ຖະແຫຼງການແລ້ວ! ບານເຕະໂຕໂຢຕ້າ ແມ່ຂອງ ຄລັບ ກຽມເປີດສາກເດືອນທັນວານີ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຖະແຫຼງການແລ້ວ! ບານເຕະໂຕໂຢຕ້າ ແມ່ຂອງ ຄລັບ ກຽມເປີດສາກເດືອນທັນວານີ້


    ພິທີຖະແຫລງຂ່າວການແຂ່ງຂັນບານເຕະຊີງແຊ້ມແມ່ຂອງ 2017 ( TOYOTA MEKONG CLUB CHAMPIONSHIP 2017 ) ໃນຕອນບ່າຍຂອງວັນຈັນ 13 ພະຈິກ 2017 ຢູ່ທີ່ໂຮງແຮມ ຄອນລາດ ນະຄອນຫລວງບາງກອກ ປະເທດໄທ ພາຍໃນການເປັນປະທານໃນພິທີດັ່ງກ່າວໂດຍມີທ່ານ ຮາວ ກວກ ທຽນ ກຳມະການຜູ້ຈັດການໃຫຍ່ ບໍລິສັດ ໂຕໂຢຕ້າ ມໍເຕີ້ ເອເຊຍ ປາຊີຟິກ , ພ້ອມດ້ວຍຜູ້ຕາງຫນ້າແຕ່ລະສະຫະພັນບານເຕະແຫ່ງຊາດຂອງບັນດາປະເທດໃນເຂດແມ່ນ້ຳຂອງ ພ້ອມດ້ວຍແຂກຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມ.

   ເຊິ່ງຕົວແທນຈາກ ສະຫະພັນບານເຕະແຫ່ງຊາດລາວ ເຂົ້າຮ່ວມ ແມ່ນ ທ່ານ ປະສາດໄຊ ພິລາພັນເດຊ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ປອ. ໄຊບັນດິດ ຣາຊະພົນ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ.

   ສໍາລັບ ໂຕໂຢຕ້າ ໄດ້ເລີ່ມຈັດການແຂ່ງຂັນບານເຕະຊີງແຊ້ມແມ່ຂອງ ໃນປີ 2014, ໂດຍຈຸດປະສົງ ຮ່ວມສ້າງກິດຈະກຳໃຫ້ແກ່ຊຸມຊົນທ້ອງຖີ່ນ ຂອງປະເທດໃນເຂດແມ່ນ້ຳຂອງ ດ້ວຍກີລາ ບານເຕະ, ໂດຍລາຍການດັ່ງກ່າວ ໄດ້ຈັດຂຶ້ນທີ່ປະເທດຫວຽດນາມ ແລະ ມີທີມເຂົ້າແຂ່ງຂັນຈາກ 4 ປະເທດ ມີ ລາວ, ກຳປູເຈຍ, ມຽນມາ ແລະ ຫວຽດນາມ ເຊິ່ງທີມຊະນະເລີດຕົກເປັນຂອງ ສະໂມສອນ ບີຄາເມັກ ບິງເດືອງ ຈາກປະເທດຫວຽດນາມ, ຕໍ່ມາໃນປີ 2015 ທີມຈາກປະເທດໄທ ໄດ້ ເຂົ້າຮ່ວມແຂ່ງຂັນໃນລາຍການດັ່ງກ່າວ ແລະ ມີການຈັດການແຂ່ງຂັນໃນທຸກປະເທດ ທີ່ເຂົ້າຮ່ວມ ເຊິ່ງທີມຊະນະເລີດ ຕົກເປັນຂອງ ສະໂມສອນ ບູຣີຣຳ ຢູໄນເຕັດ ຈາກປະເທດໄທ.

   ເມື່ອປີ 2016 ທີ່ຜ່ານມາ ສະໂມສອນ ບູລິຣຳ ຢູໄນເຕັດ ຕົວແທນ ຈາກປະເທດໄທ ແມ່ນທີມທີ່ຊະນະເລີດ ແລະ ຮອງຊະເລີດ ແມ່ນ ສະໂມສອນ ລ້ານຊ້າງ ຢູໄນເຕັດ ຕົວແທນຈາກ ປະເທດ ລາວ.
    ສ່ວນ ການແຂ່ງຂັນບານເຕະຊີງແຊ້ມແມ່ຂອງ 2017 (TMCC) ປີນີ້ເປັນປີທີ 4 ເຊິ່ງຈະແຂ່ງຂັນ ໃນວັນທີ 09 ທັນວາ 2017 ຫາ ວັນທີ 06 ມັງກອນ 2018, ໂດຍມີຕົວແທນຈາກສະໂມສອນແຊ້ມບານເຕະ 4 ປະເທດເຂົ້າຮ່ວມແຂ່ງຂັນ ຄື: ລາວພຣີເມຍລີກ ສະໂມສອນ ລາວໂຕໂຢຕ້າ, ເມັດໂຟນ ກຳປູເຈຍ ພຣີເມຍລີກ, ໂຕໂຢຕ້າລີກຄັບ ແລະ ໂຕໂຢຕາວີລີກ 1 .

   +ຕາຕະລາງການແຂ່ງຂັນແມ່ນແບ່ງອອກເປັນ 3 ຮອບຄື :
- ຮອບທຳອິດ ນັດທີ 1 ວັນທີ 09 ທັນວາ 2017 ຕົວແທນ ສະໂມສອນ ຫວຽດນາມ ພົບ ຕົວແທນ ສະໂມສອນ ຈາກ ກຳປູເຈຍ ແລະ ນັດທີ 2 ວັນທີ 13 ທັນວາ 2017 ຕົວແທນ ສະໂມສອນ ຈາກ ກຳປູເຈຍ ພົບ ສະໂມສອນ ຈາກ ຫວຽດນາມ.
- ຮອບຮອງຊະນະເລີດ ຈະມີຂຶ້ນຢູ່ ສປປ ລາວ ໃນວັນທີ 17 ທັນວາ 2017 ເວລາ 18:30 ແຂ່ງຂັນຢຸ່ທີ່ສະນາມກິລາແຫ່ງຊາດຫລັກ 16 , ເຊິ່ງ ລາວໂຕໂຢຕ້າ ເອຟຊີ ແຊ້ມຈາກລາວພຣີເມຍລີກ ຈະພົບກັບ ທີມທີ່ຊະນະ ໃນຮອບທຳອິດ.
- ຮອບຊີງຊະນະເລີດ ນັດທີ 1 ຈະໄດ້ຈັດຂຶນໃນວັນທີ 23 ທັນວາ 2017 ທີມທີ່ຊະນະໃນຮອບຮອງຊະນະເລີດ ຈະພົບກັບ ທີມແຊ້ມໂຕໂຢຕ້າລີກຄັບ ຈາກປະເທດ ໄທ ແຂ່ງຂັນຢູ່ທີ່ປະເທດ ທີ່ຊະນະ ໃນຮອບຮອງຊະນະເລີດ ແລະ ນັດທີ 2 ຈະແຂ່ງຂັນຢູ່ໄທ ໃນວັນທີ 06 ມັງກອນ 2017 ທີມແຊ້ມໂຕໂຢຕ້າລີກຄັບ ຈາກປະເທດ ໄທ ພົບ ທີມທີ່ຊະນະໃນຮອບຮອງຊະນະເລີດ ແຂ່ງຂັນຢູ່ທີ່ປະເທດໄທ.

    ສໍາລັບ ເງິນລາງວັນການແຂ່ງຂັນຄັ້ງນີ້ອັນດັບແມ່ນອັນດັບ 1 ໄດ້ຮັບເງິນ 75.000 ໂດລາສະຫະລັດ , ອັນດັບ 2 ໄດ້ຮັບເງິນ 50.000 ໂດລາສະຫະລັດ , ອັນດັບ 3 ໄດ້ຮັບເງິນ 30.000 ໂດລາສະຫະລັດ , ອັນດັບ 4 ໄດ້ຮັບເງິນ 10.000 ໂດລາສະຫະລັດ.

   ນອກຈາກນັ້ນຍັງມີລາງວັນຜູ້ຫລິ້ນດີເດັ່ນ ໄດ້ຮັບເງິນ 3000 ໂດລາສະຫະລັດ . ທຸກໆນັດແມ່ນຈະມີການຖ່າຍທອດສົດໂດຍຜ່ານທາງຊ່ອງ Foxsports asia, ໂທລະພາບທ້ອງຖິ່ນຂອງແຕ່ລະປະເທດ ແລະ ເຟສບຸກທາງການ ຂອງ Toyota Mekong Club Championship. ສ່ວນປີ້ເຂົ້າຊົມແມ່ນສາມາດຊື້ໄດ້ໃນມື້ແຂ່ງຂັນຢຸ່ຫນ້າສະຫນາມ.
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ




Post Bottom Ad