທີ່ສາມາດລົດກິ່ນປາກ ແລະ ຖ້າທ່ານພົບວ່າມີກິ່ນປາກແຮງຫຼາຍກ່ວາປົກກະຕິ ກໍ່ຄວນໄປປຶກສາແພດເພື່ອເຂົ້າຮັບການປຶກສາບັນຫາກິ່ນປາກຈະເປັນການດີ


ຂອບໃຈຂໍ້ມູນຈາກ: kapook.com

_______
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ



































Post Bottom Ad