ຟຸດຊໍ ລີກລາວ 2017 ເປີດສາກເສົານີ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຟຸດຊໍ ລີກລາວ 2017 ເປີດສາກເສົານີ້


    ການແຂ່ງຂັນ ຟຸດຊໍ ລີກ ປະຈຳປີ 2017 LAO FUTSAL LEAGUE 2017 ກໍານົດເປີດສາກຢ່າງເປັນທາງການ ໃນວັນເສົາທີ 18 ພະຈິກນີ້ ເປັນທີ່ແນ່ນອນແລ້ວ ແລະ ຈະແຂ່ງຂັນໄປຈົນເຖິງວັນທີ 30 ທັນວາ 2017.

   ເມື່ອທີ 15 ພະຈິກ ທີ່ຜ່ານມາ ທາງຄະນະກໍາມະການຈັດການແຂ່ງຂັນ ໄດ້ມີການປະຊຸມເຕັກນິກ ແລະ ກໍານົດແຂ່ງຂັນທ້າຍອາທິນີ້, ເຊິ່ງມີທີມເຂົ້າຮ່ວມທັງຫມົດ 10 ທີມປະກອບມີ :

1. ສະໂມສອນ ດີເຄ ເອຟຊີ
2. ສະໂມສອນ ບຸນເກີດສຶກສາ ເອຟຊີ
3. ສະໂມສອນ ສູນກິລາສະເຕດ້ຽມ ເອຟຊີ
4. ສະໂມສອນ ເອສ ທີ ທີ ເອຟຊີ
5. ສະໂມສອນ ກຣີນ ໄລເດີ ເອຟຊີ
6. ສະໂມສອນ ສົມສະຫນຸກ ຟາມ ເອຟຊີ
7. ສະໂມສອນ ເອຟຊີ ລັກກີ້
8. ສະໂມສອນ ວິທະຍາໄລ ລາວທ໋ອບ
9. ສະໂມສອນ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ
10.ສະໂມສອນ ນະຄອນຫລວງ ຢູໄນເຕັດ

   ກົດລະບຽບການແຂ່ງຂັນແມ່ນແຂ່ງຂັນພົບກັນຫມົດ, ແຂ່ງຂັນຮອບດຽວ.
   ສຳລັບລາງວັນການແຂ່ງຂັນ : ອັນດັບ 1 ໄດ້ຮັບຂັນ 1 ຫນ່ວຍ ແລະ ເງິນຈຳນວນ 8.000.000 ກີບ ແລະ ອັນດັບ 2 ໄດ້ຮັບເງິນຈຳນວນ 5.000.000 ກີບ ແລະ ອັນດັບ 3 ໄດ້ຮັບເງິນຈຳນວນ 3.000.000 ກີບ ແລະ ເງິນສະຫນັບສະຫນູນທີມລະ 1.000.000 ກີບ.

 ສຳລັບຕາຕະລາງແຂ່ງຂັນໃນອາທິດທຳອິດ
+ ວັນເສົາ 18 ພະຈິກ 2017 - ເວລາ 09:30 ສະໂມສອນ ດີເຄ ເອຟຊີ ພົບ ສະໂມສອນ ບຸນເກີດສຶກສາ ເອຟຊີ
  - ເວລາ 10:50 ສະໂມສອນ ສູນກິລາສະເຕດ້ຽມ ເອຟຊີ ພົບ ສະໂມສອນ ເອສ ທີ ທີ ເອຟຊີ
  - ເວລາ່ 14:30 ສະໂມສອນ ກຣີນ ໄລເດີ ເອຟຊີ ພົບ ສະໂມສອນ ສົມສະຫນຸກ ຟາມ ເອຟຊີ - ເວລາ 15:50 ສະໂມສອນ ເອຟຊີ ລັກກີ້ ພົບ ສະໂມສອນ ວິທະຍາໄລ ລາວທ໋ອບ
  - ເວລາ 17:10 ສະໂມສອນ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ພົບ ສະໂມສອນ ນະຄອນຫລວງ ຢູໄນເຕັດ.

   ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວ ບ້ານ ຫ້ວຍຫົງ ເມືອງ ຈັນທະບູລີ ນະຄອນຫລວງ ຢູໄນເຕັດ .
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ




Post Bottom Ad