ປະກາດປິດນ້ຳເຂດເມືອງໄຊເສດຖາ ໃນວັນທີ 13 ພະຈິກເດີ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປະກາດປິດນ້ຳເຂດເມືອງໄຊເສດຖາ ໃນວັນທີ 13 ພະຈິກເດີ


ອີກຄັ້ງໜຶ່ງລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນປະກາດປິດນ້ຳຊົ່ວຄາວເຂດເມືອງໄຊເສດຖາ ໃນວັນຈັນທີ 13 ພະຈິກນີ້ ເລີ່ມແຕ່ເວລາ 9:00-14:00  ໃບຊ່ວງໄລຍະເວລາດັ່ງກ່າວລັດວິສາຫະກິດນ້ຳປະປານະຄອນຫຼວງຈະໄດ້ຢຸດບໍລິການ ແລະສະໜອງນ້ຳຊົ່ວຄາວ ເພື່ອສ້ອມແປງສຳທໍ່ນ້ຳເກົ່າຂະໜາດ DN 75  ແລະສຳທໍ່ໃໝ່ຂະໜາດ UPVC  DN 100 uPVC  ໃສ່ເພື່ອໃຫ້ມີຄວາມຮັບປະກັນແກ່ການຊົມໃຊ້ໄດ້ດີຍິ່ງຂຶ້ນ.



ສະນັ້ນໃນຊ່ວງໄລຍະເວລາທີ່ປະຕິບັດການສ້ອມແປງທໍ່ນ້ຳນັ້ນ ຈະເຮັດໃຫ້ແຮງດັນນ້ຳຫຼຸດລົງ, ອອກຄ່ອຍຫາບໍ່ມີນ້ຳ ໂດຍສະເພາະເຂດບ້ານໂນນສະຫວ່າງຮ່ອມ 14, ຮ່ອມ13, ຮ່ອມ11, ຮ່ອມ 10, ຮ່ອມ 7, ຮ່ອມ 6, ຮ່ອມ 4, ຮ່ອມ3 ແລະຮ່ອມ1, ໂຮງຮຽນ ໂນນສະຫວ່າງ, ເອັມພອຍມາກເມືອງໄຊເສດຖາ ຈິ່ງຄວນຫ້າງຫາກະກຽມພາຊະນະໂຕ່ງນ້ຳໄວ້ໃຊ້ໃນຊ່ວງໄລຍະເວລາດັ່ງກ່າວ ເພື່ອມີນ້ຳໃຊ້ໃນລະຫວ່າງການສ້ອມແປງ.



________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ



Post Bottom Ad