ເປີຣູ ຄວ້າສິດທີມສຸດທ້າຍໄປບານໂລກ 2018 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເປີຣູ ຄວ້າສິດທີມສຸດທ້າຍໄປບານໂລກ 2018


   ທີມຊາດເປຣູ ໄດ້ສະຫຼອງຢ່າງຍິ່ງໃຫຍ່ ເມື່ອກາຍເປັນຊາດທີ 32 ຫຼື ຊາດສຸດທ້າຍທີ່ຄວ້າສິດໄປແຂ່ງຂັນບານໂລກ 2018 ທີ່ປະເທດຣັດເຊຍ ຫຼັງເອົາຊະນະ ນີວຊີແລນ ຈາກໂອເຊຍອານີ 2-0 ໃນຮອບເພລອ໊ອຟ ນັດທີ 2 ປະຈໍາວັນທີ 16 ພະຈິກ.

   ສົ່ງຜົນໃຫ້ ເປຣູ ກາຍເປັນຊາດທີ 5 ຈາກໂຊນອາເມຣິກາໃຕ້ ຄວ້າສິດໄປບານໂລກ 2018 ຮອບສຸດທ້າຍ ຕໍ່ຈາກ ບຣາຊິນ, ອູຣູກວາຍ, ອາເຈນຕິນາ ແລະ ໂຄລົມບີ. ນອກນັ້ນ, ຍັງເປັນຄັ້ງທີ 5 ທີ່ພວກເຂົາໄປຮອບສຸດທ້າຍ ໃນປະຫວັດສາດ ຕໍ່ຈາກປີ 1930, 1970, 1978 ແລະ 1982.

   ສະຫຼຸບທີມທີ່ໄດ້ສິດໄປບານໂລກ 2018 ຮອບສຸດທ້າຍ ປະກອບດ້ວຍ:
1.ຣັດເຊຍ.
2.ບຣາຊິນ
3.ອິຣານ
4.ຍີ່ປຸ່ນ
5.ແມັກຊິກ
6.ແບນຊິກ
7.ສ ເກົາຫຼີ
8.ຊາອຸດິອາຣິບີ
9.ເຢຍລະມັນ

10.ອັງກິດ
11.ແອັດສະປາຍ
12.ໄນຈີຣິ
13.ຄອສຕາຣິກາ
14.ໂປໂລຍ
15.ເອຢິບ
16.ແຊກບີ
17.ອຽກລັງ
18.ປ໊ອກຕຸຍການ
19.ຝຣັ່ງ
20.ອູຣູກວາຍ
21.ອາກຊັງຕິນ
22.ໂຄລົມບີ
23.ປານາມາ
24.ເຊເນກັດ
25.ຕູນີເຊຍ
26.ໂມຣ໊ອກໂກ
27.ສະວິດ
28.ໂຄຼອາຊີ
29.ຊູແອັດ
30.ເດນມາກ
31.ອົດສະຕຣາລີ
32.ເປຣູ.
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ




Post Bottom Ad