ເອັສຣາ ນ້ອຍ ຄວ້າອັນດັບ 6 ລາຍການທີ່ ບູລີລໍາ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເອັສຣາ ນ້ອຍ ຄວ້າອັນດັບ 6 ລາຍການທີ່ ບູລີລໍາ


   ການແຂ່ງຂັນ CP-Meiji Cup U-14 International Champions 2017 ລະຫວ່າງວັນທີ 8-11 ພະຈິກນີ້, ມີ 8 ສະໂມສອນເຂົ້າຮ່ວມ ແລະ ແບ່ງອອກເປັນ 2 ໂດຍ ເອັສຣາ ຖືກຈັດຢູ່ໃນກຸ່ມເອ ປະກອບມີ ບູລີລໍາ ຢູໄນເຕັດ, JUBILO IWATA ມາຈາກຢີ່ປຸ່ນ ແລະ ສະໂມສອນສະໝຸດສົງຄາມ.

   ປະກົດວ່າ: ເອັສຣາ ລົງສະໜາມນັດທໍາອິດ ສະເໝີກັບ ສະໝຸດສົງຄາມ, ນັດທີ 2 ເສຍໃຫ້ JUBILO IWATA 0-6 ແລະ ນັດສຸດທ້າຍຂອງກຸ່ມ ເສຍໃຫ້ 0-3.

   ເຮັດໃຫ້ ເອັສຣາ ຕ້ອງໄປວັດກັບ ແບັງຄອກ ຢູໄນເຕັດ ເພື່ອລຸ້ນເຂົ້າຊີງອັນດັບ 5 ປະກົດວ່າ: ເອັສຣາ ເອົາຊະນະໃນການດວນຈຸດໂທດ 5-4 ຜ່ານເຂົ້າຊີງອັນດັບ 5 ກັບ ສະໝຸດສົງຄາມ ໃນຕອນເຊົ້າຂອງມື້ນີ້ເວລາ 9:30 ໂມງ ກ່ອນທີ່ຈະເສຍໃຫ້ທີມດັ່ງກ່າວ 1-3 ຄວ້າອັນດັບ 6 ໄປຄອງ.

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ





Post Bottom Ad