ທ່ຽວບໍລິຄຳໄຊປີນີ້ມີກິດຈະກຳສຸດຄຸ້ມ, ຮ່ວມສະຫຼອງບຸນພະບາດໂພນສັນ 9 ວັນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ທ່ຽວບໍລິຄຳໄຊປີນີ້ມີກິດຈະກຳສຸດຄຸ້ມ, ຮ່ວມສະຫຼອງບຸນພະບາດໂພນສັນ 9 ວັນ



ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ແຂວງ ໄດ້ປະຊຸມເມື່ອຕົ້ນເດືອນນີ້ພ້ອມປະກາດຂໍ້ຕົກລົງຂອງທ່ານ ເຈົ້າແຂວງບໍລິຄຳໄຊ ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ, ອະນຸກຳມະການຮັບຜິດຊອບ ການຈັດງານປີທ່ອງທ່ຽວລາວ 2018 ທີ່ແຂວງ ບໍລິຄຳໄຊ. ການເປີດປີທ່ອງທ່ຽວລາວ2018 ແຂວງບໍລິຄຳໄຊ ໄດ້ກຳນົດເອົາງານບຸນນະມັດສະການ ພະທາດພະບາດໂພນສັນທີ່ຈະມາເຖິງນີ້ເປັນພິທີເປີດ ແລະຈະຈັດຍິ່ງໃຫຍ່ກວ່າທີ່ຜ່ານມາສະຫຼອງຍາວ 9 ມື້ເຕັມ.


ພາຍໃນງານຈະມີກິດຈະກຳຫຼາຍຢ່າງເຊັນວ່າ: ກິດຈະກຳປີທ່ອງທ່ຽວລາວ 2018,ງານຕະຫຼາດນັດ-ວາງສະແດງສິນຄ້າຫັດຖະກຳ,ອຸດສະຫະກຳ ແລະ ຜະລິດຕະພັນການທ່ອງທຽ່ວ, ທ່ຽວຊົມງານວາງສະແດງ ແລະ ໄຫວ້ຮອຍພະບາດ, ງານບຸນນະມັດສະການພະບາດ-ໂພນສັນ ແລະ ງານໃສ່ບາດພະບາດໂພນສັນຈະໃຊ້ເວລາ 9 ວັນເຕັມ, ພາຍໃຕ້ຄຳຂວັນທີ່ວ່າ: ໄປທ່ອງທ່ຽວບໍລິຄຳໄຊ ນໍ້າໃຈມິດຕະພາບ,ດິນແດນກຸຫຼາບ ກາບພະບາດໃຫຍ່ໂພນສັນ, ອາຍຸໝັ້ນພັນພັນປີ.




ຈຸດປະສົງກໍເພື່ອເປັນການຂະຫຍາຍ ແລະ ສົ່ງເສີມປີທ່ອງທ່ຽວລາວ 2018 ໃຫ້ກວ້າງຂວາງ, ຊຸກຍູ້ປຸກລະດົມຂະບວນການພັດທະນາ ແລະ ສົ່ງເສີມການທ່ອງທຽ່ວຂອງແຂວງທີ່ຖືເອົາການທ່ອງທຽ່ວທຳມະຊາດ,ວັດທະນາທຳ ແລະ ປະຫວັດສາດ ໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ,ຕໍ່ເນື່ອງ,ເປັນການພັດທະນາການທ່ອງທ່ຽວໃຫ້ກາຍເປັນອຸດສະຫະກຳ, ເປັນການດຶງດູດແຂກຄົນຈາກທັງພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນຄຽງຄູ່ກັບການພັດທະນາຂະແໜງການອື່ນໆ ແລະ ເປັນການສົ່ງເສີມຜະລິດຕະພັນຫັດຖະກຳ,ກະສິກຳ ແລະ ການປຸງແຕ່ງ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່ານັບມື້ນັບດີຂຶ້ນ.



ວັດພະບາດຂຶ້ນກັບ ເມືອງທ່າພະບາດ, ຕັ້ງຢູ່ ກິໂລແມັດ ທີ 83 ຈາກວຽງຈັນຕາມທາງເລກ ທີ່ 13 ໃຕ້, ວັດໂພສັນ ແມ່ນລ້ຽວແຍກທີ່ວັດພະບາດ ໄປທາງທິດຕາເວັນຕົກ 2 ກິໂລເມັດ (ແຄມແມ່ນ້ຳຂອງ). ເປັນວັດໜຶ່ງທີ່ເກົ່າແກ່ ຂອງຊາວເມືອງທ່າພະບາດ ແລະ ປະຊາຊົນຊາວພຸດທະສາສະໜາ ໄດ້ໃຫ້ເຄົາລົບນັບຖື ແລະ ສັກກະລະບູຊາ ມາເປັນເວລາເຫິງນານ. ໃຜໄດ້ມີໂອກາດຜ່ານມາ ກໍ່ຕ້ອງໄດ້ແວ່ກາບໄຫວ້ ເພື່ອເປັນສິລິມຸງຄຸນ ໃຫ້ແກ່ຕົນເອງ ບໍ່ວ່າຈະເຮັດຫຍັງຕ່າງໆນາໆ, ແມ່ນແຕ່ການເດີນທາງ ກໍ່ຍັງເຊື່ອວ່າຖ້າໄດ້ຂໍພອນ ຈາກສະຖານທີ່ສັກສິດນີ້ ກໍ່ຈະເດີນທາງດ້ວຍຄວາມສະດວກ ແລະ ປອດໄພ.



________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ






Post Bottom Ad