ເປີດຮັບສະໝັກທີມບານເຕະຍິງ ຢູ 18 ກຽມວັດກັນກາງເດືອນນີ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເປີດຮັບສະໝັກທີມບານເຕະຍິງ ຢູ 18 ກຽມວັດກັນກາງເດືອນນີ້

   ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ກຽມຈັດການແຂ່ງຂັນ ບານເຕະຍິງ ລຸ້ນອາຍຸບໍ່ເກີນ 18 ປີ ຂຶ້ນໃນກາງເດືອນພະຈິກນີ້ ເພື່ອເປັນການສົ່ງເສີມວົງການບານເຕະຍິງ ໃຫ້ມີການເຄື່ອນໄຫວ ລວມທັງເປັນການຄັດເລຶອກນັກລາດີເດັ່ນກຽມຮັບໃຊ້ທີມຊາດ.


- ອີງຕາມ : ແຜນການເຄື່ອນໄຫວ ສະຫະພັນບານເຕະແຫ່ງຊາດ ລາວ ປະຈໍາປີ 2017.
- ອີງຕາມ : ການຕົກລົງເຫັນດີເປັນເອກະພາບຂອງຄະນະອະນຸກຳມະການບານເຕະຍິງຂອງ ສະຫະພັນບານເຕະແຫ່ງຊາດລາວ ປະຈໍາປີ 2017 .

   ສະຫະພັນບານເຕະແຫ່ງຊາດລາວ ຂໍຖຶເປັນກຽດຮຽນມາຍັງ ທ່ານ ຜູ້ອຳນວຍການໂຮງຮຽນ ຫລື ສະໂມສອນ ທີ່ມີຈຸດປະສົງຈັດການແຂ່ງຂັນບານເຕະຍິງ ລຸ້ນອາຍຸ 18 ປີ, LFF U-18 WOMEN YOUTH LEAGUE 2017 ໃນກາງເດືອນ ພະຈິກ ທີ່ຈະມາເຖິງນີ້ ເຊິ່ງຈະຈັດຂຶ້ນຢູ່ທີ່ ສະຫນາມກິລາຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ ບ້ານ ຫ້ວຍຫົງ, ຈຸດປະສົງກໍເພື່ອເປັນການພັດທະນານັກກີລາຍິງ ພ້ອມທັງຄັດເລືອກນັກກິລາທີ່ມີພອນສະຫວັນ ແລະ ທັກສະ ເພື່ອກະກຽມທີມຊາດເຂົ້າຮ່ວມການແຂ່ງຂັນລາຍານຕ່າງໆໃນລະດັບສາກົນ.

+ ເງື່ອນໄຂ ການເຂົ້າຮ່ວມມີດັ່ງລຸ່ມນີ້:
1. ຊື່ຂອງການແຂ່ງຂັນ :
LFF U-18 WOMEN YOUTH LEAGUE 2017
2. ສະຫນາມ ແລະ ໄລຍະຂອງການແຂ່ງຂັນ :
- ສະຫນາມການແຂ່ງຂັນຈັດຢູ່ທີ່ ສະຫນາມກິລາຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ ບ້ານ ຫ້ວຍຫົງ.
- ໄລຍະການແຂ່ງຂັນ ກາງເດືອນ ພະຈິກ.

3. ການລົງທະບຽນນັກກິລາ :
- ນັກກິລາ ທີ່ເຂົ້າຮ່ວມການແຂ່ງຂັນຕ້ອງເກີດວັນທີ 01/01/1999 ຂຶ້ນໄປ.
- ເອກກະສານ ຢັ້ງຢືນສຳລັບນັກກິລາທີ່ຈະເຂົ້າຮ່ວມການແຂ່ງຂັນ
ຕ້ອງມີປຶ້ມຕິດຕາມການຮຽນ, ປຶ້ມສຳມະໂນຄົວ ຫລື ຫນັງສືຜ່ານ
ແດນ ( Passport ) , ຮູບຖ່າຍ 3 x 4 ( ບໍ່ໃຫ້ກາຍ 3 ເດືອນ ) ຕິດຄັດເອກກະສານ ທຸກໆເອກະສານ ຢັ້ງຢືນແມ່ນເອົາຂອງແທ້.
- ລົງທະບຽນລາຍຊື່ນັກກິລາຄັ້ງທຳອິດສູງສຸດຈຳນວນ 25 ຄົນ ແລະ ຄະນະນຳ 07 ຄົນ ສົ່ງໃຫ້ ຄະນະຈັດການແຂ່ງຂັນ.
- ກ່ອນການແຂ່ງຂັນ 07 ວັນ ໃຫ້ສົ່ງລາຍຊື່ນັກກິລາຄັ້ງສຸດທ້າຍຈຳ
ນວນ 20 ຄົນ ແລະ ຄະນະ 05 ຄົນສົ່ງໃຫ້ຄະນະຈັດການແຂ່ງຂັນ.
- ນັກກິລາທີ່ສາມາລົງແຂ່ງຂັນໃນແຕ່ລະນັດໄດ້ພຽງ 18 ຄົນ ( ລວມຜູ້ຮັກສາປະຕູ 02 ຄົນ ແລະ ຄະນະນຳ 05 ຄົນ ).
- ໃນກໍລະນີຜູ້ຮັກສາປະຕູບາດເຈັບ ສາມາດປ່ຽນແທນໄດ້ທຸກເວລາ.

4. ກຳນົດ ທີມຊາດຍິງ ລຸ້ນອາຍຸ 16 ປີ ໃນປີ 2017 ລົງທະບຽນໄດ້ 4 ຄົນ ແລະ ສາມາດລົງແຂ່ງຂັນໄດ້ 2 ຄົນ ຕໍ່ ນັດ.

5. ລາງວັນຂອງ ການແຂ່ງຂັນ
- ອັນດັບ 1 : ໄດ້ຮັບຂັນ 1 ຫນ່ວຍ ເງິນສົດ 5.000.000 ກີບ
- ອັນດັບ 2 : ໄດ້ຮັບຂັນ 1 ຫນ່ວຍ ເງິນສົດ 4.000.000 ກີບ
- ອັນດັບ 3 : ໄດ້ຮັບຂັນ 1 ຫນ່ວຍ ເງິນສົດ 3.000.000 ກີບ
- ທີມມາລະຍາດດີເດັ່ນ ໄດ້ຮັບ ເງິນສົດ 500.000 ກີບ
- ນັກກິລາດີເດັ່ນ ໄດ້ຮັບ ເງິນສົດ 500.000 ກີບ
- ນັກກິລາຍິງປະຕູສູງສຸດ ໄດ້ຮັບ ເງິນສົດ 500.000 ກີບ.

ພ້ອມກັນນັ້ນຍັງມີເງິນສະຫນັບສະຫນູນທີມລະ 2.000.000 ກີບ ແລະ ຫມາກບານ 5 ຫນ່ວຍ / ທີມ ແລະ ເສື້ອ 18 ຊຸດ / ທີມ.
ຫມາຍເຫດ: ປິດຮັບສະຫມັກທີມເຂົ້າຮ່ວມວັນສຸກ 03 ພະຈິກ 2017 ສອບຖາມລາຍລະອຽດໄດ້ທີ່ເບີ :021562621 ແລະ 02059393795.
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ





Post Bottom Ad