ປີໂລ ປະກາດອໍາລາການເປັນນັກເຕະແລ້ວ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປີໂລ ປະກາດອໍາລາການເປັນນັກເຕະແລ້ວ


   ອັນເດຣຍ ປີໂລ ດີກຣີກອງກາງທີມຊາດອິຕາລີ ອາຍຸ 38 ປະກາດອໍາລາອາຊີບການເປັນນັກເຕະເປັນທີ່ຮຽບຮ້ອຍ ຫຼັງລົງຫຼິ້ນໃຫ້ກັບ ນິວຢອກ ຊິຕີ້ ເອັຟຊີ ທີມໃນ ເມເຈີລີກ ຊອກເກີ ສະຫະລັດອາເມຣິກາ ເປັນນັດສຸດທ້າຍ.

   ເຫດການດັ່ງກ່່າວ ເກີດຂຶ້ນໃນນັດເພລອ໊ອຟ ອິສເທິນ ຄອນເຟີເຣນ ຮອບຮອງຊະນະເລີດ ນັດທີ 2 ທີ່ ນິວຢອກ ເປີດບ້ານເອົາຊະນະ ໂຄລໍາບັສ ຄຣູ 2-0 ເມື່ອວັນທີ 5 ພະຈິກ ທີ່ຜ່ານມາ ແຕ່ຄະແນນລວມ 2 ນັດ ນິວຢອກ ເສຍໄປ 3-4.

   ປີໂລ ກ່າວວ່າ: “ ນັດສຸດທ້າຍຂອງຂ້ອຍ ໃນລີກສູງສຸດຂອງ ສະຫະລັດອາເມຣິກາ ໄດ້ມາເຖິງຈຸດຈົບແລ້ວ ແລະ ຂໍປະກາດອໍາລາການເປັນນັກເຕະ, ເຊິ່ງຂ້ອຍກໍ່ຢາກຂອບໃຈທຸກຄົນທີ່ຄອຍໃຫ້ການສະໜັບສະໜູນຂ້ອຍ ໃນເມືອງທີ່ໂດດເດັ່ນແຫ່ງນີ້, ຂອບໃຈແຟນບານທີ່ສຸດແສນມະຫັດສະຈັນ, ຂອບໃຈຄູຝຶກ ແລະ ຂອບຄຸນທຸກໆ ຄົນທີ່ຄອຍເຮັດວຽກຢູ່ເບື້ອງຫຼັງ ແລະ ຂອບໃຈເພື່ອນຮ່ວມງານຂອງຂ້ອຍເຊັ່ນກັນ ”.

   ສໍາລັບ ປີໂລ ລົງຫຼິ້ນໃຫ້ກັບທີມຊາດອິຕາລີ ທັງໝົດ 116 ນັດ ເຮັດໄດ້ 13 ປະຕູ ແລະ ເປັນສ່ວນສໍາຄັນໃນການຊ່ວຍທີມຄວ້າແຊັມໂລກ ເມື່ອປີ 2006, ສ່ວນລະດັບສະໂມສອນນັ້ນ ລາວເປັນນັກເຕະຂອງຫຼາຍສະໂມສອນ ໃນລີກບ້ານເກີດ ໂດຍສະເພາະ ເອຊີ ມິລານ ແລະ ຢູເວັນຕຸສ ທີ່ປະສົບຜົນສໍາເລັດສູງສຸດ ກ່ອນຍ້າຍໄປຮ່ວມໃນລີກສະຫະລັດອາເມຣິກາ ເມື່ອປີ 2015.
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ




Post Bottom Ad