ໄຟຟ້າຫຼວງພະບາງຫ່ວງຄວາມບໍ່ປອດໄພ ເລ່ງປ່ຽນໝໍ້ນັບໄຟເກົ່າ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ໄຟຟ້າຫຼວງພະບາງຫ່ວງຄວາມບໍ່ປອດໄພ ເລ່ງປ່ຽນໝໍ້ນັບໄຟເກົ່າ



ເພື່ອຄວາມປອດໄພຂອງຜູ້ຊົມໃຊ້ ແລະຮັບປະກັນການເກັບລາຍຮັບບໍ່ໃຫ້ຕົກເຮ່ຍເສຍຫາຍອັນເກີດມາຈາກບັນຫາໝໍ້ນັບໄຟເກົ່າແກ່ຊຸດໂຊມ ດັ່ງນັ້ນ, ພະແນກຄຸ້ມຄອງໝໍ້ນັບໄຟ ແລະໃບບິນແຂວງຫຼວງພະບາງຈະທຳການປ່ຽນຖ່າຍໃໝ່ໝົດສຳລັບໝໍ້ນັບໄຟທີ່ເກົ່າແລ້ວ ຕາມການເກັບກຳມາຮອດປະຈຸບັນມີທັງໝົດ 977 ໜ່ວຍ ກວມເອົາ 67 ເສັ້ນທາງໃນທົ່ວເມືອງຫຼວງພະບາງ.



ແຜນການປ່ຽນຖ່າຍໝໍ້ນັບໄຟດັ່ງກ່າວມີຜົນມາຈາກການລົງຕິດຕາມພະນັກງານຈົດກົງເຕີໄຟຟ້າແຕ່ລະເສັ້ນທາງມາແຕ່ວັນທີ 1-6 ພະຈິກ 2017 ນີ້ເຫັນວ່າມີເກືອບ 1000 ໜ່ວຍທີ່ເກົ່າແກ່ຊຸດໂຊມຫຼາຍເຫັນສົມຄວນຕ້ອງປ່ຽນໃໝ່.



ໂດຍເຈົ້າໜ້າທີ່ໄຟຟ້າຈະລົງທຳການປ່ຽນຖ່າຍຕົວຈິງນັບແຕ່ວັນທີ 13 ພະຈິກນີ້ຈົນຮອດວັນທີ 28 ທັນວາຈິ່ງສຳເລັດ.
ໃນນີ້ລະຫວ່າງວັນທີ 13-24 ພະຈິກຈະເລີ່ມປ່ຽນຢູ່ເຂດບ້ານພັນຫຼວງ, ຊຽງເຫຼັກ, ໂພນສະອາດ, ບ້ານຊ່າງຄ້ອງ, ອາຣາມ ແລະບ້ານວິຊຸນ ມີໝໍ້ນັບໄຟລວມ 334 ໜ່ວຍ.
-ວັນທີ 27/11/2017 ຈະປ່ຽນໝໍ້ໄຟເກົ່າຢູ່ເຂດບ້ານ ທາດຫຼວງ, ຊຽງແກ້ວ, ບ້ານມະໂນ, ປ່ອງຄຳ ແລະບ້ານວຽງໄຊ ລວມ 36 ໜ່ວຍ.



- ລະຫວ່າງວັນທີ 28/11-8/12/2017 ແມ່ນປ່ຽນໝໍ້ນັບໄຟເກົ່າຢູ່ເຂດບ້ານມ້າ, ທົ່ງຈະເລີນ, ໜອງຄຳ, ບ້ານຄອຍ ແລະບ້ານນາຊາງ ລວມມີ 197 ໜ່ວຍ.
-ລະຫວ່າງວັນທີ 11-27/12/2017 ຈະມີການປ່ຽນຖ່າຍຢູ່ເຂດບ້ານນາວຽງຄຳ, ບ້ານທ່າໂບສົດ, ເມືອງງາ, ບ້ານນາຫຼວງ ແລະນາສຳພັນລວມໝໍ້ນັບໄຟທີ່ຕ້ອງປ່ຽນ 407 ໜ່ວຍ.
 ແລະມາຊໍ້າທ້າຍອີກ 21 ໜ່ວຍໃນວັນທີ 28 ທັນວາ 2017 ທີ່ເຂດບ້ານຊຽງທອງ, ຊຽງມ່ວນ, ວັດແສນ, ບ້ານຫົວຊຽງ, ພະບາດ, ວັດທາດ ແລະບ້ານຂາມຢອງ.


ຂອບໃຈຮູບປະກອບຈາກ ລັດວິສາຫະກິດໄຟຟ້າລາວແຂວງວຽງຈັນ
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ






Post Bottom Ad