ແຟນ ໂຣນັລໂດ ອູ້ມລູກໂຊສື່ແລ້ວ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ແຟນ ໂຣນັລໂດ ອູ້ມລູກໂຊສື່ແລ້ວ


   ຈໍຈິນາ ໂຣດຣິເກຊ ແຟນສາວຄົນງາມຂອງ ຄຣິສເຕຍໂນ ໂຣນັລໂດ ໂຊພາບທໍາອິດ ຂະນະກໍາລັງອຸ້ມລູກຄົນຫຼ້າສຸດຂອງ ປີກຕົວເກັ່ງຂອງ ຣີລ ມາດຣິດ ໂພສໃນອິນສະຕາແກຣມ ພ້ອມລະບຸການເປັນແມ່ຄືປະສົບການທີ່ກີທີ່ສຸດ ແລະ ຂອບໃຈທຸກຄົນທີ່ໃຫ້ກໍາລັງໃຈຕະຫຼອດມາ.

   ໂຣນັລໂດ ເຊິ່ງມີລູກ 3 ຄົນຢູ່ແລ້ວໄດ້ແກ່ ຄຣິສເຕຍໂນ ໂຣນັລໂດ ຈູເນຍ, ອີວາ ມາເຣຍ ແລະ ມາເຕໂອ ມາເຣຍ ກ່ອນຈະອອກມາປະກາດຂ່າວດີວ່າ ໂຣດຣິເກຊ ໄດ້ໃຫ້ກໍາເນີດລູກຄົນທີ 4 ເຊິ່ງເປັນລູກຄົນທໍາອິດຂອງລາວ ເມື່ອວັນອາທິດ ທີ່ຜ່ານມາ.

   ຫຼ້າສຸດ ນາງແບບສາວຊາວສະເປນ ອາຍຸ 22 ປີ ໄດ້ໂພສພາບ ຂະນະລ້ຽງລູກຊື່ ນາງ ອະລານາ ມາຕິນາ ຢູ່ໃນໂຊຟາ ທີ່ອ໊ອມຮອບໄປດ້ວຍດອກໄມ້ຫຼາຍຊະນິດ ລົງໃນອິນສະຕຣາແກຣມ ເວັບໄຊສັງຄົມອອນລາຍວ່າ: “ ອະລານາ ມາຕິນາ ເກີດວັນທີ 12-11-17 ການເປັນແມ່ ແລະ ການລ້ຽງລູກທີ່ບ້ານ ເຮັດໃຫ້ຂ້ອຍໄດ້ມີປະສົບການແສນມີຄວາມສຸກທີ່ສຸດ ລວມເຖິງຕ້ອງຂອບໃຈທຸກກໍາລັງໃຈ ທີ່ໃຫ້ມາ ”.


________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ




Post Bottom Ad