ຕາມຄາດ! ມອຍສ໌ ຮັບໜ້າທີ່ຜູ້ຈັດການທີມຄົນໃໝ່ຂອງ ເວສແຮມ ຮຽບຮ້ອຍ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຕາມຄາດ! ມອຍສ໌ ຮັບໜ້າທີ່ຜູ້ຈັດການທີມຄົນໃໝ່ຂອງ ເວສແຮມ ຮຽບຮ້ອຍ


   ເວສແຮມ ຢູໄນເຕັດ ປະກາດແຕ່ງຕັ້ງ ເດວິດ ມອຍສ໌ ເປັນຜູ້ຈັດການທີມດ້ວຍສັນຍາ 6 ເດືອນ ໃນວັນທີ 7 ພະຈິກ 2017, ເຊິ່ງພາລະກິດສໍາຄັນຄື ພາທີມຫຼອດຕົກຊັ້ນຈາກ ພຣີເມຍລີກ ອັງກິດ ແລະ ຈະໄດ້ຮັບເງິນໂບນັສ 2 ລ້ານປອນ ຫາກສໍາເລັດຕາມຄາດ.

   ສໍາລັບ ມອຍສ໌ ສ້າງຊື່ສຽງຈາກການພາ ເອັຟເວີຕັນ ຫຼາຍກວ່າ 10 ນັບຕັ້ງແຕ່ປີ 2002-2013 ກ່ອນໄປລົ້ມເລວໃນການຄຸມທີມ ແມນເຊັສເຕີ ຢູໄນເຕັດ, ຣີລ ໂຊເຊຍດາດ ແລະ ຊັນເດີແລນ.

  ປັດຈຸບັນນີ້ ເວສແຮມ ຢູໄນເຕັດ ຢຶດອັນດັບ 18 ຂອງຕາຕະລາງຄະແນນລວມ ພຣີເມຍລີກ ອັງກິດ ຈາກການມີພຽງ 9 ຄະແນນຈາກ 11 ນັດ ໂດຍບໍ່ຊະນະໃນເກມລີກນັບຕັ້ງແຕ່ເດືອນກັນຍາ ທີ່ຜ່ານມາ, ເຊິ່ງນັດທໍາອິດຂອງ ມອຍສ໌ ຄືການນໍາໄປບຸກໄປຢາມ ວັດຟອດ ໃນວັນທີ 19 ພະຈິກນີ້.
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ




Post Bottom Ad