ເມືອງຫົງສາ ຮ່ວມກັບ ບໍລິສັດໄຟຟ້າຫົງສາ ຈຳກັດ ຈັດງານບຸນຖວາຍກອງກະຖິນສາມັກຄີ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເມືອງຫົງສາ ຮ່ວມກັບ ບໍລິສັດໄຟຟ້າຫົງສາ ຈຳກັດ ຈັດງານບຸນຖວາຍກອງກະຖິນສາມັກຄີ


ງານບຸນຖວາຍກອງກະຖິນສາມັກຄີ ປະຈຳປີ 2017 ໄດ້ຈັດຂື້ນໃນວັນທີ 28 ຕຸລາ 2017 ຜ່ານມານີ້, ຢູ່ທີ່ວັດສີມຸງຄຸນ ບ້ານສີມຸງຄຸນ ເມືອງຫົງສາ ແຂວງໄຊຍະບູລີ, ເຊິ່ງນຳໂດຍທ່ານ ພອນສະຫວັນ ໄຊສົມພັນ ຮອງເຈົ້າເມືອງຫົງສາ, ທ່ານ ສົມສັກ ສິດທິນາມສຸວັນ ຜູ້ອຳນວຍການໃຫຍ່ ບໍລິສັດໄຟຟ້າຫົງສາ ຈຳກັດ, ມີຊາວພຸດທະສານິກະຊົນພາຍໃນເມືອງ, ບໍລິສັດໄຟຟ້າຫົງສາ ຈຳກັດ ແລະ ບັນດາບໍລິສັດຜູ້ຮັບເໝົາໂຄງການໄຟຟ້າຫົງສາ ເຂົ້າຮ່ວມທຳບຸນຄັ້ງນີ້ຢ່າງເປັນຂະບວນຟົດຟື້ນ.

ການຈັດງານບຸນກອງກະຖິນຄັ້ງນີ້, ແມ່ນໄດ້ເຕົ້າໂຮມຢູ່ເດີ່ນກິລາຮົ່ມຂອງເມືອງ, ຈາກນັ້ນ, ຂະບວນກອງກະຖິນກໍ່ໄດ້ເຄື່ອນຂະບວນແຮ່ອອກຈາກເດີ່ນກິລາຮົ່ມຂອງເມືອງໄປຫາວັດສີມຸງຄຸນ, ແລ້ວແຮ່ກອງກະຖິນອ້ອມພຸດທະສິມມາ 3 ຮອບ, ຈາກນັ້ນ, ກໍ່ໄດ້ດໍາເນີນພິທີທາງສາສະໜາ ຖອດຖະຫວາຍກະຖິນສາມັກຄີຕາມລໍາດັບ ໂດຍເລີ່ມຈາກ ການຈູດທຽນໄຊບູຊາ, ນຳພາໄຫວ້ພຣະ - ຮັບສິນ, ຖວາຍຜ້າກະຖິນເອກ, ພະສົງກ່າວອຸປະໂລກກະຖິນຕາມພະວິໄນສົງ, ນຳພາຖວາຍຜ້າກະຖິນຮອງພ້ອມດ້ວຍເຄື່ອງບໍລິວານ, ນຳພາຄາຍວະວະ, ຄະນະສົງໃຫ້ພອນຄະນະສັດທາທັງຫຼາຍ, ຄະນະສົງກ່າວຄຳຢາດນ້ຳ.

ທ່ານ ຊຽງອູ ພວງແກ້ວ ນາຍບ້ານສີມຸງຄຸນ ກ່າວວ່າ: ສຳລັບການນໍາໃຊ້ແຫຼ່ງທຶນ; ວັດຖຸປັດໃຈມະຫາກຸສົນໃນຄັ້ງນີ້ ທາງບ້ານຈະໄດ້ນຳໃຊ້ເຂົ້າໃນການກໍ່ສ້າງ ບູລະນະປະຕິສັງຂອນວັດວາອາຣາມ ໂດຍສະເພາະແມ່ນ ການປູກາໂລພື້ນໃນພຸດທະສິມມາທີ່ມີອາຍຸເກົ່າແກ່ທີ່ສຸດໃນເມືອງຫົງສາ, ການກໍ່ຄູກັນເຈື່ອນຕ້ານການເຊາະເຈື່ອນຂ້າງສິມວັດສີມຸງຄຸນ, ສືບຕໍ່ກໍ່ສ້າງກຳແພງວັດ ແລະ ກໍ່ສ້າງປ້າຍສີລາຈາລຶກພຸດທະສິມມາ ແລະ ວັດສີມຸງຄຸນ ເພື່ອຕອບສະໜອງຂໍ້ມູນສົ່ງເສີມການຮຽນຮູ້ຂອງຄົນຮຸ່ນໜຸ່ມ ແລະ ການທ່ອງທ່ຽວໃນຕໍ່ໜ້າ, ພ້ອມດຽວກັນ, ທ່ານ ກໍ່ໄດ້ສະແດງຄວາມຮູ້ບຸນຄຸນ ຂອບອົກຂອບໃຈຢ່າງລົ້ນເຫຼືອມາຍັງການຈັດຕັ້ງ, ການນໍາພັກ - ລັດ ທຸກພາກສ່ວນຂອງເມືອງ, ຄະນະນໍາ ແລະ ພະນັກງານບໍລິສັດໄຟຟ້າຫົງສາ ຈຳກັດ ແລະ ບັນດາບໍລິສັດຜູ້ຮັບເໝົາໂຄງການໄຟຟ້າຫົງສາ ພ້ອມຊາວພຸດທັງຫຼາຍທັງປວງທີ່ຈິດໃຈເຫຼື້ອມໃສສັດທາສ້າງບຸນກຸສົນໃນຄັ້ງນີ້ຕື່ມອີກ.

ຂ່າວ: ຊາຍນະສານ ຫານສຸວິ
ພາບ: ບຸນປອນ ສຸກສົມບັດ
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ




Post Bottom Ad