ມາກເຊີຍ ປະກາດແຍກທາງກັບ ເອວຣາ ຈາກກໍລະນີ ເຕະແຟນບານຕົວເອງ, ສ່ວນ ຢູຟາ ລົງໂທດຫ້າມແຂ່ງ 7 ເດືອນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ມາກເຊີຍ ປະກາດແຍກທາງກັບ ເອວຣາ ຈາກກໍລະນີ ເຕະແຟນບານຕົວເອງ, ສ່ວນ ຢູຟາ ລົງໂທດຫ້າມແຂ່ງ 7 ເດືອນ


   ໂອແລມປິກ ມາກເຊີຍ ປະກາດຍຸດຕິສັນຍາກັບ ປາທຣິຊ ເອວຣາ ກອງຫຼັງອາຍຸ 36 ປີ ທີ່ກະໂດດເຕະໜ້າແຟນບານທີມຂອງຕົວເອງ ກ່ອນການແຂ່ງຂັນ ຢູໂຣ ປາລີ ກັບ ວິຕໍເຣຍ ກິມາເຣດ ເມື່ອວັນພະຫັດທີ 2 ພະຈິກ ທີ່ຜ່ານມາ.

   ຂະນະທີ່ ສະຫະພັນບານເຕະເອີຣົບ ( ຢູຟາ ) ສັ່ງຫ້າມ ເອວຣາ ລົງແຂ່ງຂັນຂອງ ຢູຟາ ທຸກລາຍການເຖິງ 7 ເດືອນ ຫຼື ຈົນເຖິງເດືອນມິຖຸນາ ປີໜ້າ ພ້ອມປັບເງິນອີກ 10 ພັນເອີໂຣ ຕາມການລາຍງານຂອງສໍານັກຂ່າວໃນປະເທດຝຣັ່ງ ເມື່ອວັນສຸກທີ 10 ພະຈິກ ທີ່ຜ່ານມາ.

   ຫຼັງກໍ່ເຫດກະໂດດເຕະໜ້າແຟນບານ ທີ່ລົງມາດ່າຢູ່ຫຼັງປ້າຍໂຄສະນາ ໃນລະຫວ່າງການອົບອຸ່ນຮ່າງກາຍ ກ່ອນການແຂ່ງຂັນບານເຕະ ຢູໂຣປາ ລີກ ລະຫວ່າງ ກິມາເຣດ ກັບ ມາກເຊີຍ ຈົນເຮັດໃຫ້ໄດ້ໃບແດງຕັ້ງແຕ່ບໍ່ທັນເລີ່ມການແຂ່ງຂັນ.

   ຈົນຫຼ້າສຸດ ໂອແລມປິກ ມາກເຊີຍ ໄດ້ປະກາດຂ່າວຍຸດຕິສັນຍາດ້ວຍຄວາມຍິນຍອມ ພ້ອມໃຈທັງສອງຝ່າຍ, ທັງທີ່ ເອວຣາ ຍັງເຫຼືອສັນຍາກັບສະໂມສອນເຖິງທ້າຍເດືອນມິຖຸນາ 2018 ເປັນທີ່ຮຽບຮ້ອຍແລ້ວ.

   ນອກຈາກນັ້ນ, ທາງສະຫະພັນບານເຕະເອີຣົບ ເຈົ້າຂອງລາຍການທີ່ເກີດເຫດການດັ່ງກ່າວຂຶ້ນ ຍັງໄດ້ສັງຫ້າມບໍ່ໃຫ້ລາວລົງແຂ່ງຂັນທຸກລາຍການຂອງ ຢູຟາ ຈົນເຖິງວັນທີ 30 ພະຈິກ 2018 ພ້ອມປັບໄໝເງິນອີກ 10 ພັນເອີໂຣ.

   ຂະນະທີ່ ສະໂມສອນ ມາກເຊີຍ ຖືກປັບໄໝ 25 ພັນເອີໂຣ ຈາກຄວາມເສຍຫາຍໃນສະໜາມທີ່ເກີດຂຶ້ນ ຈາກການກໍ່ເຫດຂອງແຟນບານຕົວເອງທີ່ທັງບຸກລົງສະໜາມ, ຈຸດພຸໄຟ ແລະ ກໍ່ຄວາມເສຍຫາຍອື່ນໆ.

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ




Post Bottom Ad