ຊື້ປີຍົນການບິນລາວຈາກນີ້ອີກ 5 ເດືອນມີຫຼຸດພິເສດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຊື້ປີຍົນການບິນລາວຈາກນີ້ອີກ 5 ເດືອນມີຫຼຸດພິເສດ



ທ່ານໃດທີ່ຈະອອກເດີນທາງໄປຕ່າງແຂວງ ຫຼື ຢູ່ຕ່າງແຂວງຢາກມາວຽງຈັນ ແຕ່ຄິດງໍ້ນຳນັ່ງລົດເມຫຼາຍຊົ່ວໂມງ ແນະນຳໃຫ້ຊື້ປີ້ຍົນເລີຍຕອນນີ້ລັດວິສາຫະກິດການບິນລາວແມ່ນມີໂຄງການໂປຣໂມຊັນພິເສດຈາກນີ້ໄປອີກ 5 ເດືອນຫຼຸດລາຄາແບບບໍ່ເຄີຍມີມາກ່ອນ.




ລາຄາໂປຣໂມຊັນສຳລັບຜູ້ໂດຍສານໃນໂອກາດຕ້ອນຮັບປີທ່ອງທ່ຽວລາວ 2018 ນີ້ປະກອບມີ 8 ເສັ້ນບິນຈາກ ວຽງຈັນ-ສະຫວັນນະເຂດ, ວຽງຈັນ-ຊຽງຂວາງ, ວຽງຈັນ-ອຸດົມໄຊ, ວຽງຈັນ-ຫຼວງນ້ຳທາ, ວຽງຈັນ-ຫຼວງພະບາງ, ວຽງຈັນ-ປາກເຊ, ປາກເຊ-ສະຫວັນນະເຂດ, ປາກເຊ-ຫຼວງພະບາງ.


ແຕ່ທຸກເສັ້ນບິນທີ່ຈະໄປຢ່າລືມວ່າຕ້ອງໄປຊື້ປີ້ກ່ອນອອກເດີນທາງຢ່າງໜ້ອຍ 7 ວັນ ຫຼືຫລາຍກ່ວາ7ມື້ , ປີ້ມີອາຍຸ14ມື້ນັບຈາກມື້ເດີນທາງຂາທຳອິດ, ຊື້ໄວ້ດົນຍິ່ງດີແຕ່ຕ້ອງໃຫ້ຮູ້ແນ່ນອນມື້ທີ່ຈະອອກເດີນທາງ, ສ່ວນຜູ້ທີ່ເອົາລູກຫຼານຕິດຕາມໄປນຳທີ່ມີອາຍຸ 8-12 ປີກໍ່ຄິດໃນລາຄາເທົ່າກັບຜູ້ໃຫຍ່ ລາຍລະອຽດຂອງລາຄາຕາມນີ້ເລີຍ.


ລາຄາຂ້າງເທິງນີ້ແມ່ນລວມທຸກຢ່າງແລ້ວ ນັບແຕ່ຄ່າປີ້ພາສີອາກອນອື່ນໆ ມີແຕ່ເອົາກະເປົາຂຶ້ນເຄື່ອງຢ່າງດຽວ ຫາກທ່ານຍັງມີອັນໃດທີ່ບໍ່ເຂົ້າໃຈກໍ່ສາມາດ📞ສອບຖາມຂໍ້ມູນເພີ່ມຕື່ມທີ່ 1626.



________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ





Post Bottom Ad