ວອນຜູ້ໃຈບຸນຊ່ວຍເຫຼືອຄອບຄົວໄຟໄໝ້ທີ່ທົ່ງຂັນຄຳ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ວອນຜູ້ໃຈບຸນຊ່ວຍເຫຼືອຄອບຄົວໄຟໄໝ້ທີ່ທົ່ງຂັນຄຳ



ມື້ນີ້ສາວ ວັນທະວີ ໄດ້ມາເລົ່າເລື່ອງອ້າຍໄລເຈົ້າຂອງເຮືອນທີ່ຖືກໄຟໄໝ້ໃນວັນທີ 2 ພະຈິກຜ່ານມາ ສາວມັນທະວີບອກວ່າຂ້ອຍ ແລະ ຕຸ້ຍ Touy Overdance ຮູ້ຈັກ ອ້າຍໄລ ຕັ້ງແຕ່ປີ 2010 ຕອນທີ່ເລີ່ມເຮັດວຽກກັບ ອົງການແຄ ສາກົນປະຈຳລາວ, ອ້າຍໄລ ເປັນພະນັກງານຂັບລົດໃຫ້ໂຄງການ. ອ້າຍເພິ່ນເປັນຄົນນິໄສດີ ເປີດເຜີຍ ຊື່ສັດ ແລະອົດທົນບໍ່ວ່າວຽກໃນໂມງ ແລະນອກໂມງ, ອ້າຍຍັງເປັນຄົນມີນໍ້າໃຈຫຼາຍ ບໍ່ວ່າຄົນໃນຫ້ອງການ ຫຼືຕ້ອງການຄວາມຊ່ວຍເຫຼືອຫຍັງ ລາວບໍ່ເຄີຍປະຕິເສດ ເຮັດໃຫ້ລາວເປັນເປັນທີ່ຮັກຂອງທຸກຄົນໃນອົງການ ເປັນອ້າຍຜູ້ໜຶ່ງທີ່ທຸກຄົນຮັກ ແລະນັບຖືສະເໝີ.


ແຕ່ມື້ຄືນນີ້ ໄດ້ເກີດເຫດໄຟໄໝເຮືອນອ້າຍໝົດແລ້ວ ບໍ່ໄດ້ຫຍັງ ໄດ້ແຕ່ເຄື່ອງຄາຄີງ" ພາບທຳອິດທີ່ຄືດເຫັນຄືໜ້າລູກສາວນ້ອຍ ອາຍຸ 7 ປີ ແລະລູກຊາຍ ອາຍຸ 3 ປີ ຂອງລາວ.  ເຂົາເຈົ້າຈະເປັນແນວໃດ?



 ເຫດການໄຟໄໝ້ຄັ້ງນີ້ອ້າຍ ແລະຄອບຄົວປອດໄພດີ ຕອນນີ້ອ້າຍເພິ່ນຂາດທີ່ເພິ່ງພາອາໄສ, ໄປພັກຢູ່ເຮືອນໝູ່ຊຳຊາໃນຊ່ວງນີ້ ຈາກຄວາມສູນເສຍທີ່ຮ້າຍແຮງ ລຳພັງຂ້ອຍ ແລະຕຸ້ຍ ອິນປັນ ຄົງບໍ່ສາມາດຊ່ວຍຫຍັງ ອ້າຍໄລ ໄດ້ຫຼາຍ ຂ້ອຍຈຶ່ງຢາກໃຫ້ໂພສນີ້ ເປັນສື່ກາງ ຂໍວອນຜູ້ໃຈບຸນ ສະຫຼະເງິນ ຫຼືເຄື່ອງໃຊ້ ເລັກໆນ້ອຍໆ ເພື່ອຊ່ວຍ ຄອບຄົວອ້າຍໄລ ສາວວັນທະລີລະບຸໃນໂພສທາງເຟສບຸກສ່ວນຕົວ.




ຖ້າຫາກທ່ານໃດມີນ້ຳໃຈໃສສັດທາຢາກຊ່ວຍອ້າຍເພິານສາມາດຊ່ວຍຜ່ານຊ່ອງທາງດັ່ງຕໍ່ໄປນີ້:
1. ເງິນຊ່ວຍເຫຼືອ: ສາມາດໂອນໂດຍກົງຫາບັນຊີ ອ້າຍໄລ:
ທະນາຄານການຄ້າຕ່າງປະເທດລາວ BCEL ຊື່ບັນຊີ: Viengvilay Nabandith  ເລກບັນຊີ: 010120000470574001   ຫຼືໂທ: 020-55008751
2. ເຄື່ອງກິນ ເຄື່ອງໃຊ້ ຫຼືເສື້ອຜ້າ: ສາມາດເອົາໄປຝາກໄວ້ທີ່ ອົງການແຄ ນາໆຊາດ ປະຈຳລາວ, ບ້ານສີບຸນເຮືອງ, ຫຼັງໂຮງຮຽນປະຖົມສິນໄຊ, ນະຄອນຫຼວງວຽງຈັນຕີດຕໍ່: ນາລອນ ເບີໂທ: 020-77837080  ປະຈຸບັນ ອ້າຍໄລ ເຮັດວຽກເປັນພະນັກງານຂັບລົດ ໃຫ້ບໍລິສັດວຽງທອງການຢາ


ຂໍ້ມູນຈາກ: Vanthavy Spnv
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ




Post Bottom Ad