ໂຣນັລໂດ ກາຍເປັນຕົວເຕັງທີ່ຈະຄວ້າລາງວັນໝາກບານຄໍາ ຫຼື ບັນລົງດໍ ໃນປີນີ້ ຫຼັງພາ ຣີລ ມາດຣິດ ຄວ້າແຊັມ ລາລີກາ ສະເປນ ແລະ ຢູຟາ ແຊັມປ້ຽນລີກ 2016-2017 ເຊິ່ງຖ້າຫາກເຮັດໄດ້ແທ້ ລາວກໍ່ຈະສ້າງສະຖິຕິຄວ້າບັນລົງດໍ 5 ສະໄໝເທົ່າກັບ ລິໂອເນລ ເມສຊີ ດາວຍິງຊາວອາເຈນຕິນາ.
ພາຍຫຼັງທີ່ ຈໍຈິນາ ໂຣດຣິເກຊ ແຟນສາວຂອງ ໂຣນັລໂດ ຫາກໍໃຫ້ກໍາເນີດລູກສາວຊື່ ອະລານາ ມາຕິນາ ເຊິ່ງເປັນລູກຄົນທີ 4 ຂອງລາວ. ຢ່າງໃດກໍ່ຕາມ, ລາວກໍ່ຍັງບໍ່ຄິດທີ່ຈະຢຸດຜະລິດລູກ ລວມເຖິງສ້າງຜົນງານຢ່າງໂດດເດັ່ນໃນສະໜາມຕໍ່ໄປ.
ໂຣນັລໂດ ເປີດເຜີຍວ່າ: “ ຂ້ອຍບໍ່ກົງວົນມັນອີກແລ້ວ ເພາະຕອນນີ້ຂ້ອຍ 32 ປີ, ໂລກຂອງຂ້ອຍບໍ່ແມ່ນພຽງການຫຼິ້ນບານເຕະຢ່າງດຽວ, ແຕ່ມັນຍິງມີສິ່ງທີ່ສໍາຄັນອື່ນໆອີກ, ສໍາລັບບັນລົງກໍ ຂ້ອຍຮູ້ວ່າທຸກຄົນຍັງຄົງສະໜັບສະໜູນຂ້ອຍຢູ່, ເຊິ່ງຂ້ອຍຢາກມີລູກ 7 ຄົນເທົ່າກັບ ຈໍານວນບັນລົງດໍ ”.
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ