ມ່ວນແຕ່ຄືນທໍາອິດ ນ໊ອກເຖິງ 4 ຄູ່ ມວຍລາວທີ່ບຸນທາດຫຼວງ 2017 ຄືນນີ້ລຸ້ນຕໍ່ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ມ່ວນແຕ່ຄືນທໍາອິດ ນ໊ອກເຖິງ 4 ຄູ່ ມວຍລາວທີ່ບຸນທາດຫຼວງ 2017 ຄືນນີ້ລຸ້ນຕໍ່


   ການແຂ່ງຂັນມວຍລາວ ຈັດຂຶ້ນໂດຍ ບໍລິສັດ ຄໍາເສັງ ຈໍາກັດ ຕະຫຼອດ 3 ຄືນ ລະຫວ່າງວັນທີ 1-3 ພະຈິກນີ້, ເຊິ່ງຈະມີການຊົກກັນເຖິງ 21 ຄູ່ ໂດຍເມື່ອວັນທີ 1 ພະຈິກ ທີ່ຜ່ານມາ ແຂ່ງຂັນກັນ 8 ຄູ່ປະກົດວ່າ:

1.ເສືອສິນໄຊ ຈາກສິດຈານແອ ເສຍຄະແນນໃຫ້ ສິດຄູອ໊ອດ ແຂວງຈາປາສັກ ລຸ້ນ 38 ກິໂລກຣາມ.
2.ຊົນຊາດລາວ ຈາກສິດໂຕ້ພາລຸ້ງ ຊະນະນ໊ອກ ເພັດສອງຄົນ ຈາກແຂວງຈໍາປາສັກ ລຸ້ນ 50 ກິໂລ.
3.ສິດທອງນ້ອຍ ຈາກສໍສິງຄໍາ ຊະນະນ໊ອກ ເດວິດ ແຂວງຈໍາປາສັກ ລຸ້ນ 52 ກິໂລ.
4.ເພັດສາຄອນ ວິທະຍາໄລພາລະສຶກສາ ເສຍນ໊ອກໃຫ້ ເພັດຈໍາປາ ແຂວງຈໍາປາສັກ ລຸ້ນ 53 ກິໂລ.
5.ຊະນະຊົນ ສິດໂຕເພົາລຸ່ງ ເສຍຄະແນນໃຫ້ກັບ ເພັດເຫຼັກ ແຂວງຈໍາປາສັກ ລຸ້ນ 53 ກິໂລກ
6.ສາຍຟ້າແລບ ຊະນະຄະແນນ ຟ້າສັ່ງ ຈາກແຂວງຈໍາປາສັກ ລຸ້ນ 54 ກິໂລ.
7.ແຫຼມທອງ ຈະເລີນສິງ ຊະນະນ໊ອກ ເພັດດໍາ ສໍສິງຄໍາ ລຸ້ນ 52 ກິໂລ.
8.ເກົ້າແສນ ຂວັນໃຈສີໂຄດ ຊະນະຄະແນນ ທຸງໄຊ.

   ສ່ວນອີກ 2 ຄືນທີ່ເຫຼືອມີດັ່ງນີ້:
+ວັນທີ 2 ພະຈິກ 2017 ມີ 7 ຄູ່ຄື:
1.ປະສົບການ ແຂວງສະຫວັນນະເຂດ ພົບ ຂຸນຫານ ສິດຈານແຂກ ລຸ້ນ 37 ກິໂລ.
2.ເຈົ້າເວຫາ ແຂວງສະຫວັນນະເຂດ ພົບ ເກມກ້າວ ສໍຮຸ້ງອາລຸນ.
3.ສອນເດັດ ສໍຊຽນຝັນ ພົບ ເພັດເມືອງລາວ ແຂວງສະຫວັນນະເຂດ ລຸ້ນ 54 ກິໂລ.
4.ຄໍາພີ ສໍຈະເລີນສິງ ພົບ ລູກພິມມວກຟາງ ແຂວງສະຫວັນນະເຂດ ລຸ້ນ 56 ກິໂລ.
5.ຊີອຸຍ ຂຸນວັງຫຼວງ ພົບ ບິນຊົນ ສິດໂຕ້ພາລຸ້ງ ລຸ້ນ 51 ກິໂລ.
6.ຄ້າຍມວຍເມືອງຈັນ ອາໂມລິນ ຈາກຝຣັ່ງ ພົບ ມະເກສວນ ວິທະຍາໄລພາລະ ລຸ້ນ 57 ກິໂລ.
7.ປິເຕີ ສິດໂຕພາລຸ້ງ ພົບ ຊາວເຊັງ ສໍຊຽນຝັນ ລຸ້ນ 31 ກິໂລ.

+ວັນທີ 3 ພະຈິກ 2017 ມີ 7 ຄູ່ຄື:
1.ຂຸນເດດ ສີອາວຸກ ຈາກຄໍາເສັງ ພົບ ສີອາວຸດ ຈາກສໍສິງຄໍາ ລຸ້ນ 50 ກິໂລກຣາມ.
2.ນ້ອງເບຍ ຈາກ ປກສ ພົບ ກ່ອນເກັ່ງ ແຂວງສະຫວັນນະເຂດ ລຸ້ນ 53 ກິໂລ.
3.ຂຸນເຫຼັກ ສ.ມ.ສ ຄໍາເສັງ ພົບ ກິມມື້ ຊາວຝຣັ່ງ ຈາກສິດຈານງໍ້ ລຸ້ນ 55 ກິໂລ.
4.ຂຸນພົນ ສ.ມ.ສ ຄໍາເສັງ ພົບ ເບັ້ນ ຊາວຝຣັ່ງ ສິດຈານງໍ້ ລຸ້ນ 60 ກິໂລ.
5.ນ້ອງປຸ້ມ ສິດດາວໃຕ້ ພົບ ຈໍາປາຂາວ ສິດໂຕພາລຸ້ງ ລຸ້ນ 51 ກິໂລ.
6.ເກົ້າຍອດ ສິດຈານເພັງ ພົບ ເໜືອຝັນ ແຂວງສະຫວັນນະເຂດ ລຸ້ນ 51 ກິໂລ.
7.ລາວກ້າວ ສໍຊຽນສານຝັນ ພົບ ມັງກອນດໍາ ແຂວງສະຫວັນນະເຂດ ລຸ້ນ 46 ກິໂລ.

Post Bottom Ad