ບຸນກອງເຂົ້າໄກ່ນ້ອຍປີນີ້ທີ່ຊຽງຂວາງ ຈັດງົບສະເພາະມອບເປັນລາງວັນ1ຕື້ກວ່າກີບ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ບຸນກອງເຂົ້າໄກ່ນ້ອຍປີນີ້ທີ່ຊຽງຂວາງ ຈັດງົບສະເພາະມອບເປັນລາງວັນ1ຕື້ກວ່າກີບ





ດັ່ງທີ່ທີມຂ່າວລາວອັບເດດໄດ້ນຳສະເໜີຂ່າວໄປແລ້ວນັ້ນໃນງານບຸນກອງເຂົ້າໄກ່ນ້ອຍທີ່ຊຽງຂວາງ ຊຶ່ງຈະຈັດຂຶ້ນໃນວັນທີ 19 ພະຈິກ 2017, ປີນີ້ຈະອາໄສເວທີດັ່ງກ່າວເປີດປີທ່ອງທ່ຽວລາວທີ່ແຂວງດັ່ງກ່າວພ້ອມ ສະນັ້ນນອກຈາກກິດຈະກຳບາສີສູ່ຂັວນເຂົ້າຕາມປະເພນີ, ຟັງເທດສະໜາຕ່າງໆແລ້ວຍັງຈະມີການປະກາດນັກຮ້ອງສຽງດີ  ແລະມີແຈກແຖມຂອງລາງວັນເກືອບ 1 ຕື້ກີບ ສຳລັບລາຍການທ່ອງທ່ຽວ ແລະຮ້ອງເພງອີກ 100 ກວ່າກີບ.



ພ້ອມນີ້ຍັງມີຄອນເສີດໂດຍນັກຮ້ອງອາຊີບ, ມີການປະກວດນັກຮ້ອງສຽງດີພາຍໃຕ້ໂຄງການ "ສຽງທອງແທ້ "the best voice" ໂຄງການນີ້ແມ່ນບໍ່ຈຳກັດສະເພາະແຂວງຊຽງຂວາງ ແຕ່ຈະຮັບສະໝັກນັກຮ້ອງຈາກທົ່ວປະເທດມາຮ່ວມ ທ່ານໃດທີ່ຮູ້ສຶກສາວ່າຕົນເອງມີພອນສະຫວັນ ສາມາດສະໝັກໄດ້ເລີຍ ເພິ່ນຮັບຜູ້ທີ່ມີອາຍຸເລີ່ມແຕ່ 12-45 ປີ ບໍ່ຈຳກັດເພດ, ຜູ້ຊະນະເລີດ 15 ຄົນສຸດທ້າຍຈະໄດ້ຮັລລາງວັນລວມ 135 ລ້ານກີບພ້ອມຂັນ 1 ໜ່ວຍ.





________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ




Post Bottom Ad