ໄດ້ຄັນນີ້ພໍໄປໄສໄປກັນ! ອູແກຣນ ສ້າງລົດຖີບໄຟຟ້າ ຂີ່ຕໍ່ເນື່ອງໄດ້ໄກທີ່ສຸດໃນໂລກ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ໄດ້ຄັນນີ້ພໍໄປໄສໄປກັນ! ອູແກຣນ ສ້າງລົດຖີບໄຟຟ້າ ຂີ່ຕໍ່ເນື່ອງໄດ້ໄກທີ່ສຸດໃນໂລກ


   ຜູ້ຜະລິດລົດຖີບໄຟຟ້າ ໃນປະເທດອູແກຣນ ທໍາລາຍສະຖິຕິຜະລິດລົດຖີບໄຟຟ້າ ທີ່ສາມາດປັ່ນໄດ້ດົນທີ່ສຸດໃນໂລກ ໂດຍບໍ່ຕ້ອງເສຍເວລາໃນການສາກແບັດຕີຣີລະຫວ່າງທາງ ຕາມການລາຍງານຂອງ ສື່ຕ່າງປະເທດ ໃນວັນທີ 6 ພະຈີກນີ້.

   ລົດຖີບໄຟຟ້າ ໄດ້ຊື່ວ່າເປັນເຈົ້າຂອງສະຖິຕິດ້ານ ການຂີ່ໄດ້ດົນທີ່ສຸດໃນໂລກຄື: ລົດຖີບໄຟຟ້າ “ DellFast ” ອອກແບບໂດຍບໍລິສັດຜະລິດລົດຖີບໄຟຟ້າ ຊື່ດຽວກັບຜະລິດຕັນພັນ ເຊິ່ງມີມາດຕະຖານຜະລິດຢູ່ໃນ ນະຄອນຫຼວງຄຽບ ປະເທດອູແກຣນ.

   ຖ້າຫາກຜູ້ໃຊ້ບໍ່ຕ້ອງການປັ່ນ ສາມາດຂີ່ໄດ້ໃນລັກສະນະຄ້າຍກັບ ລົດຈັກ ດ້ວຍແບັດເຕີລີທີ່ອອກແບບມາພິເສດ ເຮັດໃຫ້ຂັບເຄື່ອນຕິດຕໍ່ກັນໄດ້ດົນເຖິງ 367 ກິໂລແມັດ ຫຼື ປະມານ 17 ຊົ່ວໂມງ ຈາກການສາກພຽງຄັ້ງດຽວ.

   ເຊິ່ງສາມາດຊ່ວຍໃຫ້ຜູ້ໃຊ້ງານປະຫຍັດເວລາໃນການເດີນທາງ ໂດຍບໍ່ຕ້ອງແວະສາກພະລັງງານເພີ່ມ ແລະ ນັບເປັນການທໍາລາຍສະຖິຕິເດີມຂອງ ລົດຖີບໄຟຟ້າລຸ້ນອື່ນໆ ທີ່ເດີນທາງຕິດຕໍ່ກັນໄດ້ດົນບໍ່ເຖິງ 10 ຊົ່ວໂມງ.

   Serhiy Denisenko ຜູ້ອໍານາວຍການຂອງ ບໍລິສັດດັ່ງກ່າວເລົ່າວ່າ: ຈາກປະສົບການທີ່ເປີດບໍລິສັດດົນນານ ເຮັດໃຫ້ພົບວ່າ ບັນຫາຫຼັກຂອງຜູ້ໃຊ້ງານລົດຖີບ ແນວ Eco ຄື ການຂາດຄວາມຕໍ່ເນື່ອງໃນການເດີນທາງ ເພາະຕ້ອງເສຍເວລາແວະສາກພະລັງງານ ແລະ ກວດເຊັກສະພາບແບັດເຕີລີເລຶ້ື້ອຍໆ.

   ດັ່ງນັ້ນ, ບໍລິສັດຈິ່ງຕ້ອງນໍາສະເໜີສິນຄ້າທີ່ມີຄຸນະພາບ ແລະ ອຸປະກອນປະກອບຍານພາຫະນະໄຟຟ້າ ທີ່ມີປະສິດທິພາບຫຼາຍຂຶ້ນ ແລະ ຕອບໂຈດກັບການໃຊ້ງານແນວພະຈົນໄພໄດ້ຫຼາຍຂຶ້ນ, ໂດຍຕັ້ງໃຈວ່າ ໃນອະນາຄົດຈະເພີ່ມປະສິດທິພາບຂອງແບັດເຕີລີ ໃຫ້ສາມາດເດີນທາງໄດ້ຕິດຕໍ່ກັນເຖິງສູງສຸດ 380 ກິໂລແມັດ ເພື່ອກ້າວຂຶ້ນເປັນບໍລິສັດຜະລິດລົດຖີບໄຟຟ້າ ຊັ້ນນໍາຂອງໂລກ.

   ສໍາລັບ ລົດຖີບໄຟຟ້າ DellFast ມີໃຫ້ເລຶອກດ້ວຍກັນຫຼາຍລຸ້ນ ແລ້ວແຕ່ການໃຊ້ງານ ໂດຍມີລາຄາເລີ່ມຕົ້ນ 2,449 ໂດລາ.


________


ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ








Post Bottom Ad