ຕີນບອດ! ຢຸ 19 ລາວ ຍິງບໍ່ໄດ້ຈັກປະຕູໃນຮອບຄັດເລຶອກ ບານເຕະຊີງແຊັມອາຊີ 2018 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຕີນບອດ! ຢຸ 19 ລາວ ຍິງບໍ່ໄດ້ຈັກປະຕູໃນຮອບຄັດເລຶອກ ບານເຕະຊີງແຊັມອາຊີ 2018



   ທີມຊາດລາວ ລຸ້ນອາຍຸບໍ່ເກີນ 19 ປີ ລົງສະໜາມນັດສຸດທ້າຍເສຍຕາມເຄີຍໃຫ້ກັບ ຫວຽດນາມ 0-4 ໃນການແຂ່ງຂັນບານເຕະຊີງແຊັມອາຊີ 2018 ລຸ້ນອາຍຸບໍໍ່ເກີນ 19 ຮອບຄັດເລຶອກ ໃນວັນທີ 7 ພະຈິກ 2017 ເຮັດໃຫ້ຈົບດ້ວຍການຍິງບໍ່ໄດ້ຈັກປະຕູ.

   ຈາກຜົນດັ່ງກ່າວ ສົ່ງຜົນໃຫ້ ຫວຽດນາມ ລົງສະໜາມ 3 ນັດມີ 12 ຄະແນນຜ່ານເຂົ້າຮອບສຸດທ້າຍໃນຖານະແຊັມກຸ່ມ H.

   ສ່ວນ ໄຕຫວັນ ກັບ ມາເກົາ ມີ 3 ຄະແນນເທົ່າກັນ ວັດກັນເອງໃນມື້ນີ້ເວລາ 19:00 ໂມງ ທີໃດຊະນະກໍ່ມີລຸ້ນເຂົ້າຮອບຕໍ່ໄປ.

   ສໍາລັບ ທີມຊາດລາວ ຢູ 19 ລົງສະໜາມ 3 ນັດບໍ່ມີຈັກຄະແນນຕົກຮອບໄປ. ນອກຈາກນັ້ນ, ການເສຍນັດນີ້ເຮັດໃຫ້ ທີມຊາດລາວ ຢູ 19 ສ້າງສະຖິຕິບໍ່ຊະນະທີມໃດເລີຍ ນັບຕັ້ງແຕ່ທ້າຍປີ 2016 ຈົນເຖິງປັດຈຸບັນເປັນນັດທີ 9 ຕິດຕໍ່ກັນ, ຫຼັງລົງແຂ່ງ 3 ນັດຫຼ້າສຸດ ຍິງບໍ່ໄດ້ຈັກປະຕູ
1.ເສຍໃຫ້ ໄຕ້ຫວັນ 2-0
2.ເສຍໃຫ້ ມາເກົ້າ 1-0
3.ເສຍໃຫ້ ຫວຽດນາມ 4-0
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ









Post Bottom Ad