4 ສິ່ງທີ່ເຮັດໃຫ້ ໂຣນັລໂດ ຈະໜີຈາກ ຣີລ ມາດຣິດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

4 ສິ່ງທີ່ເຮັດໃຫ້ ໂຣນັລໂດ ຈະໜີຈາກ ຣີລ ມາດຣິດ


   ຄຣີສເຕຍໂນ ໂຣນັລໂດ ຫົວໜ້າທີມຊາດປ໊ອກຕຸຍການ ຕົກເປັນຂ່າວ ກຽມຍ້າຍອອກຈາກ ຣີລ ມາດຣິດ ທີມຍັກໃຫຍ່ໃນລາລີກາ ສະເປນ ໃນໄລຍະທ້າຍປີໜ້າ ແລະ ໄດ້ແຈ້ງການຕັດສິນໃຈໃຫ້ ປະທານສະໂມສອນ ຮັບຊາບຮຽບຮ້ອຍແລ້ວ.

   ຂະນະທີ່ ອາສ ສື່ໃນ ສະເປນ ວິເຄາະ 4 ປັດໄຈຫຼັກທີ່ ປີກຊາວປ໊ກຕຸຍການ ຈະຍ້າຍອອກຈາກທີມດັ່ງນີ້:
1.ຣີລ ມາດຣິດ ພະຍາຍາມເຊັນສັນຍາກັບ ຄິລິຢັນ ເອັມບັບເປ: ໃນໄລຍະຕະຫຼາດຊື້-ຂາຍນັກເຕະຄັ້ງຫຼັງສຸດ ມາດຣິດ ພະຍາຍາມເຊັນສັນຍາກັບ ຄິລິຢັນ ເອັມບັບເປ ກອງໜ້າທີມຊາດຝຣັ່ງ ເຮັດໃຫ້ ໂຣນັລໂດ ບໍ່ພໍໃຈ.


2.ຂ່າວລືກ່ຽວກັບ ເນມາ: ມາດຣິດ ມີຂ່າວຢາກດຶງ ເນມາ ມາຈາກ ປາຣີ ໃນລະດູການໜ້າ ຫຼັງກອງໜ້າຊາວບຣາຊິນ ເລີ່ມບໍ່ມີຄວາມສຸກກັບທີມດັ່ງກ່າວ, ເຊິ່ງ ໂຣນັລໂດ ເຂົ້າໃຈວ່າ ຣີລ ມາດຣິດ ຕ້ອງການເອົາ ເນມາ ມາແທນຕົວເອງທີ່ມີອາຍຸ 32 ປີແລ້ວ.


3.ຄ່າເໜື່ອຍ: ໂຣນັລໂດ ເປັນໜຶ່ງໃນນັກເຕະທີ່ໄດ້ຄ່າເໜື່ອຍຫຼາຍທີ່ສຸດໃນໂລກ ແຕ່ຍັງເປັນຮອງທັງ ເນມາ ແລະ ລິໂອເນລ ເມສຊີ, ເຊິ່ງເວລານີ້ລາວໄດ້ຢູ່ 365,000 ປອນຕໍ່ອາທິດ, ສ່ວນ ເນມາ ໄດ້ເຖິງ 537,000 ປອນຕໍ່ອາທິດ ແລະ ເມສຊີ ໄດ້ 500,000 ປອນຕໍ່ອາທິດ.

4.ພາສີ: ຕະຫຼອດເດືອນມິຖຸນາ ທີ່ຜ່ານມາ ໂຣນັລໂດ ຕົກເປັນຂ່າວຫຼີກໜີການຈ່າຍພາສີ ເປັນຈໍານວນເງິນລວມ 14.7 ລ້ານເອີໂຣ ເຮັດໃຫ້ລາວບໍ່ພໍໃຈຫຼາຍ ແລະ ເລື່ອງນີ້ອາດເຮັດໃຫ້ລາວບໍ່ຢາກຢູ່ທີ່ ສະເປນ.

   ຈາກຜົນດັ່ງກ່າວ ສະແດງໃຫ້ເຫັນວ່າ: ລາວບໍ່ຢາກຢູ່ທີ່ ສະເປນ ແລ້ວກໍ່ເປັນໄດ້ ແລະ ບໍ່ແນ່ໃຈວ່າລາວອາດຈະຫວນກັບມາຫຼິ້ນໃຫ້ກັບ ແມນເຊັສເຕີ ຢູໄນເຕັດ ໃນພຣີເມຍລີກ ອັງກິດ ຫຼື ທີມອື່ນໆ ຕ້ອງຕິດຕາມກັນຕໍ່ໄປ.
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ






Post Bottom Ad