ຮ່ວມສະໝັກໄດ້ແລ້ວນັກຊົງກາເຟ ໃນງານມະໂຫລານກາເຟລາວຄັ້ງທີ 2 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຮ່ວມສະໝັກໄດ້ແລ້ວນັກຊົງກາເຟ ໃນງານມະໂຫລານກາເຟລາວຄັ້ງທີ 2


ງານບຸນມະໂຫລານກາເຟລາວຄັ້ງທີ2 ທີ່ຈະຈັດຂື້ນທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ ໃນວັນທີ 10 ຫາ 12 ທັນວາ 2017 ຕອນນີ້ຄະນະກຳມະການຈັດງານພ້ອມຮັບສະໝັກນັກແຂ່ງຂັນການຊົງກາເຟແລ້ວ ທ່ານໃດມີຄວາມສົນໃຈສາມາດພົວພັນໄດ້ແຕ່ນີ້ຮອດວັນທີ 15 ພະຈິກ.



ພາຍໃນງານຈະໄດ້ມີຫລາຍກິດຈະກໍາທີ່ສ້າງຄວາມສົນໃຈເຊັ່ນ: ງານວາງສະແດງຜົນຜະລິດກາເຟລາວຈາກທົ່ວປະເທດ, ຊຶ່ງຈະມີຜູ້ເຂົ້າຮ່ວມວາງສະແດງຂາຍຜະລິດຕະພັນກາເຟ 40 ກວ່າຮ້ານ, ຮ່ວມຊົມການແຂ່ງຂັນທັກສະການຊົງກາເຟລະດັບປະເທດ, ຊຶ່ງຈະມີຢູ່ 03 ປະເພດຄື: ປະເພດສີມືການຊົງກາເຟ, ສີລະປະໃນການຊົງກາເຟ ແລະ ສີລະປະການຍົດນໍ້າໃນການຊົງກາເຟ ທັງສາມປະເພດແມ່ນເປັນການຈັດຂື້ນຄັ້ງປະຫວັດສາດຂອງວົງການກາເຟລາວ, ເພື່ອກຽມຄວາມພ້ອມໃຫ້ແກ່ນັກຊົງກາເຟລາວ ກ້າວສູ່ຄວາມເປັນມືອາຊີບໃນລະດັບພູມີພາກ ແລະ ສາກົນ. 



ຜູ້ທີ່ຈະເຂົ້າຮ່ວມແຂ່ງຂັນການຊົງກາເຟສາມາດເຂົ້າສະໝັກໄດ້ໃນເວລາ 13:00 - 16:00 pm ທີ່ບໍລິສັດ T8 ຖະໜົນສີຫອມ ບ້ານສີຫອມ ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ: 020 55973039, ສຳລັບຜູ້ຢູ່ຕ່າງແຂວງແມ່ນແມ່ນໃຫ້ຕິດຕໍ່ທາງທີມງານເພິ່ນຕາມເບີໂທດັ່ງກ່າວ ເພື່ອຂໍລາຍລະອຽດເພີ່ມເຕີມ. ກົດລະບຽບການແຂ່ງຂັນ ແລະຂໍ້ມູນອື່ນໆນັ້ນມື້ລົງທະບຽນເພິ່ນຈະມີທີມງານໃຫ້ຂໍ້ມູນເພີ່ມ.




ລາຍການແຂ່ງຂັນແມ່ນ 15ທ່ານ ຕໍ່ລາຍການ ສະໝັກກ່ອນມີສິດກ່ອນເພາະບ່ອນນັ່ງມີຈຳກັດຄ່າລົງທະບຽນແມ່ນ ລາຍການລະ 500.000 ກີບ.

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ



Post Bottom Ad