ວອນແຟນສົ່ງແຮງໃຈເຊຍ ເພັດເມືອງຊົນ ຂວັນໃຈສີໂຄດ ກຽວວັດແຊັມເກົ່າ ໃນລາຍການມວຍ 8 ແມັກ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ວອນແຟນສົ່ງແຮງໃຈເຊຍ ເພັດເມືອງຊົນ ຂວັນໃຈສີໂຄດ ກຽວວັດແຊັມເກົ່າ ໃນລາຍການມວຍ 8 ແມັກ


   ເພັດເມືອງຊົນ ຂວັນໃຈສີໂຄດ ຫຼື ເພັດວຽງຈັນ ຈະໄດ້ຂື້ນເວທີມວຍຊົກກັບ ນັກມວຍໄທເຈົ້າພາບເຈົ້າຂອງແຊັມຂອງລາຍການນີ້ ຢ່າງ ອຸລຕຣາ ອາທິດ ໄອເອທີ ໃນວັນອາທິດທີ 5 ພະຈິກນີ້ 2017, ເວລາ 19 ໂມງ 30 ນາທີ ໂດຍເປັນຄູ່ທີ 2 ຮອງຄູ່ເອກຂອງ ໃນລາຍການ 8 ແມັກ (Max).
ສໍາລັບ ສະຖະຕິການຊົກຂອງງ ເພັດເມືອງຊົນ ໃນລາຍການແມ່ນເປັນຮອງຄູ່ຕໍ່ສູ້ທາງດ້ານຈຳນວນຊົກ, ອາຍຸອ່ອນກວ່າ, ຄູ່ຊົກມີເຂັມຂັດຢູ່ໃນແອວ (ແຊັມເກົ່າ) ແລະ ຊົກນອກບ້ານ. ຢ່າງໃດກໍຕາມ ເພັດເມືອງຊົນ ຄົນບ້ານຊຽງຮົ່ມ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ຫລານເຈົ້າພໍ່ອົງສັກສິດພະຈັນລາຍ ເຄີຍຊົກໃນລາຍການນີ້ມາແລ້ວບໍ່ຕໍ່າກວ່າ 5 ຄັ້ງ ກັບເຈົ້າພາບ ແລະ ນັກຊົກຕ່າງຊາດ ຍັງບໍ່ທັນເສັຍໄຊໃຫ້ໃຜຈັກເທື່ອ.

   ປະຈຸບັນ “ເພັດເມືອງຊົນ“ ມີຄວາມພ້ອມເຕັມ 100%, ມີຄວາມມຸ້ງຫມັ້ນ ແລະ ຕັ້ງໃຈໃສ່ສູງສຸດ ຫັວງເອົາຊະນະໃຫ້ໄດ້ ເພາະຮູ້ທາງ, ຮູ້ທັນ ແລະ ຈະໃຊ້ອາວຸດເດັດຢ່າງ ເຂົ່າ, ສອກ ເປັນຕົວສໍາຄັນໃນການເກັບຄະແນນ ແລະ ຫວັງວ່າລາວຈະເປັນຜູ້ຊະນະກຳໄຊໃນທ້າຍທີ່ສຸດ.

   ຂະນະດຽວກັນ ທ່ານ ແສງພະຈັນ ເກດນຸວົງ ຜູ້ເປັນພໍ່ ຮຽກຮ້ອງຂໍໃຫ້ພໍ່ແມ່ພີ່ນ້ອງ, ປະຊາຊົນຄົນລາວ ທັງພາຍໃນ ແລະ ຢູ່ປະເທດ ຊ່ວຍກັນສົ່ງແຮງເຊຍ ແລະ ເປັນກຳລັງໃຈໃຫ້ “ເພັດເມືອງຊົນ ຂວັນໃຈສີໂຄດ” ທີ່ຕ້ອງການ ແລະ ຝາກມາບອກ ເພື່ອເປັນຢາເພີ່ມພະລັງ ຫວັງມີໄຊເຫນືອຄູ່ຕໍ່ສູ້ ໂດຍການອາວຸດຈຸດເດັດອັນໃດ ຈະທອດໃຊ້ໃຫ້ຫມົດໃນແຕ່ລະຈັ່ງຫວະ ແລະ ໂອກາດ ຕາມແຜນຂອງຄູຝຶກ ຈົນມີໄຊ ຫັວງຈະໄດ້ຊົກຄັ້ງໃຫມ່ ໃນວັນທີ 25 ພະຈິກ 2017 ເມື່ອຜ່ານຄັ້ງນີ້ໄດ້. ພາຍຫລັງເລື່ອນການຊົກໃນວັນທີ 8/10/2017.


________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ





Post Bottom Ad