ໂຣນັລໂດ ໄດ້ລູກຄົນທີ 4 ແລ້ວ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ໂຣນັລໂດ ໄດ້ລູກຄົນທີ 4 ແລ້ວ


   ຄຣິສເຕຍໂນ ໂຣນັລໂດ ກອງໜ້າຕົວເກັ່ງຂອງ ຣີລ ມາດຣິດ ເປີດເຜີຍເອງວ່າ: ຈໍຈິນາ ໂຣດຣິເກຊ ແຟນອາຍຸ 22 ປີຂອງລາວໄດ້ໃຫ້ກໍາເນີດລູກ ເມື່ອວັນອາທິດທີ 12 ພະຈິກ ທີ່ຜ່ານມາ ໂດຍນີ້ຖືເປັນລູກຄົນທໍາອິດຂອງທັງຄູ່ ແລະ ເປັນລູກຄົນທີ 4 ຂອງ ໂຣນັລໂດ.

   ລູກຄົນໃໝ່ຂອງ ໂຣນັລໂດ ເປັນຜູ້ຍິງ ໂດຍພວກເຂົາຕັ້ງຊື່ ອະລານາ ມາຕິນາ ແລະ ຖືເປັນລູກຄົນທີ 4 ຂອງ ໂຣນັລໂດ ຕໍ່ຈາກ ຄຣິສເຕຍໂນ ໂຣນັລໂດ ຈູເນຍ, ອີວາ ມາເຣຍ ແລະ ມາເຕໂອ ມາເຣຍ, ເຊິ່ງຄັ້ງນີ້ຖືເປັນການເກີດໄວກວ່າກໍານົດ ເພາະກ່ອນໜ້ານີຄາດກັນວ່າລາວຈະເກີດ ໃນວັນອັງຄານທີ 21 ພະຈິກນີ້.

   ໂຣນັລໂດ ຂຽນໂພສລົງທະວິດເຕີວ່າ: “ ອະລານາ ມາຕິນາ ເກີດອອກມາແລ້ວ ທັງ ໂຣດຣິເກຊ ກັບ ອະລານາ ກໍ່ແຂງແຮງດີ ແລະ ພວກເຮົາທຸກຄົນດີໃຈ ”.


________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ




Post Bottom Ad