ແຈ້ງທຶນການສຶກສາ Darmasiswa ຂອງປະເທດ ອິນໂດເນເຊຍ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ແຈ້ງທຶນການສຶກສາ Darmasiswa ຂອງປະເທດ ອິນໂດເນເຊຍ




ແຈ້ງຂ່າວ ມາຍັງນັກສຶກສາ ເພື່ອຊາບວ່າ ກະຊວງສຶກສາທິການ ແລະ ວັດທະນະທຳ ຮ່ວມກັບ ກະຊວງການຕ່າງປະເທດ ແຫ່ງສາທາລະນະລັດອິນໂດເນເຊຍ ກຳລັງຈະຈັດໂຄງການແລກປ່ຽນການສຶກສາ ໃນລະຫວ່າງເດືອນ ກັນຍາ 2018 - ສິງຫາ 2019 ທີ່ ສະຖາບັນການສຶກສາຕ່າງໆ ໃນປະເທດອິນໂດເນເຊຍ ພາຍໃຕ້ທຶນການສຶກສາ Darmasiswa Scholarship, ຊຶ່ງຈຸດປະສົງຂອງງານແມ່ນ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ມີໂອກາດຮຽນຮູ້ພາສາ, ສິລະປະ ແລະ ວັດທະນະທຳອິນໂດເນເຊຍ. ນັກສຶກສາຜູ້ທີ່ມີຄວາມສົນໃຈ ສາມາດເຂົ້າເບິ່ງລາຍລະອຽດການສະໝັກໄດ້ທີ່: http://darmasiswa.kemdikbud.go.id ຫຼື ສອບຖາມຂໍ້ມູນເພີ່ມເຕີມໄດ້ກັບ ສະຖານທູດອິນໂດເນເຊຍ ປະຈຳ ສປປ ລາວ, ໂທ: 020 7675 5866.
ໝາຍເຫດ:  ປະກອບເອກະສານສະໝັກທີ່ກ່ຽວຂ້ອງ ສົ່ງເຖິງສະຖານທູດອິນໂດເນເຊຍ ປະຈຳ ສປປ
                    ລາວ ບໍ່ໃຫ້ກາຍວັນທີ 18 ກຸມພາ 2018.
-    ນັກສຶກສາທີ່ຖືກຄັດເລືອກໃຫ້ໄດ້ຮັບທຶນການສຶກສາ ຈະໄດ້ຮັບເບ້ຍລ້ຽງຈຳນວນໜຶ່ງ ເພື່ອໃຊ້ເປັນຄ່າກິນຢູ່ພັກເຊົາ, ແຕ່ນັກສຶກສາຈະຕ້ອງຮັບຜິດຊອບຄ່າເດີນທາງໄປ-ກັບດ້ວຍຕົນເອງ.

  ໂຄງການແລກປ່ຽນດີໆ ແບບນີ້ ນັກສຶກສາຢ່າລືມພາກັນໄປສະໝັກຫຼາຍໆເດີເຈົ້າ 


ຂອບໃຈຂໍ້ມູນຈາກ:   www.nuol.edu.la

_____

ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ













Post Bottom Ad