ລັດຖະບານລະບຸເພື່ອຮອງຮັບການປີທ່ອງທ່ຽວລາວຕ້ອງປັບປຸງ 12 ລາຍການ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລັດຖະບານລະບຸເພື່ອຮອງຮັບການປີທ່ອງທ່ຽວລາວຕ້ອງປັບປຸງ 12 ລາຍການ




ເພື່ອໃຫ້ປີທ່ອງທ່ຽວລາວ 2018  ດຳເນີນໄປດ້ວຍຄຸນນະພາບ ແລະເປັນທີ່ປະທັບໃຈຂອງແຂກ ລັດຖະບານໄດ້ກຳນົດເອົາ 12 ລາຍການທີ່ຕ້ອງປັບປຸງແຕ່ນີ້ເປັນຕົ້ນໄປ.
1. ປັບປຸບຄຸນນະພາບການບໍລິການຂອງໂຮງແຮມ, ເຮືອນພັກ ແລະຮ້ານອາຫານ
2. ຍົກສູງຄຸນນະພາບການບໍລິການຂອງບັນຫາຫົວໜ່ວຍທຸລະກິດນຳທ່ຽວໃຫ້ໄດ້ມາດຕະຖານ ລວມມີການບໍລິການຂອງບັນດາບໍລິສັດທ່ອງທ່ຽວ, ສາຂາບໍລິສັດທ່ອງທ່ຽວ ລວມທັງຫົວໜ່ວຍບໍລິການນຳທ່ຽວຊຸມຊົນ.
3. ປັບປຸງຄຸນນະພາບບໍລິການຂົນສົ່ງທ່ອງທ່ຽວ
4. ຈັດສັນ ແລະປັບປຸງແຫຼ່ງທ່ອງທ່ຽວເມືອງໃຫ້ສະອາດສວຍງາມ



5. ສືບຕໍ່ບໍລິການເຂົ້າ-ອອກປະເທດ ແລະການເດີນທາງທ່ຽວທ່ຽວພາຍໃນໃຫ້ສະດວກ ວ່ອງໄວ
6. ຍົກລະດັບຄວາມຮູ້, ຄວາມສາມາດທັກສະ ແລະປະສົບການຂອງບຸກຄະລາກອນໃນຂະແໜງການທ່ອງທ່ຽວ ແລະຂະແໜງການທີ່ຕິດພັນໃຫ້ສູງຂຶ້ນ
7. ພົວພັນປະສານງານສົມທົບກັບຂະແໜງການອ້ອມຂ້າງລັດຖະບານ, ລະຫວ່າງສູນກາງກັບທ້ອງຖິ່ນ ແລະລະຫວ່າງທ້ອງຖິ່ນດ້ວຍກັນໃນການຊຸກຍູ້ສົ່ງເສີມການທ່ອງທ່ຽວຂອງລາວ ແລະມີສ່ວນຮ່ວມໃນການຈັດປີທ່ອງທ່ຽວລາວ 2018.




8. ສົມທົບກັບອຳນາດການປົກຄອງທ້ອງຖີ່ນທົ່ວປະເທດເພື່ອພັດທະນາສົ່ງເສີມການທ່ອງທ່ຽວ ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ, ຕາມຍຸດທະສາດການພັດທະນາການທ່ອງທ່ຽວ ແລະການມີສ່ວນຮ່ວມຈັດປີທ່ອງທ່ຽວລາວ 2018ຢູ່ໃນທ້ອງຖີ່ນຂອງຕົນ.
9. ປັບປຸງນິຕິກຳ ແລະລະບຽບຫຼັກການຄຸ້ມຄອງໃນຂະແໜງການທ່ອງທ່ຽວ





10. ປະສານງານ ແລະຮ່ວມມືລະຫວ່າງພາກລັດ, ພາກທຸລະກິດໃນຂະແໜງການທ່ອງທ່ຽວ ແລະທຸລະກິດອື່ນໆທີ່ກ່ຽວຂ້ອງທາງກົງ ແລະທາງອ້ອມ.
11. ປັບປຸງເວັບໄຊການທ່ອງທ່ຽວລາວ www.tourismlaos.org  ແລະສື່ສັງຄົມອອນລາຍໃຫ້ສາມາດສົ່ງເຂົ້າເຖິງກຸ່ມຕະຫຼາດທ່ອງທ່ຽວເປົ້າໝາຍ.
12. ປັບປຸງຮູບແບບການໂຄສະນາ ແລະສົ່ງເສີມການທ່ອງທ່ຽວໃຫ້ແທດເໝາະກັບສະພາບການ ແລະສົມຄູ່ກັບບາດກ້າວການຂະຫຍາຍຕົວຂອງວຽກງານການທ່ຽວທ່ຽວ.

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ



Post Bottom Ad