ຊຳລະຄ່າທາງຜ່ານຕູ້ອັດຕະໂນມັດໄດ້ແລ້ວມື້ນີ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຊຳລະຄ່າທາງຜ່ານຕູ້ອັດຕະໂນມັດໄດ້ແລ້ວມື້ນີ້





ການຊຳລະຄ່າທຳນຽມທາງຜ່ານທະນາຄານ ຖືເປັນສິ່ງທີ່ດີ ສະດວກຕໍ່ຜູ້ໃຊ້ລົດໃຊ້ຖະໜົນບໍ່ຈຳເປັນຕ້ອງໄປຫາກອງຄຸ້ມຄອງພາຫະນະອີກ ແລະຍັງຊ່ວຍລັດເກັບລາຍຮັບເຂົ້າງົບປະມານໄດ້ເຕັມເມັດເຕັມໜ່ວຍຕາມອັດຕາການຊົມໃຊ້ຕົວຈິງ ແຕ່ພາຍຫຼັງເປີດໃຊ້ກໍ່ມີຫຼາຍຄົນຈົ່ມວ່າໄປນັ່ງຕໍ່ຄີວຖ້າດົນໂພດ ຍ້ອນວ່າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນເປັນທະນາຄານທີ່ມີຜູ້ຄົນໄປໃຊ້ບໍລິການເປັນຈຳນວນຫຼວງຫຼາຍໃນແຕ່ລະວັນ.


ສະນັ້ນ, ເພື່ອຄວາມສະດວກສະບາຍ ແລະ ງ່າຍຂຶ້ນ ໃນການຮັບໃບສະຕິກເກີ້ເສຍຄ່າທຳນຽມທາງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ປະຈຸບັນໄດ້ນຳເອົາຕູ້ພິມໃບສະຕິກເກີ້ມາຕັ້ງໄວ້ຢູ່ປະຕູໄຊ ບ່ອນທີ່ເປັນຈຸດທາງຜ່ານຂອງຫຼາຍຄົນໄດ້ໄປໃຊ້ບໍລິການເອງແບບບໍ່ຈຳເປັນຕ້ອງໄປນັ່ງໄປນອນຕໍ່ຄີວຢູ່ປ່ອງບໍລິການຂອງທະນາຄານອີກຕໍ່ໄປ.



ປະຈຸບັນ, ທ່ານສາມາດໃຊ້ບໍລິການ ຕູ້ພິມໃບສະຕິກເກີ້ເສຍຄ່າທຳນຽມທາງອັດຕະໂນມັດ (ຕູ້ Kiosk) ໄດ້ແລ້ວ ຢູ່ຈຸດຕິດຕັ້ງຕູ້ ATM ຂອງ ທຄຕລ ຕໍ່ໜ້າກະຊວງກະສິກຳ ແລະ ປ່າໄມ້ (ກົງກັນຂ້າມກັບປະຕູໄຊ). ເຊິ່ງຂັ້ນຕອນການຮັບໃບສະຕິກເກີ້ເສຍຄ່າທຳນຽມທາງຜ່ານຕູ້ Kiosk ທ່ານສາມາດນໍາເອົາ Bar code ທີ່ໄດ້ຈາກຕູ້ ATM ຫຼື BCEL One ໄປສະແກນທີ່ຕູ້ Kiosk ດັ່ງກ່າວເພື່ອຮັບເອົາໃບສະຕິກເກີ້ເສຍຄ່າທຳນຽມທາງ ໄດ້ຕະຫຼອດ 24 ຊົ່ວໂມງ.



  ຕາມການສອບຖາມໄປຍັງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນໃຫ້ຮູ້ວ່າ: ການຕິດຕັ້ງຕູ້ພິມສະຕິດເກີ້ເພື່ອຄ່າທຳນຽມທາງ ຕອນນີ້ຍັງມີຢູ່ຈຸດດຽວທີ່ປະຕູໄຊເທົ່ານັ້ນເປັນຈຸດທຳອິດ ແຕ່ຕໍ່ໄປຍັງຈະສືບຕໍ່ຂະຫຍາຍໄປຍັງບ່ອນໆຄືກັບຕູ້ເອທີເອັມ ຫາກທ່ານໃດຍັງມີຂໍ້ຄ່ອງໃຈ ຫຼື ບໍ່ເຂົ້າໃຈໃນຂັ້ນຕອນໃດແມ່ນສາມດສອບຖາມຂໍ້ມູນເພີ້ມຕື່ມທີ່ Call Center: 1555.



________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ






Post Bottom Ad