ແຈ້ງປິດນ້ຳປະປາອີກແລ້ວເດີ, ເມືອງໄຊທານີ-ໄຊເສດຖາ 18 ພະຈິກນີ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ແຈ້ງປິດນ້ຳປະປາອີກແລ້ວເດີ, ເມືອງໄຊທານີ-ໄຊເສດຖາ 18 ພະຈິກນີ້



ລັດວິສາຫະກິດແຈ້ງການປິດນໍ້າຊົ່ວຄາວເພື່ອສ້ອມແປງທໍ່ນໍ້າດິບ ø1000mm ໃນວັນເສົາ 18 ພະຈິກ 17 ເວລາ 09:00-16:00 ໃນຂອບເຂດ ບ້ານໂຊກນ້ອຍ, ໂຊກໃຫຍ່, ຊຳເຄ້, ອາມອນ, ໂນນສະຫວັນ, ໜອງໜ່ຽງ, ໂນນສະຫ່ງາ, ວັງຊາຍ, ແສງສະຫວ່າງ, ໂຊກຄຳ, ຂາມງອຍ, ຮ່ອງສຸພາບ ເມືອງໄຊເສດຖາ.



 ນອກຈາກນັ້ນຍັງຈະປິດຢູ່ບ້ານດອນຕິ້ວ, ໄຊສະຫວ່າງ, ໄຊ, ນາແຮ່, ສະພັງມຶກ, ດົງໂດກ, ຄຳຮຸ່ງ, ຕານມີໄຊ, ໜອງພະຍາ, ຫ້ວຍຫົງ, ຊ້າງຄູ້, ພະຂາວ, ສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນໃນວັນດຽວກັນອີກດ້ວຍ ສະນັ້ນ ຈິ່ງຂໍໃຫ້ບັນດາທ່ານທີ່ຢູ່ໃນຂອບເຂດດັ່ງກ່າວ ຈົ່ງຫ້າງຫາກະກຽມພາຊະນະໂຕ່ງນໍ້າໄວ້ໃນຊ່ວງໄລຍະເວລາດັ່ງກ່າວ ແລະຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ.

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ



Post Bottom Ad