ຢາກສຳພັດທະເລໝອກງາມໆຕ້ອງທີ່ນີ້ ເມືອງໄຊສະຖານ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຢາກສຳພັດທະເລໝອກງາມໆຕ້ອງທີ່ນີ້ ເມືອງໄຊສະຖານ



 ທ່ານຜູ້ອ່ານທັງຫຼາຍ ເມື່ອເວົ້າຮອດການທ່ອງທ່ຽວຄົນສ່ວນໃຫຍ່ມັກຄິດໄກໆໄປເມືອງນອກເມືອງນາ ແຕ່ຖ້າເຮົາຫັນມາທ່ຽວບ້ານເຮົາເອງກໍ່ຄຸ້ມຄ່າໄດ້ໃຈ ມີຫຼາຍສິ່ງໃຫ້ສຶກສາ ໄດ້ສູດດົມອາກາດບໍລິສຸດ ດີກວ່າໄປແນມຕຶກສູງໆເບິ່ງລົດຕິດຢູ່ບ້ານເພິ່ນເມືອງທ່ານ, ຖ້າທ່ານວາງແຜນທ່ຽວລາວ ລາວອັບເດດຂໍແນະນຳບ່ອນນີ້ເລີຍເມືອງໄຊສະຖານເປັນເມືອງໜຶ່ງທີ່ນອນຢູ່ໃນ 11 ເມືອງຂອງແຂວງໄຊຍະບູລີຫ່າງຈາກເທດສະບານແຂວງໄຊຍະບູລີປະມານ 60 ກວ່າກິໂລເມັດມີເສັ້ນທາງສະດວກສະບາຍ.

ເມື່ອກ່ອນແມ່ນຂຶ້ນກັບເມືອງໄຊຍະບູລີ ແຕ່ຍ້ອນການຂະຫຍາຍຕົວທາງດ້ານເສດຖະກິດ ນັບທັງບ້ານ ແລະ ປະຊາກອນນັບມື້ນັບເພີ່ມຂຶ້ນ ເພື່ອສະດວກໃນການພັດທະນາເສດຖະກິດສັງຄົມ ແລະ ພື້ນຖານໂຄງລ່າງແຂວງຈຶ່ງສ້າງຕັ້ງເມືອງໄຊສະຖານຂຶ້ນໃໝ່ໄດ້ປະມານ 10 ກວ່າປີ. ເວົ້າລວມແລ້ວເມືອງໄຊສະຖານເປັນເມືອງພູດອຍ,ມີເນື້ອທີ່ທັງໝົດ 896 ຕາຕະລາງກິໂລເມັດ, ມີພົນລະເມືອງທັງໝົດ 15.200 ຄົນ,ຍິງ7.800 ຄົນ,ມີ 2.800 ຄອບຄົວ,ມີ 21 ບ້ານ ແລະ ມີ 173 ໜ່ວຍຄຸ້ມຄອງເປັນຊົນເຜົ່າໄປຼ່ໂດຍສ່ວນໃຫຍ່.



 ເມືອງດັ່ງກ່າວເຖິງຈະເປັນເຂດພູດອຍກໍ່ຕາມ ແຕ່ມີທີວທັດທຳມະຊາດທີ່ສວຍງາມ ໄດ້ກາຍເປັນຈຸດສົນໃຈຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ມາແຂວງໄຊຍະບູລີໄປແລ້ວກໍ່ຢາກຂຶ້ນມາທ່ຽວຊົມທະເລໝອກ, ຊີມລົດຊາດຊາຫຼາຍ 100ປີ ສໍາພັດຮີດຄອງປະເພນີຂອງເຜົ່າໄປຼ່ນັ້ນກໍ່ຄືບຸນດອກແດງທີ່ຈັດຂຶ້ນໃນເດືອນມັງກອນຂອງທຸກໆປີ.




 ເມືອງໄຊສະຖານເປັນເມືອງທີ່ອຸດົມສົມບູນໄປດ້ວຍທໍາມະຊາດທີ່ມີສັດນໍ້າ - ສັດປ່າ ແລະ ພືດພັນນາໆຊະນິດ.ມີພູຜາປ່າດົງເກາະກ່າຍກັນຍາວຢຽດສຸດສາຍຕາ ເປັນດິນແດນແຫ່ງທະເລໝອກເກືອບວ່າທຸກໆລະດູກໍ່ຈະມີເມກໝອກນອນຫ້ວຍໃຫ້ໄດ້ເຊີຍຊົມໃນຍາມຂອງຮຸ່ງອາລຸນວັນໃໝ່.

ເມື່ອທ່ານໄປທ່ອງທ່ຽວເມືອງໄຊສະຖານແລ້ວໄປຢືນຢູ່ຈຸດຊົມວິວທ່ານຈະຮູ້ສຶກວ່າກໍາລັງຢືນຢູ່ທ້ອງຟ້າທ່າມກາງເມກໝອກລອຍຢູ່ລຸ່ມຈຸດທີ່ຕົນເອງຢືນຢູ່ເຫັນແລ້ວເປັນໜ້າຈັບໃຈເມື່ອແນມໄປເບິ່ງທຸກທິດກໍ່ຈະເຫັນບ້ານເຮືອນຂອງພໍ່ແມ່ປະຊາຊົນຕັ້ງຢາຍຢູ່ຕາມສັນພູ,ຮ່ອມພູທີ່ສະຫຼັບສັບຊ້ອນກັບພູຜາປ່າໄມ້ເບິ່ງແລ້ວໜ້າສະອອນ.



ເມືອ່ຍາມອັດສະດົງລົງແລງອາກາດກໍ່ຈະໜາວເຢັນປົກຄຸມດ້ວຍເມກໝອກເໜາະແກ່ການເດີນທາງຍ່າງປ່າ,ການຕັ້ງແຄ້ມ ແລະ ພັກຜ່ອນຢ່ອນໃຈກັບທໍາມະຊາດທີ່ໜາວເຢັນຕະຫຼອດປີ. ນອກຈາກທີ່ຊົມ ແລະ ສໍາພັດກັບທະເລໝອກແລ້ວບັນດາທ່ານຍັງຈະໄດ້ຊິມລົດຊາດຊາຫຼາຍ 100 ປີ,ຮ່ວມຫຼິ້ນບຸນປະເພນີຂອງເຜົ່າໄປຼ່ທີ່ໄດ້ຈັດຂຶ້ນປີໃນເດືອນມັງກອນຂອງທຸກໆປີນັ້ນກໍ່ຄືບຸນດອກແດງ.


ຖ້າວ່າທ່ານໃດມາທ່ຽວໃນງານມະຫາກໍາບຸນຊ້າງຕິດພັນກັບການສະເຫຼີມສະຫຼອງໃນປີທ່ອງທ່ຽວລາວທີ່ແຂວງໄຊຍະບູລີໃນເດືອນກຸມພາປີ 2018ນີ້ຢ່າລືມໄປທ່ຽວຊົມດິນແດນທະເລໝອກຊິມຊາຫຼາຍ 100ປີທີ່ເມືອງໄຊສະຖານຮັບຮອງຖືກໃຈແນ່ນອນ, ອາກາດກໍ່ເຢັນສົດຊື່ນຢ່າລືມຫາເວລາທີ່ເໝາະສົມໄປສຳຜັດບັນຍາກາດທີ່ເມືອງໄຊສະຖານໃຫ້ໄດ້ ແລ້ວທ່ານຈະຢາກໄປອີກຄັ້ງໃໝ່.
                                                                                                                  ຂ່າວ: ບຸນທີ



________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ






Post Bottom Ad