ສານອັນຕະລາຍ 4 ຢ່າງທີ່ປົນກັບເຄື່ອງສຳອາງ ຢາກໃຫ້ທຸກຄົນຮູ້ໄວ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສານອັນຕະລາຍ 4 ຢ່າງທີ່ປົນກັບເຄື່ອງສຳອາງ ຢາກໃຫ້ທຸກຄົນຮູ້ໄວ້





ເຊື່ອເຫຼືອເກີນວ່າ ຄວາມຂາວໃສບໍ່ມີສິວ, ຝ້າ ແລະຈຸດດ່າງຈຸດເປັນຄວາມປາຖະໜາຂອງທຸກໆຄົນ ແຕ່ແມ່ຍິງມັກຈະໃຫ້ຄວາມສຳຄັນຫຼາຍກວ່າເພດຊາຍ ບໍ່ວ່າຈະເປັນຊ່ວງອາຍຸໃດກໍ່ຕາມ ຍິ່ງເປັນປະເທດທີ່ມີພູມອາກາດຮ້ອນອົບເອົາແບບບ້ານເຮົາ ມີແສງແດດແຜດເຜົາພີວພັນແບບບໍ່ປານີຍິ່ງເຮັດໃຫ້ບັນຫາທີ່ບໍ່ເພິ່ງປາຖາໜາຈາກສິວ,ຝ້າ ເກີດຂຶ້ນງ່າຍ, ຜູ້ຄົນຈິ່ງຫາທຸກວິທີເພື່ອເຮັດໃຫ້ຜີວຂາວໃສ.





 ໃນຂະນະທີ່ຄົນສ່ວນຫຼວງຫຼາຍແນມຫາຜະລິດຕະພັນທີ່ຈະມາລືບຮ່ອງຮອຍຈາກສີວຈາກຝ້າ ຫຼາຍເທົ່າໃດຍິ່ງສ້າງໂອກາດໃນການທຳເງິນແກ່ກຸ່ມຜູ້ຫົວໃສໃນທາງການຄ້າ ແຕ່ຖ້າຜະລິດມາເພື່ອປົວແທ້ຍັງໄຄແດ່, ບາງຈຳນວນຜະລິດອອກມາມີຜົນຂ້າງຄຽງຫຼວງຫຼາຍບໍ່ມີສົນໃຈຂໍພຽງວິດມື ແລະໄດ້ເງິນມາກໍ່ເປັນພໍ ຊຶ່ງເຫັນໄດ້ຕາມທ້ອງຕະຫຼາດມີຂາຍເປັນພັນໆຊະນິດ ຊາວບ້ານເອີ້ນກັນວ່າຄີມໜ້າຂາວ ແລະກໍ່ເປັນຄວາມຈິງໜ້າສາມາດຂາວໄດ້ພາຍໃນໄລຍະເວລາອັນສັ້ນໆ ແຕ່ທ່ານຮູ້ບໍວ່າ ຄວາມຂາວໃສ ນັ້ນອາດກຳລັງຖືກແທນທີ່ດ້ວຍຮອຍໄໝ້ດຳແຜ່ກວ້າງອອກໄປເລື້ອຍໆ, ກາຍເປັນຮອຍດຳ, ເປັນຜື່ນ, ໜ້າບາງ ຕິດເຊື້ອງ່າຍ ໃຊ້ເວລາຮັກສາຫຼາຍປີບໍ່ຫາຍ ຫຼື ບາງລາຍພັງໄປຢ່າງຖາວອນ ເນື່ອງຈາກໃນເຄື່ອງສຳອາງດັ່ງກ່າວມີສານ ໄຮໂດຣຄຸຍນອນ, ສະເຕຣອຍ ແລະກົດເຮຕິໄນອິກເປັນຕົ້ນ.  ສານເຄມີທີ່ຖືກສັ່ງຫ້າມບໍ່ໃຫ້ໃຊ້ໃນເຄື່ອງສຳອາງມີຫຼາຍຢ່າງແຕ່ທີ່ພົບເຫັນຫຼາຍກວ່າໝູ່ມີ 4 ຢ່າງຫຼັກໆດັ່ງລຸ່ມນີ້:



1. Mercury: ສານທີ່ຕ້ອງຫ້າມນຳໃຊ້ປະກອບໃນເຄື່ອງສຳອາງຄື ສານ ເມີຄູຣີ(mercury) ແຕ່ຈາກການກວດສອບຂອງຫຼາຍໜ່ວຍງານພົບວ່າປະມານ 20% ຂອງເຄື່ອງສຳອາງມີສານຊະນິດນີ້ຢູ່, ສານເມີຄູຣີມີຄວາມສາມາດເຮັດໃຫ້ການສ້າງເມັດສີເມລານິນ(Melanin) ຫຼຸດລົງຈິ່ງສົ່ງຜົນໃຫ້ສີຜີວຂາວຂຶ້ນ ນອກຈາກນີ້ຍັງມີລິດໃນການຂ້າເຊື້ອແບັດທີເຣຍຊະນິດ staphylococcus ຈິ່ງຢັບຢັ້ງບໍ່ໃຫ້ເກີດສີວແຕ່ຜົນຂ້າງຄຽງຂອງມັນຄືຈະເຮັດໃຫ້ເກີດການແພ້, ຜີວໜ້າດຳ, ເກີດເປັນຝ້າຖາວອນ ເມື່ອໃຊ້ຕິດຕໍ່ກັນເປັນເວລາດົນຈະເຮັດໃຫ້ເກີດຜິດສະສົມຢູ່ຕາມຜິວໜັງ ແລະດູດຊືມເຂົ້າກະແສເລືອດ ເຮັດໃຫ້ຕັບ ແລະໄຕອັກເສບ ເກີດເປັນໂລກເລືອດຈາງ, ທໍ່ສົ່ງຍ່ຽວອັກເສບ ບໍ່ພຽງເທົ່ານັ້ນຜູ້ຍິງຖືສານດັ່ງກ່າວນັ້ນຈະຖືກດູດຊືມເຂົ້າສູ່ຮ່າງກາຍໄປຫາລູກໃນທ້ອງເຮັດໃຫ້ສະໝອງພິການ ແລະປັນຍາອ່ອນ.




2. ໄຮໂດຣຄຸຍນອນ: (Hydroquinone)

          ສານຊະນິດນີ້ອອກລິດໂດຍການຍັບຢັ້ງຂະບວນການທາງເຄມີຂອງເຊວສ້າງເມັດສີໃຫ້ເມັດສີຫຼຸດລົງ ຊ່ວຍໃຫ້ຜີວຂາວຂຶ້ນ ຜູ້ຜະລິດເຄື່ອງສຳອາງຈິ່ງມັກນຳໃຊ້ເປັນຢາທາຮັກສາສິວຝ້າ ແລະຈຸດດ່າງດຳ ຊື່ງຜົນຂ້າງຄຽງຂອງມັນຈະເຮັດໃຫ້ເກີດມີອາການແສບຮ້ອນ ຕຸ່ມແດງ ແລະມີພາວະຜີວຄ້ຳຫຼາຍຂຶ້ນໃນບໍລິເວນທີ່ທາ ໃຊ້ດົນໆໄປຈະກາຍເປັນຝ້າຖາວອນ ເພີ່ມໂອກາດໃນການເປັນມະເຮັງຜີວໜັງ ຜູ້ທີ່ໃຊ້ເຄື່ອງສຳອາງທີ່ມີທາດເຄມີເຫຼົ່ານີ້ເກີນຂະໜາດຕົວຢາຈະຊືມເຂົ້າໄປຍັງກະແສເລືອດ ແລະສາມາດກະຕຸ້ນໃຫ້ຮ່າງກາຍມີອາການສັ່ນ ຫຼື ເກີດພາວະລົມຊັກ ຫຼື ກະຕຸ້ນໃຫ້ມີອາການແພ້ຢາໄດ້.



3. ສານສະເຕຣອຍ   (Steroid) :     ສານຊະນິດນີ້ຊ່ວຍຢັບຢັ້ງການສ້າງສານເຄມີສື່ກາງ ທີ່ໃຊ້ໃນການສ້າງເມັດສີ ເຮັດໃຫ້ປະລິມານສີຫຼຸດລົງ ແລະຜີວຂາວຂຶ້ນ, ສະເຕຣອຍເປັນສານທີ່ຫ້າມໃຊ້ໃນເຄື່ອງສຳອາງເຊັ່ນດຽວກັນ ແຕ່ຈາກການກວດສອບພົບວ່າສານສະເຕຣອຍຖືກໃຊ້ປະສົມກັບຢາແນວອື່ນເຊັ່ນ: ໄຮໂດຣຄຸຍນອນ ຫຼື ເຮຕິນອຍໃນການຮັກສາຝ້າ, ຈຸດດ່າງດຳ ຜົນຂ້າງຄຽງຈາກການໃຊ້ ເນື່ອງຈາກມີຄວາມເຂັ້ມຂຸ້ນສູງ ສະນັ້ນຖ້າໃຊ້ດົນໄປຈະມີຜົນຂ້າງຄຽງທັງພາຍໃນ ແລະພາຍນອກ ເຮັດໃຫ້ຮ່າງກາຍອອກຕຸ່ມງ່າຍ, ຜີວໜ້າບາງ ມົນລະພາວະຈາກຂ້າງນອກຈະເຂົ້າສູ່ຮ່າງກາຍໄດ້ງ່າຍ ເຫັນເສັ້ນເລືອດແດງຕາມໃບໜ້າຊັດເຈນຂຶ້ນ.




 4.       ກົດເຣຕິໂນອິກ(Retinoic acid):  ກົດເຣຕິໂນອິກມີຜົນລົບກວນຂະບວນການສ້າງເມັດສີ ໂດຍມີກົນໄກການອອກລິດຄືການກະຕຸ້ນການແບ່ງເຊວ ແລະເລ່ງການພັດເຊວຂອງຜີວໃນຊັ້ນອິພິທີຣຽນ  ຫຼຸດການເຄື່ອນຍ້າຍຂອງເມັດສີຢູ່ເຊວຜີວໜັງ , ສານຊະນິດນີ້ໃຊ້ໄປດົນຈະເຮັດໃຫ້ຜີວໜ້າລອກ, ອັກເສບ, ແພ້ແສງແດດ ຜີວອາດເກີດເປັນດ່າງຂາວ ແລະເປັນອັນຕະລາຍຕໍ່ເດັກໃນທ້ອງໄດ້ສຳລັບແມ່ຍິງຖືພາ.




ສຸດທ້າຍນີ້ຢາກຝາກເຖິງຜູ້ທີ່ໃຊ້ຜະລິດຕະພັນທີ່ແປກໃໝ່, ມີການໂຄສະນາວ່າຜ່ານ ອຢ ແລ້ວແຕ່ເຮົາຜູ້ໃຊ້ຄວນມີຄວາມລະມັດລະວັງກວດສອບກ່ອນໃຊ້ ຊອກຫາຂໍ້ມູນເພີ່ມເຕີມ ບໍ່ວ່າຈະເປັນອາຫານເສີມ ຫຼື ເຄື່ອງສຳອາງກໍ່ຕາມ ຊຶ່ງບ້ານເຮົາສ່ວນໃຫຍ່ຈະນຳໃຊ້ສິນຄ້າຈາກໄທ ສະນັ້ນຖ້າທ່ານຢາກຮູ້ວ່າ ສິນຄ້າທີ່ຈະໃຊ້ນັ້ນໄດ້ຜ່ານການກວດກາຄວາມປອດໄພທາງການແພດແລ້ວຫຼືບໍ ໃຫ້ເຂົ້າກວດໄດ້ຕາມລິ້ງນີ້ ພຽງແຕ່ພິມເລກລະຫັດທີ່ຕິດນຳສິນຄ້າໃສ່ກໍ່ຈະແດງຜົນທັນທີ ກ່ຽວກັບຍີ່ຫໍ້ສິນຄ້າແມ່ນຫຍັງ ຂອງບໍລິສັດໃດ ຖ້າຫາກສິນຄ້າຊິ້ນນັ້ນໄດ້ຖືກຮັບຮອງຄວາມປອດໄພແລ້ວ.

http://porta.fda.moph.go.th/FDA_SEARCH_ALL/MAIN/SEARCH_CENTER_MAIN.aspx

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ





Post Bottom Ad